Top Ad

header ads

ເຈົ້າຂອງຫ້ອງແຖວໃຈດີ ຫຼຸດຄ່າເຊົ່າຫ້ອງໃຫ້ຜູ້ພັກອາໄສ ຫຼັງຈາກພົບວິກິດການລະບາດຂອງພະຍາດໂຄວິດ-19



ຜູ້ໃຊ້ເຟສບຸກ Tui Kedsana Sundara ໄດ້ໂພສວິດີໂອ ພ້ອມກັບສະແດງຄວາມຄິດເຫັນກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ໃນ ສປປ ລາວເຮົາ ໂດຍຜູ້ໃຊ້ເຟສບຸກລາຍນີ້ ແມ່ນເປັນເຈົ້າຂອງຫ້ອງແຖວ ຢູ່ ບ້ານ ສາລາຄໍາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງໃນວິດີໂອແມ່ນໄດ້ລະບຸບາງຕອນວ່າ: ຕົນເອງຈະໄດ້ຫຼຸດຄ່າເຊົ່າຫ້ອງແຖວ ເຄີ່ງລາຄາ ຈາກລາຄາປົກກະຕິ 500.000 ກີບ ເຫຼືອ 250.000 ກີບ ໃຫ້ກັບຜູ້ພັກອາໄສ ເຊິ່ງສ່ວນຫຼາຍແມ່ນຜູ້ຫາເຊົ້າກິນຄໍ່າ ຜູ້ທີ່ມີລາຍຮັບໜ້ອຍຢູ່ແລ້ວ ແຕ່ຕ້ອງມາພົບກັບວິກິດຄັ້ງນີ້ ແລະ ຍັງແນະນຳໃຫ້ຜູ້ທີ່ເຮັດທຸລະກິດແບບດຽວກັນ ໃຫ້ຊ່ວຍກັນຄົນລະເລັກລະນ້ອຍ ເປັນຕົ້ນແມ່ນ: ການຫຼຸດຄ່າເຊົ່າ, ບໍ່ເກັບຄ່ານໍ້າ ຄ່າໄຟ ຫຼື ຄ່າຂີ້ເຫຍື້ອ. ເພື່ອເປັນການຊ່ວຍເຫຼືອເຊິ່ງກັນແລະກັນໃນຍາມຍາກ ແລະ ທັງເປັນການແບ່ງເບົາພາລະໃຫ້ກັບລັດຖະບານອີກດ້ວຍ.​
Ad