Top Ad

header ads

ຫາລືການບໍລິຫານຈັດການອ່າງນ້ຳ ຂອງເຂື່ອນໄຟຟ້າ ນ້ຳຕົກ ແລະ ແຜນຮັບມືສຸກເສີນ ໃນລະດູຝົນ

 

ໃນວັນທີ 7 ສິງຫາ 2020 ທີ່ລັດວິສາຫະກິດໄຟຟ້າລາວ ນະຄອນຫລວງວຽງຈັນ, ກົມຄຸ້ມຄອງພະລັງງານ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດກອງປະຊຸມຖອດຖອນບົດຮຽນ ການບໍລິ ຫານຈັດການອ່າງນ້ຳ, ການຜະລິດໄຟຟ້າຂອງເຂື່ອນໄຟຟ້ານ້ຳຕົກ ແລະ ກະກຽມແຜນຮັບມືສຸກເສີນ ໃນລະດູຝົນນີ້ ຂອງບັນດາເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດຂຶ້ນ, ໂດຍມີຈຸດປະສົງເພື່ອແລກປ່ຽນບົດຮຽນ, ປະສົບການ, ຫາວິທີທາງແກ້ໄຂ ຮ່ວມກັນ ເພື່ອຫລີກລ້ຽງຜົນກະທົບທີ່ອາດເກີດຂຶ້ນຕໍ່ສັງຄົມ ແລະ ກະກຽມຄວາມພ້ອມຮັບມືສຸກເສີນທຸກກໍລະນີ ເພື່ອໃຫ້ຫລຸດຜ່ອນຄວາມສ່ຽງ, ຄວາມເສຍຫາຍທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ພ້ອມທັງເຮັດໃຫ້ການພັດທະນາຂະແໜງພະລັງງານ ແລະ ບໍ່ແຮ່ ໃຫ້ເຕີບໃຫຍ່ຂະຫຍາຍຕົວຕາມທິດຍືນຍົງ, ສະອາດ, ສີຂຽວ, ຮັບ ປະກັນ ແລະ ປອດໄພຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເພື່ອເປັນການເຜີຍແຜ່ ແລະ ແລກປ່ຽນບັນດານິຕິກໍາ, ພາລະບົດບາດຂອງຂະແໜງ ການຕ່າງໆຂອງລັດ ທີ່ພົວພັນກັບການຄຸ້ມຄອງຊັບພະຍາກອນນ້ຳ, ການຄຸ້ມຄອງອ່າງເກັບນ້ຳ, ການຄຸ້ມຄອງອ່າງຮັບນ້ຳ ແລະ ການຈັດການບໍລິຫານອ່າງນ້ຳ ໃຫ້ບັນດາຜູ້ປະກອບການຮັບຊາບ ແລະ ໃຫ້ ການຮ່ວມມືໃນການຈັດຕັ້ງປະຕິບັດ. ທັງນີ້, ກໍເພື່ອແລກປ່ຽນຂໍ້ມູນຂ່າວສານນຳໃຊ້ນ້ຳຮ່ວມກັນ ຂອງການບໍລິຫານຈັດການອ່າງນ້ຳ ແລະ ການຜະລິດພະລັງງານ ລະຫວ່າງເຂື່ອນດ້ວຍກັນ, ເຂື່ອນຢູ່ອ່າງໂຕ່ງດຽວກັນ ນັບທັງເຂື່ອນຜະລິດພະລັງງານ ເພື່ອຮັບໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ. ພ້ອມກັນນີ້, ກໍເພື່ອເປັນການຖອດຖອນບົດຮຽນທີ່ດີ ຈາກເຂື່ອນຕ່າງໆ, ການແລກປ່ຽນປະສົບການໃນການບໍ ລິຫານຈັດການອ່າງນ້ຳ ວຽກງານຕິດຕາມກວດກາຄວາມປອດໄພ ຂອງແຕ່ລະເຂື່ອນ ໃນຊຸມປີຜ່ານມາ ແລະ ການກະກຽມຄວາມພ້ອມ ໃນການວາງແຜນຮັບມືສຸກເສີນຂອງແຕ່ລະເຂື່ອນ ໃນຊ່ວງລະດູຝົນປີ 2020 ເພື່ອໃຫ້ແຕ່ລະເຂື່ອນມີຄວາມປອດໄພສູງສຸດ ແລະ ຫລຸດຜ່ອນຜົນກະທົບທີ່ຈະຕາມມາ ຕໍ່ເສດຖະກິດ, ສິ່ງແວດລ້ອມ ແລະ ສັງຄົມ ທັງເປັນການຮັບປະກັນ ການບໍລິຫານຈັດການນ້ຳ ຂອງບັນດາເຂື່ອນຕ່າງໆ ໂດຍສະເພາະແມ່ນເຂື່ອນທີ່ຢູ່ໃນສາຍນ້ຳດຽວກັນ ຫລື ອ່າງໂຕ່ງດຽວກັນ ເພື່ອຮັບ ປະກັນຄວາມປອດໄພ, ມີການປະສານງານກັນຢ່າງລະອຽດ ແລະ ການຜະລິດພະລັງງານໄຟຟ້າ ຢ່າງມີປະສິດທິຜົນ.

