Top Ad

header ads

ທຣຳ ບອກຮູ້ເລື່ອງສຸຂະພາບຂອງ ຄິມ ຈອງອຶນ ສົ່ງຄວາມປາຖະໜາຂໍໃຫ້ສະບາຍດີ



ເມື່ອວັນທີ່ 28 ເດືອນ ເມສາ ເດລີ່ເມລ ລາຍງານວ່າ ປະທານາທິບໍດີ ໂດນັລ ທຣຳ ຜູ້ນຳສະຫະລັດອາເມລິກາ ຖະແຫຼ່ງການທີ່ທຳນຽບຂາວໃນກຸງວໍຊິງຕັນ ເມື່ອວັນຈັນທີ່ 27 ເດືອນ ເມສາ ວ່າລາວຮູ້ເລື່ອງສຸຂະພາບຂອງ ຄິມ ຈອງອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ແຕ່ບໍ່ສາມາດເປີດເຜີຍຂໍ້ມູນໄດ້ ແລະ ລາວປາຖະໜາໃຫ້ ຄິມ ສຸກສະບາຍດີ ໃນທ່າມກາງກະແສຂ່າວວ່າ ຄິມໄດ້ລົ້ມປ່ວຍໜັກຈົນເສຍຊີວິດແລ້ວ
ເຊີ່ງ ມຸນ ຊຸງອິນ ທີ່ປຶກສາດ້ານນະໂຍບາຍການຕ່າງປະເທດຂອງປະທານາທິບໍດີ ມຸນ ແຈອິນ ຜູ້ນຳເກົ່າຫຼີໃຕ້ ໃຫ້ສຳພາດຢືນຢັນກັບ Fox news ວ່າ ປະທານາທິບໍດີ ຄິມ ຍັງມີຊີວິດຢູ່ ແລະສະບາຍດີ ພ້ອມທັງຍ້າຍໄປພັກທີ່ເມືອງວອນຊັນແລ້ວ
Ad