Top Ad

header ads

ເມືອງໂຂງມີແຮງງານກັບເຮືອນແລ້ວຈຳນວນ 3.201 ຄົນ ຫຼັງຈາກທີ່ໄດ້ກັກກັນຕົນເອງຄົບ 14 ວັນ ໃນຈຳນວນ 70 ສູນໃນທົ່ວເມືອງ



ເມືອງໂຂງ ແຂວງຈຳປາສັກ ກໍແມ່ນເມືອງໜຶ່ງທີ່ມີຈຳນວນແຮງງານຈຳນວນບໍໜ້ອຍກັບມາຈາກການໄປອອກແຮງງານຢູ່ຕ່າງປະເທດ ພາຍຫຼັງທີ່ໄດ້ພົບກັບບັນຫາການລະບາດຂອງເຊື້ອພະຍາດໂຄວິດ-19 ໃນທົ່ວທຸກມຸມໂລກ ເວົ້າສະເພາະເມືອງໂຂງ ມີແຮງງານທີ່ກັບມາຈາກການໄປອອກແຮງງານທັງໝົດ 3.252 ຄົນ ຍິງ 1.559 ຄົນໃນຈຳນວນດັ່ງກ່າວນີ້ ແມ່ນໄດ້ຖືກກັກກັນຕາມສູນທີ່ເມືອງໄດ້ກຳນົດໄວ້ 70 ສູນ ໂດຍນຳໃຊ້ໂຮງຮຽນ ບາງກຸ່ມບ້ານກໍນຳໃຊ້ຖຽງນາ ແລະ ເຮືອນທີ່ບໍ່ມີຄົນພັກອາໄສ ມາເຖິງປັດຈຸບັນ ມີຈຳນວນແຮງງາງທີ່ຢູ່ສູນກັກກັນຄົບກຳນົດ 14 ວັນ ແລ້ວກັບເມືອເຮືອນມີຈຳນວນທັງໝົດ 3.201 ຄົນ ຍິງ 1.532 ຄົນ.
ຕົວເລກດັ່ງກ່າວ ແມ່ນໄດ້ຖືກລາຍງານຈາກທ່ານ ສົມສະໜຸກ ຫອມກິ່ງແກ້ວ ຫົວໜ້າຫ້ອງວ່າການປົກຄອງເມືອງໂຂງ ຊຶ່ງລາຍງານຕໍ່ກອງປະຊຸມປະເມີນສະຫຼຸບວຽກງານຕ້ານສະກັດກັ້ນ ກັນການລະບາດ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ໃນຕອນບ່າຍຂອງວັນທີ 20 ເມສານີ້ ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງທ່ານນາງ ຄຳພູ ລິດທິສັກ ເລຂາພັກເມືອງ ເຈົ້າເມືອງໆໂຂງ ມີບັນດາທ່ານໃນຄະນະປະຈຳພັກເມືອງ ກຳມະການພັກເມືອງ ຫົວໜ້າກອງບັນຊາການ ປກສ-ປກຊ ເມືອງ ກອງຮ້ອຍທະຫາຍຊາຍແດນ ຄ 525 ຄ 526 ແລະ ຄ 527 ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ຄະນະສະເພາະກິດຂັ້ນເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ນັບແຕ່ລັດຖະບານ ສປປ ລາວ ໄດ້ຍົກລະດັບການເຝົ້າລະວັງເຊື້ອພະຍາດໂຄວິດ-19 ຂຶ້ນສູ່ລະດັບໃໝ່ ໂດຍສະເພາະນັບແຕ່ວັນທີ 1-19 ເມສາ ເມືອງກໍໄດ້ຮັບນິຕິກຳຕ່າງໆຈາກສູນກາງ ແລະ ແຂວງ ກໍໄດ້ຈັດຕັ້ງຜັນຂະຫຍາຍອອກເປັນນິຕິກຳຂອງເມືອງ ແລ້ວສົ່ງໃຫ້ບັນດາຫ້ອງການກົມກອງ ກຸ່ມບ້ານ ແລະ ບ້ານ ນຳໄປຈັດຕັ້ງປະຕິບັດເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໃນທົ່ວສັງຄົມໄດ້ຮັບຮູ້ຢ່າງກວ້າງຂວາງ ພ້ອມນັ້ນ ກໍໄດ້ນຳໃຊ້ສື່ສານມວນຊົນພາຍໃນເມືອງທີ່ມີ ກໍຄືສະຖານີວິທະຍຸ-ໂທລະພາບ ແລະ ໂທລະໂຄ່ງແຕ່ລະບ້ານ ລົດຕິດຕັ້ງເຄື່ອງສຽງ ແລ້ວປະກາດໄປຕາມຖະໜົນ ໃນການຜັນຂະຫຍາຍນິຕິກຳຕ່າງໆຂອງເມືອງ ເພື່ອໃຫ້ເຂົ້າເຖິງປະຊາຊົນທຸກຊັ້ນຄົນ.
ປັດຈຸບັນເມືອງໂຂງ ຍັງເຫຼືອແຮງງານທີ່ຖືກກັກກັນຕົນເອງຢູ່ສູນມີຈຳນວນ 53 ຄົນ ຍິງ 27 ຄົນໃນນີ້ຢູ່ກຸ່ມນາຝັ່ງຈຳນວນ 17 ຄົນ ຍິງ 10 ຄົນ ກຸ່ມຫາດຊາຍຄູນຈຳນວນ 10 ຄົນ ຍິງ 8 ຄົນ ກຸ່ມກະດັນຈຳນວນ 8 ຄົນ ຍິງ 3 ຄົນ ແລະ ກຸ່ມຂະເໝົາ 11 ຄົນ ຍິງ 6 ຄົນ.
Ad