ໃນຕົ້ນເດືອນ ມິຖຸນາ 2021 ທາງກອງບັນຊາການ ປກສ ແຂວງອຸດົມໄຊ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ: ຢູ່ຈຸດພື້ນທີ່ສວນລ້ຽງງົວ ຢູ່ເຂດບ້ານພູສະຫວັນ, ເມືອງໄຊ ແຂວງອຸດົມໄຊ ໄດ້ພົບເຫັນຮ່ອງຮອຍສົງໄສມີການຜະລິດຢາເສບຕິດ ຈິ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງກວດກາຊັນນະສູດຈຸດພື້ນທີ່ດັ່ງກ່າວ ຜ່ານການກວດກາ ຊັນນະສູດເຫັນວ່າມີຂໍ້ມູນຫຼັກຖານທີ່ເຊື່ອຖືໄດ້ວ່າ,ມີການຜະລິດຢາເສບຕິດຢູ່ຈຸດດັ່ງກ່າວແທ້ ເປົ້າໝາຍສົງໄສທີ່ເປັນເຈົ້າຂອງສວນ ແລະ ເປັນຕົວການໃນການເຄື່ອນໄຫວຜະລິດຢາເສບຕິດແມ່ນ ທ້າວ ວາລີ ວ້າ ປະຊາຊົນຢູ່ ບ້ານພູສະຫວັນ, ເມືອງໄຊ, ແຂວງອຸດົມໄຊ,
ມາຮອດເວລາ 6 ໂມງເຊົ້າ ຂອງວັນທີ 27 ມິຖຸນາ 2021 ເຈົ້າໜ້າທີ່ຈຶ່ງເຂົ້າກວດກາຕິດຕາມ ສະພາບຢູ່ຈຸດພື້ນທີ່ດັ່ງກ່າວ ພົບເຫັນເປົ້າໝາຍ 2 ຄົນທີ່ເຄື່ອນໄຫວເຂົ້າ-ອອກ ເຮືອນຂອງເປົ້າໝາຍ ເຂດບ້ານພູສະຫວັນ ( ຫຼັກ 28 ) ເມືອງໄຊ ແຂວງອຸດົມໄຊຫາຈຸດພັກເຊົ່າຂອງພວກກ່ຽວທີ່ ບ້ານຫຼັກ 32 ທ່າທາງມີພິລຸດສົງໄສ ຈິ່ງໄດ້ເຂົ້າກວດກາສອບຖາມ ຈິ່ງຮູ້ວ່າຊື່ ທ້າວ ເຈຍວ່າ ແລະ ນາງ ເດົາລີ (ຜົວເມຍ) ແລະ ໄດ້ກວດກາພົບເຫັນຢາບ້າ ຈໍານວນ 81 ມັດ, ກັບ 4 ຖົງນ້ອຍ ມີ 162.800 ເມັດ ນ້ໍາໜັກ 19 ກິໂລກຣາມ ທີ່ບັນຈຸຢູ່ໃນແກັດເຈ້ຍກະກຽມເຄື່ອນຍ້າຍອອກຈໍາໜ່າຍ
![](https://blogger.googleusercontent.com/img/b/R29vZ2xl/AVvXsEhRP75hQPpB8z5rpdhpdou-wKa4Bd_MyIRt5EZKC-0F8za-9ugLOayQBQMjE5w7jlqfBDNO8MKFbjrxSrSgraMTw9wMSOXPmldNJnQhKtv9O3_3ZSyaK_ztkitRwkeLkCy5p11qUrkBRnw/s16000/4.jpg)
ຈາກນັ້ນທາງກອງບັນຊາການ ປກສ ແຂວງ ຈິ່ງໄດ້ປະສານສົມທົບກັບກຳລັງກອງບັນຊາການທະຫານ ແຂວງອຸດົມໄຊເພື່ອວາງແຜນເຂົ້າມ້າງຄະດີ ຢ່າງຮີບດ່ວນ ດ້ວຍຮູບການເຂົ້າຈັບກຸມ ແລະ ກວດຄົ້ນເຄຫະສະຖານ (ເຮືອນ) ຢູ່ບ້ານພູສະຫວັນ ແລະ ຈຸດພັກເຊົາຂອງເປົ້າໝາຍຢູ່ບ້ານຫຼັກ 32 ພ້ອມທັງ ບັນຈຸກໍາລັງເຂົ້າກວດຄົ້ນ ຈຸດສົງໄສມີການຜະລິດຢາເສບຕິດຢູ່ໃນພື້ນທີ່(ສວນ) ຂອງເປົ້າໝາຍ ໂດຍຊ້ອງ ໜ້າກັບອົງການປົກຄອງບ້ານ ແລະ ຜູ້ຕາງໜ້າຈາກອົງການໄອຍະການປະຊາຊົນແຂວງ ໂດຍມີຈຸດເປົ້າໝາຍທັງໝົດ 7 ຈຸດ, ຜ່ານການຈັດຕັ້ງປະຕິບັດສາມາດກັກຕົວເປົ້າໝາຍ ແລະ ຍຶດເຄື່ອງຂອງກາງຫຼາຍປະເພດ. ຈຸດທີ 