Top Ad

header ads

ເມົາຢາຝິ່ນ ແລ້ວປະສາດຫຼອນຄິດວ່ານ້ອງຊາຍເຍືອງໂຄມໄຟໃສ່ແລ້ວເກີດໄຟຟ້າຊ໊ອດ #ຈຶ່ງເປັນເຫດຄາດຕະກໍານ້ອງຊາຍຕົນເອງ


ໃນວັນທີ 12  ຕຸລາ 2020 ຜ່ານມານີ້ ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງໝື່ນ ແຂວງວຽງຈັນ ໄດ້ຮັບຂ່າວຈາກພົນລະເມືອງດີວ່າ: ເກີດເຫດອ້າຍຄາດຕະກໍານ້ອງຊາຍຂອງຕົນເອງ ຢູ່ບ້ານໂພນງາມ ເມືອງໝື່ນ ຈາກນັ້ນຈຶ່ງໄດ້ແຕ່ງເຈົ້າໜ້າທີ່ວິຊາສະເພາະ ປກສ ເມືອງ ລົງກວດກາຊັນນະສູດສະຖານທີ່ເກີດເຫດເຫັນວ່າມີມູນຄວາມຈິງແທ້ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ທ້າວ ຊ້າງລີ ອາຍຸ 50 ປີ ປະຊາຊົນ ຢູ່ບ້ານ ໂພນງາມ ເມືອງໝື່ນ ມາທໍາການສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕໍາຫຼວດວິຊາສະເພາະ ປກສ ເມືອງໝື່ນ ແຂວງວຽງຈັນ, ທ້າວ ຊ້າງລີ ໄດ້ຮັບສາລະພາບວ່າ: ຜູ້ກ່ຽວໄດ້ຄາດຕະກໍານ້ອງຊາຍຂອງຕົນແທ້ ເບື້ອງຕົ້ນໃນຄັ້ງວັນທີ 11 ຕຸລາ 2020 ເວລາປະມານ 21 ໂມງ ຕົນເອງກັບທ້າວ ລ້າລີ (ຜູ້ເສຍຊີວິດ) ໄດ້ຊວນການໄປເສບຢາຝິ່ນຢູ່ເຮືອນທ້າວ ເຊັ່ງລີ(ນ້ອງຊາຍຂອງພວກກ່ຽວ) ພາຍຫຼັງເສບຢາແລ້ວກໍ່ໄດ້ນອນເຮືອນທ້າວ ເຊັ່ງລີ ເລີຍ ຕົກມາຮອດເວລາປະມານ 23 ໂມງຂອງວັນດຽວກັນ ທ້າວ ຊ້າງລີ ໄດ້ມີອາການປະສາດຫຼອນ ຄິດວ່າ:

ທ້າວ ລ້າລີ ເຍືອງໂຄມໄຟໃສ່ຜູ້ກ່ຽວແລ້ວເກີດເປັນໄຟຟ້າຊ໊ອດ, ເມື່ອເປັນຄືແນວນັ້ນຈຶ່ງໄດ້ມີແນວຄິດໂມໂຫໃຈຮ້າຍໃສ່ນ້ອງຊາຍ ແລ້ວຜູ້ກ່ຽວໄດ້ຈັບເອົາສາກຕໍາແຈ່ວທີ່ວາງຢູ່ໃນເຮືອນຄົວ ຍາວ 38 ເຊັນ ຈໍານວນ 1 ອັນ  ຟາດໃສ່ຫົວທ້າວ ລ້າລີ ທີ່ກໍາລັງນອນຢູ່ ຈໍານວນ 3 ບາດ ຢ່າງແຮງ ຈົນເສຍຊີວິດກັບທີ່ ຈາກນັ້ນຜູ້ກ່ຽວຈຶ່ງໄດ້ເອົາຕົວລົບໜີ ຕົກມາຮອດ ວັນທີ 12 ຕຸລາ 2020 ຈຶ່ງຖຶກເຈົ້າໜ້າທີ່ຈັບຕົວມາດໍາເນີນຄະດີ.
ຕາມການຕີລາຄາຂອງເຈົ້າໜ້າທີ່ ເຫັນວ່າ ທ້າວ ຊ້າງລີ ແມ່ນມີເຈດຕະນາທໍາຮ້າຍຮ່າງກາຍ ຈົນເຮັດໃຫ້ຜູ້ອື່ນເສຍຊີວິດແທ້ ເຊີ່ງການກະທໍາດັ່ງກ່າວ ມີຄວາມຜິດຕາມກົດໝາຍອາຍາ ມາດຕາ 188 ໃນສະຖານການຄາດຕະກໍາຕາມປະມວນກົດໝາຍອາຍາແຫ່ງ ສປປ ລາວ ສະບັບເລກທີ 26/ສພຊ ລົງວັນທີ 17 ພຶດສະພາ 2017. 



 
ພາບ-ຂ່າວ: ປກສ ແຂວງວຽງຈັນ, ທອງສີ

Ad