Top Ad

header ads

Breaking News! ສປປລາວ ພົບຜູ້ຕິດເຊື້ອ ໂຄວິດ-19 ລາຍໃໝ່ 1ຄົນ


ເພດຊາຍ ອາຍຸ 32 ປີ, ສັນຊາດເກົາຫຼີ, ອາຊີບ: ວິຊາການໄຟຟ້າ , ບ່ອນເຮັດວຽກ: ເຂື່ອນໄຟຟ້ານໍ້າງຽບ (ຜູ້ກ່ຽວຍັງບໍ່ທັນໄປເຮັດວຽກຢູ່ເຂື່ອນເທື່ອ ເພາະຍັງກັກໂຕຕາມລະບຽບການ)

ກັກໂຕຢູ່ໂຮງແຮມໄດ້ທີ່ຖືກກຳໜົດເປັນບ່ອນກັກກັນໃນນະຄອນຫຼວງວຽງຈັນ

ບໍ່ມີອາການສະແດງອອກ

  • ຕາມການລາຍງານຂອງຜູ້ກ່ຽວ ກ່ອນເດີນທາງມາ ສປປ ລາວ ຜູ້ກ່ຽວບໍ່ມີອາການຫຍັງ ແລະ ໄດ້ກວດ COVID-19 ດ້ວຍ

RT-PCR ໃຫ້ຜົນລົບ

  • ກ່ອນເດີນທາງມາປະເທດລາວ, ຜູ້ກ່ຽວອາໄສຢູ່ນຳຄອບຄົວ ບໍ່ມີພີ່ນ້ອງເປັນພະຍາດ COVID-19

ວັນທີ 18 ກໍລະກົດ 2020

  • ເດີນທາງຈາກປະເທດຍີ່ປຸ່ນ (ໂອສະກາ=>ໂຕກຽວ) ມາຜ່ານ ສສ ເກົາຫຼີ (ອິນຊອນ) ມາ ສປປ ລາວ ຜ່ານທາງສະໜາມບິນວັດໄຕ, ໂດຍຖ້ຽວບິນ QV922A, ເລກທີຕັ່ງນັ່ງ : 015E
  • ຜູ້ກ່ຽວເດີນທາງມາກັບກຸ່ມໝູ່ 4 ຄົນ, ໃນຖ້ຽວບິນ QV922A ມີຜູ້ໂດຍສານ 109 ຄົນ  .
  • ເດີນທາງຈາກສະໜາມບິນມາໂຮງແຮມດວ້ຍລົດຕູ້ເຊົ່າ (ຊຶ່ງໂຮງແຮມເຊົ່າມາ), ມີທັງໝົດ 6 ຄົນນັ່ງລົດຄັນດຽວກັນ ລວມທັງຜູ້ກ່ຽວ
  • ນັບແຕ່ວັນທີ 18 ຫາ ວັນທີ 23 ກໍລະກົດ , ຜູ້ກ່ຽວບໍ່ໄດ້ເດີນທາງອອກຈາກຫ້ອງ. ກິນອາຫານຢູ່ໃນຫ້ອງໂດຍມີພະນັກງານນຳອາຫານ ແລະ ນ້ຳດື່ມໄປປະໄວ້ໜ້າຫ້ອງໃຫ້ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງ, ໄດ້ວັດແທກອຸນຫະພູມທຸກມື້ ເຊົ້າ-ແລງໂດຍພະນັກງານໂຮງແຮມ ແຕ່ບໍ່ໄດ້ເຂົ້າຫ້ອງ ຮັກສາໄລຍະຫ່າງ 1 ແມັດ (ອຸນຫະພູມສະເລ່ຍ 36,3 – 36,6 ອົງສາເຊ). 

ບໍ່ມີພະນັກງານເຂົ້າໄປອະນາໄມໃນຫ້ອງນອນ ເພາະກົດລະບຽບຂອງໂຮງແຮມຄືຜູ້ກ່ຽວຕ້ອງຮັບຜິດຊອບເອງ, ທາງໂຮງແຮມໄດ້ຈັດກຽມອຸປະກອນທີ່ຈຳເປັນໄວ້ໃນຫ້ອງພັກໃຫ້ແກ່ຜູ້ກ່ຽວຕາມກຳໜົດ 14 ວັນ.

ວັນທີ 22 ກໍລະກົດ 2020

  • ທີມງານ ສວລ ຮວ່ມກັບພະແນກສາທານະຄອນຫຼວງ, ຫ້ອງການສາທາເມືອງສີໂຄດຕະບອງ ໄດ້ໄປເກັບຕົວຢ່າງຢູ່ໂຮງແຮມ

ວັນທີ 23 ກໍລະກົດ 2020

  • ເວລາປະມານ 21:00 ໂມງ ຜົນກວດອອກມາພົບເຊື້ອ COVID-19

ຄົນເຈັບດັງກ່າວແມ່ນທາງໂຮງໝໍໄປຮັບເອົາມາປິ່ນປົວຢູ່ໂຮງໝໍມິດຕະພາບ

ຜູ້ສຳຜັດໃກ້ຊິດ ທີ່ໄຈ້ແຍກໄດ້ໃນເບື້ອງຕົນແມ່ນ 17 ຄົນ

(ແນວໃດກໍ່ຕາມຖ້າຟັງລາຍລະອຽດ ການຖະແຫລ່ງການຢ່າງເປັນທາງການຈາກ ຈາກຄະນະສະເພາະກິດ )

ເວັບໄຊ www.covid19.gov.la

Ad