ທ່ານໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ ເຫັນວ່າການບໍລິຫານຈັດການອ່າງນ້ຳ ມີລັກສະນະເອ ກະລາດ, ນິຕິກຳຍັງບໍ່ພຽງພໍ, ບໍ່ມີສູນບັນຊານ້ຳໃນອ່າງໂຕ່ງ ແລະ ຍັງບໍ່ທັນມີສູນບັນຊານ້ຳແຫ່ງຊາດ, ເຊິ່ງເປັນສາເຫດເຮັດໃຫ້ ການບໍລິຫານຈັດການນ້ຳໃນຊຸມປີຜ່ານມາ ພົບຄວາມຫຍຸ້ງຍາກຫລາຍດ້ານ ໂດຍສະເພາະການປະສານງານ ບໍ່ຕໍ່ເນື່ອງ, ຍັງບໍ່ທັນວາງແຜນຮ່ວມກັນໃນການນຳໃຊ້ນ້ຳຢ່າງຈິງຈັງ, ປະສົບການໃນການບໍລິຫານນ້ຳມີຂີດຈຳກັດ, ການແລກປ່ຽນຂໍ້ມູນ-ວິເຄາະຂໍ້ມູນນ້ຳຍັງບໍ່ຊັດເຈນ, ສັນ ຍາຊື້ຂາຍໄຟຟ້າຕ່າງກັນ ແລະ ຕະຫລາດຊື້-ຂາຍພະລັງງານໄຟຟ້າກໍຕ່າງກັນ. ນອກນີ້, ການບໍລິຫານນ້ຳເປັນລັກສະນະໄລຍະສັ້ນ, ການວາງແຜນໄລຍະຍາວບໍ່ຊັດເຈນ ພ້ອມນີ້ ສະພາບດິນຟ້າອາກາດ ກໍມີການປ່ຽນແປງຢ່າງຫລວງຫລາຍເມື່ອທຽບກັບເມື່ອກ່ອນ, ເຊິ່ງມັນໄດ້ເປັນອຸປະສັກ ໃນການບໍລິຫານອ່າງນ້ຳ ຂອງບັນດາເຂື່ອນໄຟຟ້າໃນຂອບເຂດທົ່ວປະເທດ ແລະ ມັນເປັນສິ່ງທ້າທາຍ ຕໍ່ຄວາມປອດໄພເຂື່ອນ, ການປ້ອງກັນນ້ຳຖ້ວມ, ປ້ອງກັນໄພແຫ້ງແລ້ງ ຕໍ່ກັບຂະແໜງການທີ່ນຳໃຊ້ນ້ຳພໍສົມຄວນ.

ມາຮອດປັດຈຸບັນ, ສປປ ລາວ ມີແຫລ່ງຜະລິດໄຟຟ້າແລ້ວ 78 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 9.972 ເມກາວັດ, ສາມາດຜະລິດ ພະລັງງານໄຟຟ້າໄດ້ເຖິງ 52.211 ລ້ານກິໂລວັດໂມງຕໍ່ປີ. ນອກນີ້, ຍັງມີໂຄງການໄຟຟ້າຖ່ານຫີນ 1, ໂຄງການພະລັງງານໄຟຟ້າຊີວະມວນ 4 ແຫ່ງ ແລະ ໂຄງການໄຟຟ້າແສງຕາເວັນ 6 ແຫ່ງ. ຄຽງຄູ່ກັນນັ້ນ, ການພັດທະນາລະບົບສາຍສົ່ງ ກໍໄດ້ດຳເນີນໄປຢ່າງແຂງແຮງ, ເຊິ່ງມາຮອດປັດຈຸບັນ ທົ່ວປະເທດມີລະບົບສາຍສົ່ງແຮງສູງ, ແຮງກາງ ແລະ ແຮງຕໍ່າຍາວທັງໝົດ 65.563 ກວ່າກິໂລແມັດ, ມີສະຖານີຈ່າຍໄຟຟ້າ 74 ແຫ່ງ.

ຂ່າວ: ມະນີທອນ, ພາບ: ອ່າຍຄຳ
Ad