Top Ad

header ads

ສຳພາດພິເສດ "bigyai seehalad" ຫຼື ແບກື Youtuber ອັນດັບຕົ້ນໆຂອງລາວວ່າລາວແມ່ນໃຜ ແລະ ອາຊີບ Youtuber ລາຍໄດ້ດີບໍ່?



ຊ່ວງນີ້ຫຼາຍອາຊີບ ມີຜົນກະທົບຫຼາຍ ຈາກການລະບາດຂອງໄວຣັສໂຄວິດ-19 ແຕ່ທ່ານຮູ້ບໍ່ວ່າ ມີອາຊີບໜຶ່ງທີ່ສາມາດສ້າງລາຍໄດ້ ທາງອອນລາຍ ແລະ ກຳລັງເປັນທີນິຍົມກໍຄື່ ອາຊີບ Youtuber.
   ມື້ນີ້ທີມ YoulikeLao ໄດ້ນຳເອົາບົດສຳພາດແບບພິເສດສຸດໆຈາກ ສີຫາລາດ ສິດທິສານ (ບິກໃຫຍ່)  ຫຼື ຫຼາຍໆຄົນອາດຮູ້ຈັກໃນນາມ ແບກື ວ່າລາວແມ່ນໃຜ  ແລະ ເຈາະວ່າອາຊີບ Youtuber ໃນລາວສາມາດລ້ຽງຊີບໄດ້ບໍ່! ມາເບິ່ງບົດສຳພາດນຳກັນເລີຍ
  • ກ່າວທັກທາຍ ແລະ ແນະໃຫ້ຜູ້ອ່ານຮູ້ຈັກແດ່! 
 ສະບາຍດີອ້າຍເອື້ອຍແລະນ້ອງໆທຸກຄົນຂ້ອຍມີຊືວ່າ ສີຫາລາດ ສິດທິສານ ຊືຫລິ້ນ ບິກໃຫຍ່ ຫລື ໃນນາມທີຄົນຮູ້ຈັກ ແບກຶ ອາຍຸ 25ປີບ້ານເກີດຢູ່ສະຫວັນນະເຂດແຕ່ຄອບຄົວຍ້າຍມາຢູປາກເຊ ແຕ່ປີ2008ປະຈຸບັນແມ່ນຢູ່ປາກເຊ
  • ກ່ອນຈະມາເປັນແບກືທີທຸກຄົນຮູ້ຈັກ ທຸກມື້ນີ້ ເຮັດຫຍັງມາກ່ອນ?
 ກ່ອນສິມາເຮັດຢູ່ທຸບ ແມ່ນປົກກະຕິກະມີຊືສຽງຢູ່ໃນເຟສບຸກມາກ່ອນ ແຕ່ກີ້ແມ່ນເຄີຍເຮັດວຽກບໍລິສັດເອກກະຊົນແຮງຫນຶ່ງເງີນເດືອນກະ 2-3ລ້ານ ທຳອິດບໍສົນໃຈກ່ຽວກັບຢູທຸບເລີຍເຮັດແຕ່ຄິບລົງເຟສຢ່າງດຽວແຕ່ກະບໍໄດ້ເງີນຫຍັງແຕ່ກະເຮັດເພືອຄົນເບິ່ງມາມື້1ຫມູແນະນຳໃຫ້ເຮັດວ່າໄດ້ເງີນໃດລອງແມະ ໂຕເອງກະລອງເຮັດເພາະໄດ້ຕັ້ງຢູທຸບມາແຕ່ປີ2016ຕັ້ງໄວ້ເບິ່ງຄິບມາຮອດປີ2019ຈິງເລີມເຮັດຄິບກະບໍ່ມີຄົນເບິ່ງ ອີຫຍັງດອກ ຈົນມາມື້ຫນຶ່ງໄປທ່ຽວໄທເຮັດຄິບເວົ້າລາວປະສົມໄທ ຄິບນັ້ນມີຄົນເບິ່ງຫລາຍກວາປົກກະຕິຂ້ອຍກະເລີຍຄິດວ່ານິລະຄືຕົວຕົນຂອງເຮົາແລະມາເຫັນຄິບ ແບກິວ ຄິບຕ່າງປະເທດ ກະເລີຍ ຄິບວ່າ ນິລະຄືຄອນເທັນເຮົາ ກະເລີຍພັກວຽກມາເຮັດ ເດືອນ1 10EP ມີຄົນເບິ່ງຫລາຍແລະຄົນຕິດຕາມຂື້ນແສນຊັບໃນເວລາເດືອນດຽວ ແລະເງີນ ມັນກະຫລາຍກວາເງີນ ເດືອນເລີຍຕັດສິນໃຈອອກວຽກມາເຮັດແບບຈິງຈັງ
  
