Top Ad

header ads

ເຜີຍ ສາວ 15 ປີ ສັງຫານໂຫດເດັກ 6 ປີ ເພາະຕິດໜັງສະຢອງ-ສາລະພາບບໍ່ເສຍໃຈ ດີໃຈທີ່ໄດ້ຂ້າ

 ໃນວັນທີ 12 ມີນາ ທີ່ຜ່ານມາ, ສຳນັກຂ່າວ ຊິນຊິວເດລີ ລາຍງານຄວາມຄືບໜ້າເຫດຄາດຕະກຳສະເທືອນຂວັນ ແລະ ເປັນອຸທາຫອນໃຫ້ແກ່ຜູ້ປົກຄອງ ສັງເກດພຶດຕິກຳລູກຫຼານ ຫຼັງຈາກເດັກສາວຊາວອິນໂດເນເຊຍ ອາຍຸ 15 ປີ ເດີນທາງໄປຍັງ ສະຖານີຕຳຫຼວດກາງ ນະຄອນຫຼວງຈາກາຕາ ແລະ ສາລະພາບວ່າ ກໍ່ເຫດສັງຫານເດັກຊາຍ ອາຍຸ 6 ປີ ເພາະຕ້ອງການຮຽນແບບໜັງສະຢອງຂວັນທີ່ມັກເບິ່ງ ພ້ອມນັ້ນເດັກສາວຍັງລະບຸວ່າ ບໍ່ມີຄວາມຮູ້ສຶກເສຍໃຈທີ່ໄດ້ຂ້າເດັກຊາຍ ແຕ່ຮູ້ສຶກພໍໃຈໃນຕົວເອງທີ່ກໍ່ເຫດສະຢອງໄດ້ສຳເລັດ.

ລາຍງານລະບຸວ່າ: ເຫດດັ່ງກ່າວເກີດຂຶ້ນໃນອາທິດກ່ອນ ໂດຍເດັກສາວໃຫ້ການວ່າ ຕົນຍ່າງໄປຫຼິ້ນຢູ່ເຮືອນຂອງເດັກຊາຍ ເຊິ່ງເປັນເພື່ອນຫຼິ້ນໃນຊຸມຊົນດຽວກັນ ລະຫວ່າງນັ້ນເກີດຄວາມຄິດຢາກຂ້າ ຈຶງລວງໃຫ້ເດັກຊາຍເຂົ້າໄປໃນຫ້ອງນໍ້າ ແລະ ລົງມືຂ້າຢ່າງເລືອດເຢັນ.

ເມື່ອສັງຫານເດັກຊາຍແລ້ວ ຈຶ່ງເດີນທາງໄປສະຖານີຕຳຫຼວດ ແລະ ມອບຕົວໃນທີ່ສຸດ; ດ້ານເຈົ້າໜ້າທີ່ເປີດເຜີຍວ່າ: ຫຼັງຈາກສອບປາກຄຳເດັກສາວ ກໍໄດ້ຮີບນຳກຳລັງເຂົ້າກວດສອບຈຸດເກີດເຫດ ແລະ ພົບສົບເດັກຊາຍ ຈຶ່ງຄວບຄຸມຕົວເດັກສາວໄວ້ດຳເນີນຄະດີ ລວມທັງບຸກຄົ້ນບ້ານເຮືອນເພື່ອຫາຫຼັກຖານເພີ່ມເຕີມ.

ຈາກນັ້ນ ຈຶ່ງພົບວ່າ ເດັກສາວມີພຶດຕິກຳຮຸນແຮງຢູ່ເປັນປະຈຳ ລວມທັງເປັນທີ່ຮູ້ກັນດີໃນຊຸມຸຊົນວ່າ ເດັກສາວມັກຂ້າແມວ ດ້ວຍການໂຍນລົງມາຈາກອາຄານສູງ ແລະ ມັກໃຊ້ຊ້ອມແທງກົບຂຽດຈົນຕາຍ.

ນອກຈາກນີ້, ຍັງພົບຫຼັກຖານບັນທຶກພາບຊີວິດປະຈຳວັນ ທີ່ມີຂໍ້ຄວາມຮຸນແຮງ, ກຽດຊັງ ແລະ ຮູບພາບສະເລນເດີແມນ ຕົວລະຄອນສົມໝຸດຂອງມະນຸດຜີບໍ່ມີຫົວ ທີ່ມັກຖືກເຊື່ອມໂຍມກັບ ຄະດີຄາດຕະກຳໂຫດ ຫຼາຍຄະດີ.

.

.

Ad