ເມື່ອວັນທີ່ 17 ເດືອນ ກັນຍາ ປີ 2020 ຣອຍເຕີ ລາຍງານວ່າເກີດເຫດການນັກໂທດຫຼາຍກວ່າ 219 ຄົນຫຼົບໜີຈາກຄຸກ ໃນເມືອງ ໂມໂຣໂຕ ທາງຕາເວັນອອກສ່ຽງເໜືອຂອງປະເທດ ຢູກັນດາ ພ້ອມຍັງລັກເອົາປືນອາກ້າຈຳນວນ 15 ກະບອກ, ກະສຸນ 20 ແມັກກາຊີນ ແລະ ອາວຸດອື່ນໆ ບັນດານັກໂທດຍັງແກ້ເຄື່ອງແບບນັກໂທດສີເຫຼືອງ ໃນສະພາບບໍ່ນຸ້ງຫຍັງ ແລ່ນໜີຂື້ນເຂົາ ໂມໂຣໂຕ
![](https://www.suelao.com/wp-content/uploads/2020/09/120139735_10214994758056361_5809354820629753430_o-2.jpg)
ທາງກອງທັບນຳກຳລັງອອກຕາມລ່າຈົນເກີດມີການປະທະກັນ ເຮັດໃຫ້ມີທະຫານເສຍຊີວິດ 2 ຄົນ ສ່ວນນັກໂທດສາມາດຈັບກຸມໄດ້ 2 ຄົນ ແລະ ອີກ 2 ຄົນຖືກສັງຫານ ແຕ່ເນື່ອງຈາກຊ່ວງເວລາທີ່ນັກໂທດໜີເປັນຕອນຄໍ່າ ເຮັດໃຫ້ການຫຼົບໜີອຳພາງໂຕໄດ້ງ່າຍ
![](https://www.suelao.com/wp-content/uploads/2020/09/119975718_10214994758296367_378885749959456150_n-2.jpg)
ຈື່ງເປັນການຍາກໃນການຄົ້ນຫາໂຕນີ້ຖືວ່າເປັນການແຫກຄຸກຄັ້ງໃຫ່ຍເຊີ່ງນັກໂທດສ່ວນໃຫ່ຍເປັນອາດຊະຍາກອນຮາດຄໍ ມີທັງຄາດຕະກອນໂລກຈິດ, ໂຈນ ແລະ ຂົ່ມຂື່ນ