Top Ad

header ads

ສຸດທໍລະມານ ສາວທ້ອງໃຫ່ຍຂື້ນເປັນປິດສະໜານໍ້າໜັກ 20 ກິໂລ

 

ວັນທີ່ 5 ເດືອນ ສິງຫາ ປີ 2020 ເວັບໄຊ້ເດລີ່ເມລ ມີລາຍງານເລື່ອງລາວຂອງຍິງຈາກປະເທດຈີນລາຍໜື່ງທີ່ຕ້ອງປະເສີນຄວາມລຳບາກຈາກອາການທ້ອງໃຫ່ຍຂື້ນເປັນປິດສະໜາ ເມື່ອຢູ່ດີໆທ້ອງຂອງລາວກໍ່ໃຫ່ຍຂື້ນເລື່ອຍໆຈົນບໍ່ສາມາດຄວບຄຸມໄດ້ ເຊີ່ງເປັນມາແລ້ວ 2 ປີ ເຖີງວ່າຈະໄປປືກສາຈາກໂຮງໝໍຕ່າງໆ ກໍ່ຍັງບໍ່ມີທ່ານໝໍຄົນໃດບອກໄດ້ວ່າເກີດມາຈາກສາເຫດຫຍັງ.

Image may contain: one or more people and outdoor

ຍິງຄົນນີ້ມີຊື່ວ່າ ຫວງ ຫົວສຽນ ອາຍຸ 36 ປີ ເປັນແມ່ລູກສອງອາໃສຢູ່ພື້ນທີ່ໃນຊົນນະບົດຂອງມົນທົນກຸ້ຍໂຈວ ໂດຍລາວໄດ້ອອກມາຂໍຄວາມຊ່ວຍເຫຼືອ່ນຳສື່ທ້ອງຖີ່ນ ຫວັງໄດ້ຮັບຄວາມຊ່ວຍເຫຼືອຈາກຄົນໃຈບຸນ ເຊີ່ງລາວຕັ້ງໃຈຈະລະດົມເງີນທຶນເຖີງ 3,290 ປອນເພື່ອທີ່ຈະໄປໃຫ້ແພດຜູ້ຊ່ຽວຊານຊ່ວຍກວດຮັກສາ

Image may contain: one or more people, people standing and outdoor

ນາງ ຫວງ ເລົ່າວ່າ: ກ່ອນໜ້ານີ້ເມື່ອ 2 ປີກ່ອນທ້ອງຂອງລາວຍັງແບນລາບດີ ແຕ່ຢູ່ດີໆໜ້າທ້ອງຂອງລາວກໍ່ໃຫ່ຍຂື້ນແບບບໍ່ມີເຫດຜົນ, ຮູ້ສືກເຈັບໃນຊ່ວງທຳອິດ ທີ່ທ້ອງໃຫ່ຍອອກມາ ເມື່ອກີນຍາທີ່ທ່ານໝໍສັ່ງອາການຮູ້ສືກເຈັບກໍ່ຫາຍໄປ ແຕ່ກໍ່ກັບມາເປັນອີກ ຈົນເຮັດໃຫ້ຄົນອື່ນເຂົ້າໃຈຜິດວ່າລາວກຳລັງມານລູກແຝດ2 ຫຼື ແຝດ 3 ເຊີ່ງໜ້າທ້ອງທີ່ຂະຫຍາຍໃຫ່ຍອອກມານັ້ນມີນໍ້າໜັກເກືອບ 20 ກິໂລ ເມື່ອເວລາຍ່າງກໍ່ເຊ. ນອນຫຼັບກໍ່ບໍ່ສະໜິດ, ຍ່າງກໍ່ລຳບາກ ບໍ່ສາມາດລ້ຽງລູກຊາຍກັບລູກສາວໄດ້ ໃຊຊີວິດກໍ່ແສນລຳບາກ.

Image may contain: one or more people, people sitting and people standing

ແນວໃດກໍ່ຕາມຫຼັງຈາກທີ່ເລື່ອງລາວຂອງນາງ ຫວງ ເປັນຂ່າວອອກໄປເຮັດໃຫ້ທາງລັດຖະບານທ້ອງຖີ່ນ ແລະ ພົນລະເມືອງດີໄດ້ຮ່ວມກັນບໍລິຈາກເງີນຊ່ວຍເຫຼືອຄ່າຮັກສາ ແລະ ໃນຕອນນີ້ມີຜູ້ຊ່ຽວຊານເຂົ້າມາຊ່ວຍຮັກສາແລ້ວ ອາດມີຄ່າໃຊ້ຈ່າຍສູງເຖີງ 30,000 ຫຍວນກໍ່ຕາມ.

Image may contain: one or more people, people standing, shoes and outdoor

ຂ່າວຈາກ: kapook

Ad