Top Ad

header ads

ຂະບວນລົດໄຟລາວ-ຈີນ ລະຫວ່າງນະຄອນຫຼວງວຽງຈັນ ຫາ ຄຸນໝິງ ຄາດວ່າຈະເປີດໃຫ້ໃຊ້ທ້າຍປີ 2021 ນີ້

 

ລົດໄຟ CR200J ຫຼື ມີສາຍາວ່າ "Hulk" ທີ່ເປີດໂຕໃນປີ 2019 ຜ່ານມາ ຈະຖືກນໍາໃຊ້ແລ່ນໂດຍກົງ ໃນເສັ້ນທາງລົດໄຟລາວ-ຈີນ , ລະຫວ່າງນະຄອນຫຼວງວຽງຈັນ ຫາ ຄຸນໝິງ
ບໍລິສັດລາວຊົງ Laozhong ທາງລົດໄຟ ຈຳກັດ ຈະຈັດຊື້ ຈໍານວນ 2 ຂະບວນ ທໍາອິດ, ທີ່ໃຊ້ໄຟຟ້າຂະໜາດກາງ ແລ່ນດ້ວຍຄວາມໄວ 160 ກິໂລແມັດ/ຊົ່ວໂມງ,ເຊິ່ງມີມູນຄ່າສັນຍາທີ່ມີມູນຄ່າເຖິງ 100 ລ້ານຢວນ ຫຼື ປະມານ 14,2ລ້ານໂດລາສະຫະລັດ ແລະ ເທົ່າກັບ 127ຕື້ກີບ .

ທາງລົດໄຟລາວ - ຈີນ ເຊື່ອມຕໍ່ເມືອງຄຸນໝິງ,ສປຈີນ ແລະ ນະຄອນຫຼວງວຽງຈັນ, ແມ່ນໂຄງການສຳຄັນຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”

ແລະ ຍັງເປັນທາງລົດໄຟສາກົນທຳອິດ ທີ່ລົງທືນ ແລະ ກໍ່ສ້າງໂດຍຈີນ, ປະຕິບັດມາດຕະຖານເຕັກນິກຂອງຈີນຕະຫຼອດເສັ້ນທາງ, ນຳໃຊ້ອຸປະກອນຂອງຈີນ, ແລະ ເຊື່ອມຕໍ່ໂດຍກົງກັບເຄືອຂ່າຍທາງລົດໄຟຈີນ, ຄາດວ່າເສັ້ນທາງທັງໝົດຈະເປີດໃນທ້າຍປີ 2021 ນີ້ຢ່າງແນ່ນອນ.

ລົດໄຟລຸ້ນ CR200J ຍີ່ຫໍ້ "Fuxing" ແມ່ນຜະລິດໂດຍບໍລິສັດ China Railway Group ແລະ CRRC, ຮ່ວມກັນພັດທະນາ, ສາມາດແລ່ນດ້ວຍຄວາມໄວສູງສຸດ 160 ກິໂລແມັດຕໍ່ຊົ່ວໂມງ. 


ບໍລິສັດທາງລົດໄຟຈີນ - ລາວ ຈຳກັດແມ່ນບໍລິສັດຮ່ວມລົງທຶນສ້າງຕັ້ງຂຶ້ນໂດຍບໍລິສັດຈາກຈີນແລະລາວທີ່ນະຄອນຫຼວງວຽງຈັນ, ສປປລາວ ,ມີທຶນຈົດທະບຽນ 15 ຕື້ຢວນ. ຮູບແບບການລົງທືນໂຄງການ,ອອກແບບ, ກໍ່ສ້າງ ແລະ ດຳເນີນງານ.
Ad