1 ກວດຄົ້ນເຄຫະສະຖານ ( ເຮືອນ ) 2 ຫຼັງ ແລະ ກວດຄົ້ນພື້ນທີ່(ສວນ)ຈຸດຜະລິດຢາເສບຕິດ ຢູ່ເຂດບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ ສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ ທ້າວ ວາລີ ວ້າ ອາຍຸ 31 ປີ, ສັນຊາດ ລາວ, ປະຊາຊົນ ພົບຂອງກາງ ເຄື່ອງຈັກຜະລິດຢາບ້າຈໍານວນ 2 ເຄື່ອງ ຢາເສບຕິດປະເພດ(ຢາບ້າ)ຈໍານວນ 1.469.999 ເມັດ ນ້ໍາໜັກ 139,2 ກິໂລ ກຣາມ,ຢາບ້າ ທີ່ຍັງເປັນແປ້ງຝຸ່ນສີແດງ ບໍ່ທັນໄດ້ອັດເປັນເມັດ ມີຈໍານວນ 846,5 ກິໂລກຣາມ,ຢາໄອສ໌ ນ້ໍາ
ໜັກ 3 ກິໂລກຣາມ,ຢາປະເພດເມັດສີຂາວມີເຄື່ອງໝາຍ WY ຄ້າຍຄືຢາບ້າ ຈໍານວນ 8.791 ເມັດນ້ໍາໜັກ 800 ກຣາມ,ແປ້ງຝຸ່ນສີຂາວ ນ້ໍາໜັກ 17,2 ກິໂລກຣາມ,ກາຈໍ້າ ມີເຄື່ອງໝາຍຕົວ Y ຈໍານວນ 1 ອັນ, ມີເຄື່ອງໝາຍຕົວ A ຈໍານວນ 1 ອັນ ແລະ ເຄື່ອງ ໝາຍເລກ 1ຈໍານວນ 1 ອັນ,ຖົງຢາງເປົ່າ 17,2 ກິໂລກຣາມ, ລົດຈັກ 2 ຄັນ, ກວດຄົ້ນເຮືອນ 2 ຫຼັງ ພົບຂອງກາງ ເງິນກີບ ຈໍານວນ 18.000.000 ກີບ, ເງິນບາດໄທ 155.000 ບາດ, ສາຍຄໍຄ້າຍຄືຄໍາ 1 ເສັ້ນ,ລົດຈິບ ຍີ່ຫໍ້ TOYOTA ລຸ້ນ FORTUNER ສີຂາວ ທະບຽນ ກກ 3889 ອຸດົມໄຊ,ລົດກະບະ HUYNDAI ສີຂາວ ( ບໍ່ມີປ້າຍ ) ແລະ ລົດຈັກ 2 ຄັນ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEjviC00ZbdgvpTdOy1PlA7XIgCAAiC4EQm62Y45Ycffunhr3ftxcTNGthUlr2YPco_p5S7o3cIwiRW8ZmIEUvYAvs4EMqftdTFIHLRHUNt4g82TiGdRRsJNmBCsgrl1vr207p99MlHw_2I/s16000/3.jpg)
ຈຸດທີ 2 ກວດຄົ້ນເຄຫະສະຖານ ( ເຮືອນ ) 1 ຫຼັງ ກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ທ້າວ ຕຸວ້າ ອາຍຸ 20 ປີ, ສັນຊາດລາວ, ປະຊາຊົນ,ຂອງກາງ ຢາບ້າ 218 ເມັດ ນ້ໍາໜັກ 22,7 ກຣາມ,ປືນສັ້ນ 9 ມມ 1 ກະບອກ ພ້ອມລູກປືນ 24 ລູກ,ລົດຈັກ 1 ຄັນ,ເງິນກີບ ຈໍານວນ 43.000.000 ກີບ,ເງິນບາດ ຈໍານວນ 98.000 ບາດ,ສາຍຄໍສີເຫຼືອງຄ້າຍຄືຄໍາ 1 ເສັ້ນ. ຈຸດທີ 3 ກວດຄົ້ນເຄຫະສະຖານ ( ເຮືອນ ) 1 ຫຼັງ ຜູ້ຖືກຫາໄດ້ 1 ຄົນ ຊື່ນາງ ໄມ່ມົວ ອາຍຸ 49 ປີ, ສັນຊາດລາວ, ປະຊາຊົນ ມີຂອງກາງ ຢາບ້າ 95 ເມັດ ນ້ໍາໜັກ 10,1 ກຣາມ,ເງິນກີບ ຈໍານວນ 1.700.000 ກີບ,ເງິນບາດໄທ ຈໍານວນ 111.000 ບາດ, ຕາດ່ຽງຊັງຢາຝິ່ນ 1 ອັນ,ໂທລະສັບ 6 ເຄື່ອງ,ໃບຕາດິນ 1 ໃບ.
