Top Ad

header ads

ຈີນຕັດສິນປະຫານ ສາວຄູອານຸບານ ຖານວາງຢານັກຮຽນໝົດຫ້ອງ ເສຍຊີວິດ 1ຄົນ

ວັນທີ່ 29 ເດືອນ ກັນຍາ ປີ 2020 BBC ລາຍງານວ່າສານເມືອງຈ່ຽວຊົ່ວ ມົນທົນ ເຫີໜານ ທາງຕອນທາງຕອນກາງຂອງປະເທດຈີນ ໄດ້ພິພາກສາປະຫານຊີວິດ ນາງ ຫວງັ ຫຍຸນ ອາດີດຄູ່ປະຈຳໂຮງຮຽນອານຸບານໃນເມືອງ ຈ່ຽວຊົ່ວ ຕາມຄວາມຜິດຖານວາງຢາ ເດັກນ້ອຍນັກຮຽນ 25 ຄົນ ແລະ 1 ໃນນີ້ແມ່ນເສຍຊີວິດ ເມື່ອວັນທີ່ 27 ເດືອນ ມີນາ ປີ 2019 ທີ່ຜ່ານມາ

ຫຼັງຈາກທີ່ເດັກນ້ອຍໄດ້ກີນເຂົ້າປຽກເຂົ້າໃນຕອນເຊົ້າ ກໍ່ເກີດມີອາການວິຫົວ, ປວດຮາກ ແລະ ເປັນລົມໝົດສະຕິ ເຊີ່ງຄູ ແລະ ເຈົ້າໜ້າທີ່ຮີບພາໂຕສົ່ງໂຮງໝໍ ເຖີງແມ້ວ່າເດັກນ້ອຍສ່ວນໃຫ່ຍຈະໂຊກດີ ເພາະພັກຮັກສາໂຕບໍ່ດົນກໍ່ຫາຍດີ ແຕ່ກໍ່ມີເດັກນ້ອຍເຄາະຮ້າຍເຖີງຂັ້ນເສຍຊີວິດ 1 ຄົນ

ຈາກເຫດການດັ່ງກ່າວຕຳຫຼວດກໍ່ເຂົ້າມາສືບສວນໃນເລື່ອງນີ້ພົບວ່າເຂົ້າປຽກເຂົ້າທີ່ເດັກນ້ອຍຮັບປະທານໄປນັັ້ນປົນເປື່ອນສານໂຊດຽມໄນເຕຣດ ວັດຖຸເຈືອປົນອາຫານທີ່ຊ່ວຍປ້ອງກັນ ແລະ ຊ່ວຍບໍ່ໃຫ້ເນົ່າເສຍ ທັງເປັນສ່ວນປະສົມຂອງຍາຂ້າແມງໄມໃນປະລິມານຫຼາຍ

ຄາດວ່ານາງ ຫວັງ ມີແຮງຈູງໃຈມາຈາການຕ້ອງການແກ້ແຄ້ນຄູທີ່ເປັນໝູ່ຮ່ວມງານທີ່ມີການຜິດຖຽງກັນເລື່ອງການຈັດການບໍລິຫານນັກຮຽນ ເລີຍຕັດສິນໃຈວາງຍາພິດນັກຮຽນໃນຊັ້ນຫ້ອງຂອງຄູ່ກໍລະນີ ນອກຈາກນີ້ລາວຍັງເຄີຍກໍ່ເຫດວາງຍາພິດສາມີຂອງລາວມາແລ້ວ ແຕ່ໄດ້ຮັບອັນຕະລາຍພຽງເລັກນ້ອຍ

Ad