Top Ad

header ads

ອັບເດດຫລ້າສຸດ ເຫດການຂຸດຄົ້ນພະພຸດທະຮູບເກົ່າແກ່ທີ່ຫາດດອນເຜິ້ງຄຳ



 ຕາມລາຍງານຈາກຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວເມືອງຕົ້ນເຜິ້ງ ໃນຕອນຄ່ຳຫລັງຈາກໄດ້ສັງລວມການຂຸດຄົ້ນປະຈຳວັນແລ້ວລະບຸວ່າ: ການຂຸດຄົ້ນຍັງສືບຕໍ່ຢ່າງຕໍ່ເນື່ອງ ສະເພາະວັນທີ 21 ມີນາ 2024

ນີ້ສາມາດຂຸດພົບພະພຸດທະຮູບ 19ອົງ, ສຽນພະ 5 ສຽນ, ຈອມເກດ 1ຈອມ, ພະປາງລີລາ 18 ອົງ, ພະໃບໂພ 12 ອົງ, ພະຫໍສະຫວັນ 6 ອົງ, ພະສິມມາ 1 ອົງ, ພະສຸມກໍ 1 ອົງ ແລະ ສິ້ນສ່ວນໂລຫະອີກຈຳນວນໜື່ງ, ພົບສິ້ນສ່ວນເສົາ ແລະ ທາດ ທີ່ຍັງຄົງມີລວດລາຍທີ່ສວຍງາມເພີ່ມຕື່ມ.

ສ່ວນມື້ຖັດໄປຈະມີຫຍັງເພີ່ມຕື່ມທີມຂ່າວເສດຖະກິດ-ການຄ້າຈະລາຍງານເປັນແຕ່ລະໄລຍະໄປ.

Ad