Top Ad

header ads

ກຽມພົບກັບຄວາມເປັນລະບຽບຮຽບຮ້ອຍ ຈາກການຈັດລະບຽບສາຍໄຟຟ້າໃນນະຄອນຫຼວງວຽງຈັນ

 


ອີງຕາມແຈ້ງການຂອງລັດວິສາຫະກິດໄຟຟ້າລາວ ຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງສາຂານະຄອນຫຼວງ 1, ລົງເມື່ອວັນທີ 1 ມີນາທີ່ຜ່ານມາ ກ່ຽວກັບການປະຕິບັດວຽກປັບປຸງວຽກສາຍເກາະຫ້ອຍໃຫ້ສຳເລັດຢູ່ 7 ເສັ້ນທາງ ເພື່ອຈັດສັນຄວາມເປັນລະບຽບຮຽບຮ້ອຍຊຸມສາຍໄຟຟ້າ, ສາຍໂທລະຄົມມະນາຄົມ ທີ່ເກາະຫ້ອຍຕາມເສົາໄຟຟ້າຢູ່ໃນນະຄອນຫຼວງວຽງຈັນ,

ເຊິ່ງອີງໃສ່ແຈ້ງການທີ່ຈະປະຕິບັດວຽກຈັດສັນສາຍເກາະຫ້ອຍ ໃຫ້ສໍາເລັດໃນ 7 ເສັ້ນທາງຄື:
- ເສັ້ນທາງແຄມຂອງ (ແຕ່ໜ້າທະນາຄານການຄ້າ ຫາ ວົງວຽນ ໂຮງຮຽນປາກປ່າສັກ)
- ເສັ້ນທາງ 23 ສິງຫາ (ແຕ່ປະຕູໄຊ-ວົງວຽນທາດຫລວງ-ໄຟແດງທາດຫລວງ)
- ເສັ້ນທາງກໍາແພງເມືອງ (ແຕ່ໄຟແດງໂພນເຄັງ-ໄຟແດງທາດຫລວງ)
- ເສັ້ນທາງ ໜອງບອນ (ແຕ່ໂຮງໝໍມະໂຫສົດ-ວົງວຽນທາດຫລວງ-ວົງວຽນ 450 ປີ ໂພນເຄັງ)
- ເສັ້ນທາງ ສຸພານຸວົງ (ແຕ່ວັດອິນແປງ-ສວນສີເມືອງ)
- ເສັ້ນທາງ ເສດຖາທິລາດ (ແຕ່ວັດອິນແປງ-ສວນສີເມືອງ)
- ເສັ້ນທາງ ສາມແສນໄທ (ແຕ່ສວນສີເມືອງ-ສວນເຈົ້າຟ້າງຸ່ມ)

ການຕິດຕັ້ງຄອນສາຍຂອງສາຍເກາະຫ້ອຍ, ທີ່ທາງນະຄອນຫຼວງ1 ຮັບຜິດຊອບຕິດຕັ້ງສໍາເລັດແລ້ວ ຢູ່ເສັ້ນທາງແຄມຂອງ ທີ່ຈະເຮັດເປັນຕົ້ນແບບສວຍງາມ, ແນໃສ່ກະກ້ຽມຕ້ອນຮັບກອງປະຊຸມສຸດຍອດອາຊຽນ ທີ່ນະຄອນຫຼວງຈະເປັນເຈົ້າພາບໃນປີ 2024 ແລະ ເປັນການເປີດປີທ້ອງທ່ຽວລາວ 2024, ພ້ອມນີ້ໃຫ້ບັນດາກົມສື່ສານ ແລະ ບໍລິສັດ ສາຍສື່ສານທຸກຂະແໜງ ເຂົ້າມາຍົກຍ້າຍ ແລະ ຈັດສັນໃຫ້ເປັນລະບຽບຮຽບຮ້ອຍ, ຢູ່ເສັ້ນທາງແຄມຂອງທີ່ ສາຂານະຄອນຫຼວງ 1 ກຳນົດໃຫ້ໃນລະຫວ່າງວັນທີ 5-10 ມີນາ 2024 ໃຫ້ສໍາເລັດ.

ໃນການຈັດສັນສາຍສື່ສານຄືນໃໝ່ຕາມຮູບແບບສວຍງາມ, ແມ່ນໃຫ້ບັນດາ ບໍລິສັດສາຍສື່ສາຍທຸກຂະແໜງຕ້ອງຈັດວາງໄປຕາມສີທີ່ໄດ້ກໍານົດ ແລະ ສາຍສື່ສານໂຕເກົ່າທີ່ບໍ່ໄດ້ໃຊ້ງານແມ່ນໃຫ້ກູ້ຄືນທັງໝົດ, ໃນລະຫວ່າງວັນທີ 5-10 ມີນາ 2024 ຖ້າຫາກບໍລິສັດສາຍສື່ສາຍໃດບໍ່ມາຈັດຕັ້ງປະຕິບັດຕາມແຈ້ງການ, ທາງສາຂານະຄອນຫຼວງ ແມ່ນຈະໄດ້ຕັດສາຍສື່ສາຍດັ່ງກ່າວອອກ ແລະ ຈະບໍ່ຮັບຜິດຊອບຄ່າເສຍຫາຍໃດໆ.
ຂ່າວ: ສາຂາ ໄຟຟ້າ ນວ 1
Ad