Top Ad

header ads

ແບບນີ້ກໍ່ມີຮ່ວມມືກັບພໍ່ ຄາດຕະກຳແຟນໜຸ່ມ ເພື່ອແຕ່ງດອງຢູ່ກິນກັບພໍ່ຕົນເອງ.

 


ສາວຮ່ວມມືກັບພໍ່ ຄາດຕະກຳແຟນໜຸ່ມ ເພື່ອແຕ່ງດອງຢູ່ກິນກັບພໍ່ຕົນເອງ. ເລື່ອງລາວຂອງຂອງຄະດີສະເທືອນຂວັນຂອງຜູ້ຍິງຄົນໜຶ່ງ ທີ່ວາງແຜນຄາດຕະກຳແຟນຕົນເອງ ເມື່ອປີ 2019 ແລະຫຼັງຈາກທີ່ລົງມືສຳເລັດກໍ່ລົງເອີຍດ້ວຍການແຕ່ງດອງກັບພໍ່ແທ້ໆຕົນເອງ ໃນທີ່ສຸດກໍ່ຖືກເປີດໂປງແລະໂທດຈຳຄຸກ 40ປີ. ນາງ Amanda ອາຍຸ 32ປີ ຍອມຮັບສາລະພາບຜິດໃນເດືອນ ຕໍ່ຂໍ້ຫາຄາດຕະກຳ ເປັນເຫດເຮັດໃຫ້ທ້າວ Jonh Thomas ອາຍຸ 38ປີ ຈົນເສຍຊີວິດ.

This image has an empty alt attribute; its file name is 1-32.jpg

ນາງແລະພໍ່ຂອງນາງລົງມືຟາດຫົວຂອງທ້າວ Jonh ດ້ວຍຂວດແກ້ວໄວນ໌ ກ່ອນນຳຮ່າງມາມັດແລະສີດເມທແອມເຟຕາມິນເຂົ້າຮ່າງກາຍ ຈາກນັ້ນລົງມືບີບຄໍຈົນເສຍຊີວິດໃນທີ່ສຸດ ແລະ ໄດ້ນຳຮ່າງຂອງ Jonh ມາຝັງໄວ້ບໍລິເວນສວນຫຼັງເຮືອນຂອງທ້າວ Larry Paul ພໍ່ແທ້ໆຂອງນາງ Amanda ເມື່ອທຸກຢ່າງລົງຕົວແລ້ວນາງ Amanda ກໍ່ໄດ້ຕົກລົງປົງໃຈແຕ່ງດອງຢູ່ກິນກັບພໍ່ຂອງຕົນ.

This image has an empty alt attribute; its file name is 2-31.jpg

ຮ່າງຂອງທ້າວ Jonh ຖືກຄົ້ນພົບໃນວັນທີ່ 24 ກັນຍາ 2020ຢູ່ທີ່ສວນຫຼັງເຮືອນຂອງ Larry Paul. ທ້າວ Larry Paul ຜູ້ເປັນພໍ່ຂອງນາງແມ່ນອາຍຸ 56ປີ ສານຕັດສິນຈຳຄຸກຕະຫຼອດຊີວິດໂດຍປາສະຈາກຄວາມເມດຕາໃດໆຈາກສານ. ສ່ວນແຮງຈູງໃຈທີ່ເຮັດແບບນີ້ນັ້ນຍ້ອນວ່າ Jonh ຢູ່ໃກ້ສິດກັບ Amanda ຕະຫຼອດເວລາເຮັດໃຫ້ພໍ່ຂອງນາງບໍ່ພໍໃຈແລະບໍ່ຕ້ອງການ ແລະ Jonh ກໍ່ໄດ້ບອກກັບພໍ່ຂອງນາງວ່າ ລາວຮັກນາງ Amanda ຫຼາຍ ແລະ ລາວຈະແຕ່ງດອງກັບນາງ ເຫດນັ້ນຈຶ່ງເຮັດໃຫ້ Larry ພໍ່ຂອງນາງ Amanda ໃຈຮ້າຍແລະໃຊ້ຂວດໄວນ໌ຟາດຫົວຂອງ Jonh ຈົນສະຫຼົບແລະຮ່ວມມືກັບນາງລົງມືຄາດຕະກຳຢ່າງໂຫດຫ້ຽມ.

This image has an empty alt attribute; its file name is 3-26.jpg

ທີ່ມາ: fox23

Ad