Top Ad

header ads

ໃນແຕ່ລະປີ ສປປ ລາວ ມີຜູ້ຕິດພະຍາດເອດຫຼາຍກວ່າ 1.000 ຄົນ ອັນດັບໜຶ່ງແມ່ນນະຄອນຫຼວງວຽງຈັນ

 


ທ່ານ ດຣ. ພູທອນ ສຸດທະລັກ ຫົວຫນ້າສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ໄດ້ລາຍງານ ໃນກອງປະຊຸມຄົບຄະນະ ຂອງຄະນະກຳມະການແຫ່ງຊາດຕ້ານເອດ, ເຊິ່ງໄດ້ຈັດຂຶ້ນໃນວັນທີ 27 ສິງຫາ 2020 ທີ່ ໂຮງແຮມດອນຈັນພາເລດ ນະຄອນຫລວງວຽງຈັນວ່າ:

ປັດຈຸບັນ ອົງການຈັດຕັ້ງສາກົນ, ຜູ້ໃຫ້ທຶນສະໜັບສະໜູນງົບປະມານ ເຂົ້າໃນວຽກງານຕ້ານເອດ ນັບມື້ໜ້ອຍລົງ, ເຊິ່ງເຮັດໃຫ້ ສປປ ລາວ ປະສົບຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍດ້ານ ໂດຍສະເພາະດ້ານງົບປະມານ ແລະ ດ້ານການຕອບໂຕ້ຕໍ່ເຊື້ອເຮສໄອວີ/ພະຍາດເອດ ເປັນຕົ້ນ ແຮງງານເຄື່ອນຍ້າຍຍັງມີຫລາຍ, ເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອເຮສໄອວີ, ເຊິ່ງແຕ່ລະປີຍັງມີຜູ້ຕິດເຊື້ອຫລາຍກວ່າ 1 ພັນຄົນ, ຜູ້ຊາຍທີ່ມີເພດສຳພັນກັບຊາຍຍັງຕິດເຊື້ອສູງ, ການສົ່ງເຊື້ອຈາກແມ່ຫາລູກກໍເຫັນວ່າມີທ່າອ່ຽງສູງຂຶ້ນ, ນ້ຳຢາກວດເລືອດຊອກຫາການຕິດເຊື້ອເຮສໄອວີ ຍັງບໍ່ທັນພຽງພໍ, ຜູ້ຕິດເຊື້ອເຮສໄອວີ ແລະ ຜູ້ເປັນພະຍາດເອດ ຍັງຂາດການຕິດຕາມຫລາຍ ແລະ ການກິນຢາກໍບໍ່ທັນຕໍ່ເນື່ອງ ແລະ ເປັນປົກກະຕິ

ຈຳນວນສະສົມຜູ້ຕິດເຊື້ອເຮສໄອວີ ແລະ ເປັນພະຍາດເອດ ໃນທົ່ວປະເທດແຕ່ປີ 1990 ເຖິງເດືອນມິຖຸນາ 2020 ມີທັງໝົດ 20.372 ຄົນ, ໃນນີ້ຜູ້ຕິດເຊື້ອເຮສໄອວີ ມີ 14.460 ຄົນ, ຜູ້ເປັນພະຍາດເອດ 5.912 ຄົນ ແລະ ເສຍຊີວິດແລ້ວ 4.760 ຄົນ, ຜູ້ຕິດເຊື້ອສ່ວນຫລາຍແມ່ນອາຊີບເປັນກຳມະກອນທົ່ວໄປ, ແມ່ເຮືອນ, ຊາວນາ, ພະນັກງານ, ກຸ່ມເຄື່ອນຍ້າຍ, ຄ້າຂາຍ, ທຸລະກິດ, ນັກຮຽນ ແລະ ອື່ນໆ, ເຊິ່ງຢູ່ໃນເກນອາຍຸລະຫວ່າງ 20-50 ປີ ແລະ ແຂວງທີ່ມີຈໍານວນຜູ້ຕິດເຊື້ອຫລາຍກວ່າໝູ່ແມ່ນ ນະຄອນຫລວງວຽງຈັນ, ໄຊສົມບູນ ແລະ ແຂວງ ຫົວພັນ.

Ad