Top Ad

header ads

ເສຍຊີວິດ 1 ແລະ ບາດເຈັບ 2 ເຫດຜິດຖຽງ ແລະ ອາລະວາດວາດໃຊ້ປືນຍິງກັນ ຢູ່ບ້ານດົງຊຽງດີ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ



ທີມກູ້ຊີບກູ້ໄພນະຄອນຫລວງ ເຂດ 4 ລາຍງານວ່າ: 
ເວລາ21:00ນາທີ ວັນທີ 6 ເມສາ 2024 ໄດ້ອອກຫດຊ່ວຍເຫລືອຜູ້ບາດເຈັບຈາກເຫດການ ຜິດຖຽງ ແລະ ອາລະວາດໃຊ້ປືນວິວາດຍິງກັນ ຢູ່ບ້ານດົງຊຽງດີເມືອງນາຊາຍທອງ ນະຄອນຫລວງວຽງຈັນ


 ມີຜູ້ບາດເຈັບ 2 ຄົນ ແລະ ເສຍຊິວິດ1ຄົນ ຜູ້ທີ1 ເພດຊາຍ ບາດເຈັບສາຫັດ ຖືກຍິງບາດແຜເປີດໃຫຍ່ຂາຊ້າຍ ຜູ້ທີ2 ເພດຍິງບາດເຈັບສາຫັດ ຖືກຍິງເຂົ້າໜ້າທ້ອງ2ນັດ ຜູ້ທີ 3 ເພດຊາຍ ເສຍຊີວິດຄາທີ່


 ຖືກຍິງເຂົ້າທີ່ທ້ອງແລະລຳຕົວ ທີມງານໜ່ວຍກູ້ໄພໄດ້ທຳການປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງຜູ້ບາດເຈັບໄປໂຮງໝໍ. 

ສະແດງຄວາມເສຍໃຈກັບຜູ້ເສຍຊີວິດ ສ່ວນລາຍລະອຽດເຈົ້າໜ້າທີ່ຈະລາຍງານໃຫ້ຮັບຊາບຕື່ມພາຍຫລັງ
Ad