Top Ad

header ads

ຂໍ້ອ້າງຂ້າປິດປາກເດັກ ຍ້ອນຢ້ານບອກພໍ່ແມ່ທີ່ລັກເຂົ້າເຮືອນໄປລັກເຄື່ອງ



ໃນວັນທີ 16 ມີນາ 2021, ເວລາປະມານ 19:00 ໂມງ ໄດ້ມີຄົນຮ້າຍຄາດຕະກຳ ນາງ ມີນາ ອາຍຸ 12 ປີ ນັກຮຽນບ້ານປາກຊ້າງ ເມືອງສຸຂຸມແຂວງຈໍາປາສັກ. ດັ່ງນັ້ນ, ເຈົ້າໜ້າທີ່ວິຊາສະເພາະ ຈຶ່ງໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາສັນນະສູດສະຖານທີ່ເກີດເຫດ ແລະ ເກັບກຳຂໍ້ມູນຫຼັກຖານຕົວຈິງ. ມາຮອດເວລາ 20:00 ໂມງ ຈຶ່ງສາມາດກັກ ຕົວ ທ້າວ ນາ ອາຍຸ 24 ປີ ຄົນບ້ານດຽວກັນ.

ຜ່ານການສອບສວນຂອງເຈົ້າໜ້າທີ່, ຜູ້ກໍ່ເຫດສາລະພາບວ່າ: ໃນວັນທີ 16 ມີນາ 2021, ເວລາປະມານ 17:00 ໂມງ ຕົນໄດ້ຍ່າງອອກຈາກເຮືອນ ເພື່ອຈະໄປຊອກຫາດື່ມເຫຼົ້າ ພໍໄປຮອດຮ້ານຂາຍເຄື່ອງຢູ່ບ້ານດຽວກັນ ກໍໄດ້ເຂົ້າໄປຊື້ເຫຼົ້າຂາວ 1 ແກ້ວ ແລ້ວດື່ມຍ່າງເລາະໄປຕາມທາງຄົນດຽວ. 

ມາຮອດເວລາ 18:00 ໂມງ ເກີດມີແນວຄິດຢາກໄດ້ເງິນ ເພື່ອໄປໃຊ້ໜີ້ຄ່າເຫຼົ້າ; ພໍຍ່າງໄປຮອດເຮືອນຫຼັງໜຶ່ງໄດ້ສັງເກດເຫັນຄົນຂາຍເຄື່ອງຢູ່ໜ້າເຮືອນ ຈຶ່ງໄດ້ຍ່າງໄປທາງຫຼັງປີນກຳແພງຂຶ້ນເຮືອນ. 

ເວລານັ້ນ, ໄດ້ເຫັນພ້າຢູ່ເທິງກຳແພງ ຈຶ່ງຖືຕິດຕົວເຂົ້າໄປໃນເຮືອນ ເມື່ອສັງເກດບໍ່ເຫັນໃຜ ກໍໃຊ້ພ້າງັດຕູ້ເຄື່ອງແລ້ວຊອກເອົາເງິນ ແລະ ເຄື່ອງຂອງມີຄ່າ ແຕ່ບໍ່ມີຫຍັງ. ຈາກນັ້ນ ຈຶ່ງຍ່າງໄປໄຂປະຕູຫ້ອງນອນແລ້ວພົບເຫັນເດັກຜູ້ຍິງ 1 ຄົນທີ່ກຳລັງນອນຫຼິ້ນໂທລະສັບຢູ່ໄດ້ແນມເຫັນຕົນເອງ ແລະ ຢ້ານເດັກຜູ້ຍິງຄົນດັ່ງກ່າວບອກພໍ່-ແມ່ ເພື່ອແຈ້ງເຈົ້າໜ້າທີ່. ທັນໃດນັ້ນ, ຜູ້ກ່ຽວໄດ້ໂດດຂຶ້ນໄປເທິງຕຽງ ທີ່ເດັກນອນຢູ່ແລ້ວເອົາມືຂວາຈັບຜົມ ແລະ ໃຊ້ພ້າປາດຄໍ 3 ບາດ ເຮັດໃຫ້ເດັກຜູ້ຍິງລົ້ມລົງ ແລະ ເສຍຊີວິດ.

ຈາກນັ້ນ. ກໍປົດເອົາຕຸ້ມຫູຄ້າຍຄືຄຳ 1 ຄູ່ ແລະ ເອົາໂທລະສັບມືຖື 1 ເຄື່ອງ ແລ້ວອອກມາຈາກຫ້ອງນອນ ໄດ້ສັງເກດເຫັນກະເປົ໋າເງິນວາງຢູ່ຕູ້ໃສ່ເຄື່ອງຢູ່ໜ້າຫ້ອງນອນ ກໍໄຂເບິ່ງເຫັນເງິນຈຳນວນໜຶ່ງ. ຫຼັງຈາກນັ້ນ, ກໍໄຂປະຕູປ່ອງ ຢ້ຽມແລ້ວແລ່ນໜີ. ພໍໄປຮອດກຳແພງເຮືອນ ຈຶ່ງໄດ້ແກວ່ງພ້າຖິ້ມແລ້ວນອນພັກເຊົາໃນເຮືອນປະຊາຊົນຢູ່ບ້ານດຽວກັນ. ມາຮອດເວລາ 20:00 ໂມງ ຂອງວັນດຽວກັນ ຈຶ່ງຖືກເຈົ້າໜ້າທີ່ຈັບຕົວພ້ອມເງິນ ຈຳນວນ 3.310.000 ກີບສາຍແຂນຄ້າຍຄືຄຳ 1 ເສັ້ນ, ຕຸ້ມຫູ 1 ຄູ່ ແລະ ໂທລະສັບມືຖື.


Ad