ຈຸດທີ 4 ກວດຄົ້ນເຄຫະສະຖານ ( ເຮືອນ ) 1 ຫຼັງ ກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ນາງ ໄມ່ຊົງ ອາຍຸ 16 ປີ, ສັນຊາດລາວ, ປະຊາຊົນ,ມີຂອງກາງ ຢາບ້າ 366 ເມັດ ນ້ໍາໜັກ 31,8 ກຣາມ,ເງິນກີບ ຈໍານວນ 9.000.000 ກີບ,ເງິນບາດໄທ ຈໍານວນ 217.000 ບາດ,ລົດຈັກ ຮອນດາເວບ 1 ຄັນ,ສາຍຄໍສີເຫຼືອງຄ້າຍຄືຄໍາ 1 ເສັ້ນ ນ້ໍາໜັກ 36,1 ກຣາມ,ໂທລະສັບ 3 ເຄື່ອງ.
ຈຸດທີ 5 ຜູ້ຖືກຫາໄດ້ 1 ຄົນ ຊື່ນາງ ເຊັງວ້າ ອາຍຸ 18 ປີ, ສັນຊາດລາວ, ປະຊາຊົນ,ເຄື່ອງຂອງກາງຍຶດໄດ້ມີ ເງິນກີບ ຈໍານວນ 1.700.000 ກີບ,ເງິນບາດ ຈໍານວນ 219.000 ບາດ, ສາຍຄໍສີເຫຼືອງຄ້າຍຄືຄໍາ ພ້ອມກີ້ 1 ເສັ້ນ, ນໍ້າໜັກ 19,4 ກຣາມ,ປືນແກັບ 01ກະບອກ.ເປົ້າໝາຍຈຳນວນດັ່ງກ່າວ ຢູ່ບ້ານພູສະຫວັນ ເມືອງໄຊ ແຂວງອຸດົມໄຊ.
ຈຸດທີ 6 ເຄຫະສະຖານ ( ເຮືອນ ) 1 ຫຼັງ ຢູ່ບ້ານ ຫຼັກ 32 ແລະ ກວດຄົ້ນຈຸດຜະລິດຢາເສບຕິດ ຢູ່ເຂດບ້ານພູສະຫວັນ ເມືອງໄຊ ກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ທ້າວ ກາເຢັງຊົງ ອາຍຸ 34 ປີ, ສັນຊາດລາວ, ອາຊີບສອມແປງລົດ, ຢູ່ບ້ານຫຼັກ 32, ເມືອງໄຊ, ແຂວງອຸດົມໄຊ ຂອງກາງມີ ເຈ້ຍປໍສາ 60 ກິໂລກຣາມ,ສະກ໋ອດສີຂາວ 17 ກໍ່,ສະກ໋ອດສີເຫຼືອງ 5 ກໍ່,ຖົງຢາງ 2 ຕັບ,ຢາງບ້ວງສີແດງ 2 ກິໂລກຣາມ,ເງິນກີບ ຈໍານວນ 210.000.000 ກີບ,ປື້ມບັນຊີເງິນຝາກ 1 ຫົວ,ໂທລະສັບ 2 ເຄື່ອງ,ສາຍຄໍສີເຫຼືອງຄ້າຍຄືຄໍາ ພ້ອມກີ້ພະ 1 ເສັ້ນ ນ້ໍາໜັກ 77,1 ກຣາມ,ປືນລົມ 1 ກະບອກ ພ້ອມລູກ 2 ລູກ,ເອກະສານນໍາໃຊ້ລົດ 1 ຊຸດ,ລົດກະບະ ຍີ່ຫໍ້ TOYOTA ລຸ້ນ REVO ສີປອນເງິນ ທະບຽນ ມຂ 8866 ກໍາແພງນະຄອນຈຳນວນ 1 ຄັນ,ເຄື່ອງຈັກຜະລິດຢາບ້າ 1 ເຄື່ອງ, ເຄື່ອງອັດຢາບ້າ ພ້ອມຈັກປັນໄຟ 1 ເຄື່ອງ,ຢາບ້າເມັດສີຂຽວ ຈໍານວນ 43.956 ເມັດ ນ້ໍາໜັກ 4 ກິໂລ ກຣາມ,ຢາໄອສ໌ ນ້ໍາໜັກ 1 ກິໂລກຣາມ,ຖົງຢາງເພື່ອບັນຈຸຢາບ້າ ( ຖົງເປົ່າ ) ນ້ໍາໜັກ 13,6 ກິໂລ ກຣາມ,ແປ້ງຝຸ່ນສີແດງ ນ້ໍາໜັກ 1,5 ກິໂລກຣາມ,ແປ້ງຝຸ່ນສີຂຽວ 1 ຖົງນ້ອຍ ນ້ໍາໜັກ 360 ກຣາມ,ແປ້ງຝຸ່ນສີຂາວ 9,4 ກິໂລກຣາມ,ກາຈ້ໍາ ມີເຄື່ອງໝາຍຕົວ Y ຈໍານວນ 4 ອັນ, ມີເຄື່ອງໝາຍຕົວ A ຈໍານວນ 3 ອັນ ແລະ ເຄື່ອງ ໝາຍເລກ 1 ຈໍານວນ 3 ອັນ,ລົດຊິ້ງ 1 ຄັນ.
![](https://blogger.googleusercontent.com/img/b/R29vZ2xl/AVvXsEiSDSaPx_74o0g5eI6yFDa3CmShoOHM8_B4UN-4VNgZYTJSI92H-0bA9b9m_x8CscZ9ukahJw7moldrmf5XQjONXoz3DVUqfxKq5OZcluv7OCIbsWZfbCedQYbKXIUFPd7SZgaMX0cILSk/s16000/8.jpg)
ຈຸດທີ 7 ເຄຫະສະຖານ ( ເຮືອນ ) 1 ຫຼັງ ຢູ່ບ້ານຫຼັກ 32 ກັກຕົວຜູ້ຖືກຫາໄດ້ 2 ຄົນ ຊື່ ທ້າວ ເຈຍ ວ້າ ອາຍຸ 26 ປີ, ສັນຊາດລາວ, ປະຊາຊົນ ຢູ່ບ້ານພູສະຫວັນ ແລະ ນາງ ເດົາລີ ອາຍຸ 24 ປີ, ສັນຊາດລາວ, ປະຊາຊົນ ຢູ່ບ້ານປຸງວົງ, ເມືອງໄຊ, ແຂວງອຸດົມໄຊ ມີຂອງກາງ ຢາບ້າ ຈໍານວນ 81 ມັດ ກັບ 4 ຖົງນ້ອຍ ມີ 162.800 ເມັດ ນ້ໍາໜັກ 19 ກິໂລກຣາມ,ລົດກະບະ ແດຫັນ ສີປອນເງິນ ທະບຽນ ກດ 1622 ກໍາແພງນະຄອນຈຳນວນ 1 ຄັນ.
ຜ່ານການສືບສວນ-ສອບສວນ ທ້າວ ວາລີ ວ້າ ໄດ້ໃຫ້ການຮັບສະພາບວ່າ ໄດ້ເຄື່ອນໄຫວຜະລິດຢາບ້າແທ້, ເຄື່ອງຂອງກາງຢາເສບຕິດ, ເຄື່ອງຈັກ, ເຄື່ອງມື, ອຸປະກອນທີ່ໃຊ້ຜະລິດຢາເສບຕິດ ທີ່ເຈົ້າໜ້າທີ່ກວດກາພົບເຫັນ ແລະ ຍຶດໄດ້ ຢູ່ສວນຂອງຜູ້ກ່ຽວນັ້ນແມ່ນຂອງຜູ້ກ່ຽວແທ້ ເຊິ່ງເລີ່ມຜະລິດຢາບ້າມາແຕ່ເດືອນ ກຸມພາ 2021 ເປັນຕົ້ນມາ ໂດຍມີຜູ້ຮ່ວມຂະບວນການໃນການຜະ ລິດຢາບ້າໃນຄັ້ງນີ້ຫຼາຍຄົນ, ປະຈຸບັນລາຍຄະດີດັ່ງກ່າວຢູ່ໃນການສືບສວນ-ສອບສວນຂອງເຈົ້າໜ້າທີເພື່ອຂະຫຍາຍຜົນ ແລະ ດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.