Top Ad

header ads

ສຸດຍອດ ຊົມເຊີຍ ໂຮງໝໍສູນກາງ 103 ກອງທັບ ສຶບຕໍ່ສໍາເລັດການຜ່າຕັດປູກຖ່າຍໄຂ່ຫລັງ 3 ກໍລະນີ

 


ໃນລະຫວ່າງວັນທີ 10-12 ທັນວາ 2023 ຜ່ານມາ, ໂຮງໝໍສູນກາງ 103/ ກອງທັບປະຊາຊົນລາວ ໄດ້ສົມທົບກັບ ໂຮງໝໍ 103/ ວິທະຍາຄານການແພດ ກອງທັບປະຊາຊົນຫວຽດນາມ ຜ່າຕັດປູກໄຂ່ຫລັງໃຫ້ 3 ຄູ່ ກໍ ລະນີສໍາເລັດຜົນຢ່າງຈົບງາມ. ໃນນັ້ນ, ເພດຊາຍ ແລະ ຍິງ ກໍລະນີອາຍຸແຕ່ 34-59 ປີ, ທັງ ກໍລະນີ ລ້ວນແຕ່ເປັນພະຍາດ ໄຂ່ຫລັງຊຸດໂຊມຊໍາເຮື້ອໄລຍະທ້າຍ ຕ້ອງໄດ້ປີ່ນປົວດ້ວຍການຟອກເລືອດເປັນປະຈໍາມາ ຫລາຍປີ.

ພາຍຫລັງໄດ້ກວດກາຢ່າງລະອຽດ ທາງດ້ານສຸຂະພາບຮ່າງກາຍຄວາມເໝາະສົມດ້ານພູມຄຸມກັນ ລະ ຫວ່າງຜູ້ບໍລິຈາກ ແລະ ຜູ້ຮັບໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ເປີດກອງປະຊຸມປຶກສາຫາລືດ້ານ ວິຊາການເພື່ອຜ່ານແຜນການຜ່າຕັດ ໃນວັນທີ 8 ທັນວາ 2003. ກອງປະຊຸມໄດ້ຕົກລົງເປັນເອກະສັນ 100% ເຫັນດີ ທັງ ຄູ່ກໍລະນີ ແມ່ນມີຄວາມພ້ອມທາງດ້ານສຸຂະພາບ ແລະ ເອກະສານທຸກໆຢ່າງແມ່ນຄົບຖ້ວນ ຖືກຕ້ອງ ສະມາດດໍາເນີນການຜ່າຕັດໄດ້.

ພາຍຫລັງຜ່າຕັດສໍາເລັດ ທັງ ກໍລະນີໄດ້ຕິດຕາມຢ່າງໃກ້ຊິດ ຢູ່ຫ້ອງພັກກຟື້ນທີ່ຮັບປະກັນການອະເຊື້ອມີອຸປະກອນຕິດຕາມ ຄົບຖ້ວນທັນສະໄໝ ແລະ ມີທິມງານແພດໝໍຕິດຕາມ ທີ່ໄດ້ຝຶກອົບຮົມຢ່າງດີ ມາຈາກສູນຜ່າ ຕັດປ່ຽນຖ່າຍອະໄວຍະວະ ຂອງ ໂຮງໝໍ 103/ວິທະຍາຄານການແພດ ກອງທັບປະຊາຊົນຫວຽດນາມ. ປັດຈຸບັນທັງ ກໍລະນີ ມີສຸຂະພາບແຂງແຮງດີຂຶ້ນຕາມລໍາດັບ.




ນັບແຕ່ວັນທີ 31 ທັນວາ 2022 ມາຮອດປັດຈຸບັນ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ສົມທົບກັບ ໂຮງໝໍ 103/ວິທະຍາຄານການແພດກອງທັບປະຊາ ຊົນຫວຽດນາມ ສະມາດຜ່າຕັດປູກຖ່າຍໄຂ່ ຫລັງສໍາເລັດ 9 ກໍລະນີປັດຈຸບັນ ຜູ້ທີ່ໄດ້ຜ່າຕັດປູກຖ່າຍໄຂ່ຫລັງ ມີສຸຂະພາບແຂງແຮງດີສະມາດກັບຄືນມາດຳລົງຊີວິດ-ເຮັດວຽກງານປະຈໍາວັນເປັນປົກກະຕິ ແລະ ສະມາດກິນດື່ມອາຫານໄດ້ເກືອບທຸກຢ່າງທີ່ອະນຸຍາດ.

Ad