  • ການເປັນ Youtuber ມີຂໍ້ຫຍຸ້ງຍາກບໍ່ຫຍັງແດ່?
ການເປັນຢູທຸບເບີ້ມີຂໍ້ຍຸງຍາກຫລາຍ ຄອບຄົວບໍບອມຮັບເຂົາວ່າເຮົາບ້າ ເຮັດແນວບໍເປັນຕາສະແຕກຄົນເບິ່ງຄິບທຳອິດກະດ່າດາມ່າວ່າເປັນຄົນລາວຄືເວົ້າໄທ ແຕ່ ຂ້ອຍກະບໍສົນຄົນອື່ນດອກເພາະເຂົາບໍໄດ້ຫາເງີນໃຫ້ເຮົາໃຊ້ ເຮັດໄປຕະຫລອດຈົນທຸກຄົນຍອມຮັບເອງ ເຂົາສິດ່າກະບໍສົນເພາະເຮົາເຮັດຄິບແລກຍອດວິວເດ ຄົນດ່າຫລາຍແຮງເບິ່ງຫລາຍ ແຕ່ຕອນນີ້ເຂົາກະຍອມຮັບວ່າມັນເປັນສະຕາຍຂ້ອຍໄປແລ້ວ
  • ຮູ້ສຶກແນວໃດທີໄດ້ເປັນ Youtuber ອັນດັບຕົ້ນໆ ຂອງປະເທດລາວ? 
ທຳອິດບໍ່ເຊື່ອ ມີຄົນສົງລິ້ງມາໃຫ້ວ່າ ຈທເປັນຢູທຸບເບີ້ອັນດັບຫນຶ່ງປະເທດລາວ ທີມີຄົນລາວຕິດຕາມຫລາຍທີສຸດນິກະຕົກໃຈບໍເຊື່ອເພາະວ່າ ຊ້ອງ ຂອງຄົນອື່ນຄົນຕິດຕາມຫລາຍກວານີ້ ເປັນຫຍັງບໍໄດ້ອັນດັບ1ເລີຍ ເຂົ້າໄປເບິ່ງໃນເວບໄຊ້ຂອງຕ່າງປະເທດທີເຂົາຈັດອັນດັບຢູທຸບເບີ້ແຕ່ລະປະເທດ ກະແມ່ນອີຫລີ ເພາະ ຂ ຈັດສະເພາະ ຊ້ອງທີຕັ້ງເປັນປະເທດລາວແລະມີຄົນລາວເບິ່ງຫລາຍມັນເລີຍເປັນສາເຫດໃຫ້ຂ້ອຍຕິດອັນດັບ1ໃນເດືອນຜ່ານມາແຕ່ບໍຮູ້ວ່າຕອນນີ້ແມ່ນຊ້ອງໃດ ໂຄດດີໃຈແບບບອກບໍຖືກເລີຍ
  •  ລາຍໄດ້ເປັນແນວໃດ ສາມາດລ້ຽງຊີບໄດ້ບໍ່ໃນ ສປປ ລາວ ?
ຢາກບອກທຸກຄົນວ່າລາຍໄດ້ຈາກຢູທຸບມັນໄດ້ຫລາຍເດືອນລະ 10-20ລ້ານ ຕໍເດືອນສາມາດລ້ຽງຄອບຄົວໄດ້ເລີຍຢາກໃຫ້ທຸກຄົນຫັນມາເຮັດຫລາຍໆເພາະວ່າເງີນຢູ່ເທີງຟ້າ ໃຜຫາໄດ້ຫາເອົາ
  • ຝາກຜົນງານ ແລະ ຊ່ອງທາງການຕິດຕາມແດ່?
ຈັງໃດກະຝາກຕິດຕາມກັນແນ່ເດີຈະມີຄິບມວນໃຫ້ເບິ່ງທຸກມື້ເລີຍຮັບຮອງວ່າຍິ້ມຈົນແຂ້ວແຫ້ງ ເຟສ Syhalath Sitthisarn ແລະ ຊື່ຊ່ອງ Youtube Bigyai Seehalad


 
#ສຸດທ້າຍໃຫ້ກຳລັງໃຈຄົນທີກຳລັງເລີ່ມເຮັດ youtube ໃນລາວ?

ສຸດທ້າຍຝາກເຖິງຄົນທີກຳລັງເຮັດຢູທຸບຢ່າຟ້າວທໍ້ເຮັດຕໍໄປໂລດລົງໄດ້ມື້ລະຄິບແຮງດີ ແລະມັນສິມີຄິບ1ທີບູມລະມື້ນັ້ນລະ ຄົນສິຕິດຕາມເຈົ້າຫລາຍຂື້ນເອງ ເຮັດປະໄວ້ກະບໍໄດ້ເສຍຫາຍເຖິງສິບໍມີຄົນເບິ່ງຖ້າຄິບ ຈ ດັງມາຄິບ1ລະເຂົາສິນພໄປເບິ່ງເອງມື້ນັ້ນລະ ຈ ສິໄດ້ເງີນກັບມັນ ການເຮັດເຮັດຄິບກະຄືການມີຫ້ອງເຊົາເຮັດໄວ້ ຫລາຍຫ້ອງແຮງດີມັນຕ້ອງມີຈັກມື້ທີຄົນຈະມາເຊົາລະມື້ນັ້ນເຈົ້າຈະໄດ້ເງີນກັບມັນ ຂອບໃຈທຸກຄົນເດີທີອ່ານຈົນຈົບ.


Ad