Top Ad

header ads

ຈຳຄຸກ 10 ປີ ຖານສົ່ງຢາເສບຕິດ

 


ນາງ ວຽງຄອນ ຫຼື ຕາດໍາ ອາຍຸ 30 ປີ ຢູ່ບ້ານໄຊສະຫວ່າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຈຳເລີຍໃນຂໍ້ການຂົນສົ່ງຢາເສບຕິດ ປະເພດຢາບ້າ ຈຳນວນ 1.400 ເມັດ ແລະ ຂໍ້ຫາການປິດບັງການກະທໍາຜິດ, ເຊິ່ງຖືກກັກຕົວ ວັນທີ 4 ມີນາ 2020, ຜ່ານການດຳເນີນຄະດີມາຮອດວັນທີ 4 ພະຈິກ 2020, ຄະນະສານໄດ້ນຳເອົາສຳນວນຂອງຈຳເລີຍຂຶ້ນມາພິຈາລະນາຕັດສິນຈຳຄຸກ 10 ປີ 3 ເດືອນ ປັບໃໝ 105. 000.000 ກີບ.


ຄຳສາລະພາບຂອງ ນາງ ວຽງຄອນ ຫຼື ຕາດໍາ (ຈຳເລີຍ) ມີຢູ່ວ່າ: ເລີ່ມເສບຢາເສບຕິດປະເພດຢາບ້າ ແຕ່ເດືອນກັນຍາ 2019 ເປັນຕົ້ນມາ, ຢາບ້າທີ່ເອົາມາເສບແມ່ນຊື້ມາຈາກໄວລຸ້ນທົ່ວໄປ ຄັ້ງລະ 2 ເມັດ. ມາເດືອນພະຈິກ 2019, ຈຳເລີຍ ໄດ້ຮູ້ຈັກກັບ ທ້າວ ອານຸສັກ ຫຼື ກິໂນ ອາຍຸ 46 ປີ ຢູ່ບ້ານສະພານທອງ ເມືອງສີສັດຕະນາກ ໃນນາມບ່າວ-ສາວ. ຫຼັງຈາກນັ້ນ, ທັງ 2 ໄດ້ໄປ ເຊົ່າເຮືອນຈັດສັນຢູ່ບ້ານໄຊສະຫວ່າງ ເມືອງ ໄຊທານີ ຄ່າຫ້ອງເຊົ່າແມ່ນ ທ້າວ ອານຸສັກ ເປັນຜູ້ຈ່າຍເດືອນລະ 7.000 ບາດ.

ໃນໄລຍະທີ່ຢູ່ນຳກັນ, ທ້າວ ອານຸສັກ ກໍໄດ້ ບອກຈຳເລີຍວ່າ ຜູ້ກ່ຽວເປັນນັກໂທດທີ່ໂຕນໜີຈາກຄ້າຍຄຸມຂັງ ແລະ ຈຳເລີຍ ກໍຮູ້ດີວ່າ ທ້າວ ອານຸສັກ ເຄື່ອນໄຫວຄ້າຂາຍຢາເສບຕິດ ບາງຄັ້ງ ທ້າວ ອານຸສັກ ກໍໄດ້ເອົາຢາບ້າໃຫ້ຈຳເລີຍເສບ ຈໍານວນຫຼາຍຄັ້ງ ຄັ້ງລະ 1-2 ເມັດ. ມາຮອດວັນທີ 4 ມິນາ 2020, ທ້າວ ອານຸສັກ ໄດ້ໂທລະສັບຫາ ຈຳເລີຍ ບອກໃຫ້ເອົາຢາບ້າ ຈໍານວນ 7 ຖົງ ເທົ່າກັບ 1.400 ເມັດ ໄປສົ່ງໃຫ້ລູກຄ້າ ຊື່ ທ້າວ ພູວັນ ຫຼື ເຕ້ຍ ໂດຍຈຳເລີຍຈະໄດ້ເງິນນຳ ທ້າວ ອານຸສັກ ຈຳນວນ 500.000 ກີບ ເມື່ອລົມໂທລະສັບແລ້ວ ຈຳເລີຍກໍຈະເອົາຢາບ້າໄປສົ່ງໃຫ້ ທ້າວ ພູວັນ ຫຼື ເຕ້ຍ ຈຶ່ງຖືກເຈົ້າໜ້າທີ່ເຂົ້າມາຈັບຕົວ ພ້ອມຂອງກາງຢາບ້າ ຈໍານວນ 1.400 ເມັດມາດໍາເນີນຄະດີຕາມກົດໝາຍ.

ຈາກສຳນວນຄະດີຂອງຈຳເລີຍ ມີຫຼັກຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງ ນາງ ວຽງຄອນ (ຈໍາເລີຍ) ເປັນການ ກະທໍາຜິດທາງອາຍາໃນຂໍ້ຫາການຂົນສົ່ງຢາເສບຕິດປະເພດຢາບ້າ ແລະ ການປິດບັງການກະທໍາຜິດ, ເຊິ່ງເປັນການກະທໍາຜິດທີ່ແຕະຕ້ອງຕໍ່ ເສດຖະກິດຂອງຊາດ, ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ການກະທໍາຜິດຕໍ່ລະບຽບການບໍລິຫານ ແລະ ການ ຍຸຕິທໍາ ຕາມທີ່ໄດ້ກໍານົດໄວ້ໃນປະມວນກົດ ໝາຍອາຍາ ມາດຕາ 315 ແລະ ມາດຕາ 380.

ເຫັນວ່າ ບົດບັນທຶກການຈັບຕົວຂອງຈຳເລີຍ ກໍໃຫ້ການຮັບສາລະພາບວ່າ ຈໍາເລີຍ ໄດ້ຂົນສົ່ງຢາເສບຕິດປະເພດຢາບ້າແທ້, ຢາບ້າຈໍານວນ 1.400 ເມັດ ກໍແມ່ນຂອງ ທ້າວ ອານຸສັກ ແທ້ທີ່ຈໍາເລີຍໄດ້ຮັບສົ່ງໃຫ້ ໂດຍໄດ້ຄ່າຈ້າງເປັນ ເງິນຈໍານວນ 500.000 ກີບ ແລະ ຈຳເລີຍ ກໍສາ ລະພາບວ່າ ໄດ້ຮູ້ເຫັນການເຄື່ອນໄຫວຄ້າຂາຍຢາເສບຕິດ ແລະ ການໂຕນໜີຈາກຄ້າຍຄຸມຂັງຕານປ່ຽວຂອງ ທ້າວ ອານຸສັກ ແທ້. ແຕ່ຈໍາເລີຍບໍ່ຈິງໃຈລາຍງານຕໍ່ອໍານາດການປົກຄອງບ້ານ ຫຼື ເຈົ້າໜ້າທີ່ກຽວຂ້ອງ; ສະນັ້ນ, ຖືວ່າການກະທໍາຂອງຈຳເລີຍເປັນການ
ກະທໍາຜິດໃນຂໍ້ຫາການປິດບັງການກະທໍາຜິດຕາມປະມວນກົດໝາຍອາຍາ ມາດຕາ 380 ແລະ ເປັນການກະທໍາຜິດ ໂດຍເຈດຕະນາ ເນື່ອງຈາກວ່າຈໍາເລີຍມີຄວາມຕັ້ງໃຈປິດບັງການກະທໍາຜິດ ແລະ ຂົນສົ່ງຢາເສບຕິດ (ຢາບ້າ) ທັງໆທີ່ຈໍາເລີຍກໍຮູ້ດີວ່າເປັນການກະທໍາຜິດຕໍ່ປະມວນກົດໝາຍ.

ສ່ວນຂອງກາງຢາບ້າ ຈໍານວນ 1.400 ເມັດ ໄດ້ກວດພິສູດວິໄຈ ຈໍານວນ 5 ເມັດ ຜ່ານການກວດພິສູດວິໄຈ ແລ້ວເຫັນວ່າ ຢາບ້າຈໍານວນດັ່ງກ່າວບັນຈຸສານເສບຕິດປະເພດຢາບ້າ (Methamphetamine Tablet +) ແທ້ ຕາມໃບຢັ້ງຢືນຜົນການກວດພິສູດວິໄຈຂອງກົມຕໍາຫຼວດນິຕິວິທະຍາ, ກະຊວງປ້ອງກັນຄວາມສະຫງົບ. ສຳລັບເປົ້າໝາຍທີ່ຈໍາເລີຍໃຫ້ການຊັດທອດຄື: ທ້າວ ອານຸສັກ ແລະ ທ້າວ ພູວັນ ຫຼື ເຕ້ຍ ປັດຈຸບັນເຈົ້າໜ້າທີ່ ໄດ້ນໍາຕົວຜູ້ກ່ຽວມາດໍາເນີນຄະດີແລ້ວ ແລະ ຈະສະຫຼຸບສຳນວນຄະດີສົ່ງໄອຍະການຟ້ອງສານຕັດສິນໃນໄວໆນີ້.

Ad