Top Ad

header ads

ເກີດເຫດລົດກະບະຕຳວົງວຽນ ທາງເຂົ້າຂົວມິດຕະພາບ3 ເພດຍິງບາດເຈັບ 04 ຄົນ

 


ໃນວັນທີ 02/ 4/2024 ເວລາ 20:10 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ ວ່າມີ ລົດກະບະຕຳວົງວຽນ ທາງເຂົ້າຂົວມິດຕະພາບ 3 ບ້ານ ນຳ້ໂດນ ເມືອງ ທ່າແຂກ ແຂວງ ຄຳມ່ວນ .

ທີມກູ້ຊີບ-ກູ້ໄພແຂວງຄຳມ່ວນ ໄດ້ອອກກວດສອບເຫດພົບເຫັນຜູ້ບາດເຈັບ 04ຄົນ ເພດຍິງ

ຜູ້ທີ 1 : ເພດຍິງ ໂໜກແກ້ມຈີກ ຂໍ້ແຂນເບື້ອງ ບ່າໄລ່ ກະທົບ

ຜູ້ທີ 2: ເພດຍິງ ກະທົບຄໍ ບ່າໄລ່ ແລະເຈັບຂາ

ຜູ້ທີ 3: ເພດຍິງ ຂໍ້ເເຂນຊ້າຍ ກະທົບ ແກ້ມຊາຍຖະຫຼອກ

ຜູ້ທີ 4: ເພດຍິງ ເຈັບທ້ອງ

ທີມງານກູ້ໄພຂອງພວກເຮົາຈຶ່ງໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍແຂວງຄຳມ່ວນ

ທ່ານໃດທີ່ຢາກປະກອບສ່ວນອຸປະຖຳຫຼືບໍລິຈາກເຄື່ອງໃຫ້ທາງມູນນິທິຂອງພວກເຮົາເຊັ່ນ: ປັດໃຈ,ເຄື່ອງມືປະຖົມພະຍານບານ,ເຂົ້າສານອາຫານແຫ້ງ,ນ້ຳມັນລົດເພື່ອໃຊ້ອອກເຫດ,ຊຸດກູ້ໄພ,ນ້ຳດື່ມ,ປາກະປ໋ອງ,ຜ້າອັດປາກ ແລະອື່ນໆ

ທ່ານສາມາດມາບໍລິຈາກຜ່ານເລກບັນຊີລວມຄະນະບໍລິຫານມູນນິທິ ທະນາຄານການຄ້າຕ່າງປະເທດລາວ

ເລກບັນຊີ:

🚨 LAK: 025-12-000-1261506-001 🚨

🚨 THB : 020 -12-199-00790 🚨

ຫ້ອງການຕັ້ງຢູ່ບ້ານ ທ່າແຂກເໜືອ ເມືອງ ທ່າແຂກ ແລະແຂວງ ຄຳມ່ວນ .ຮ້ານກັນເອງເກົ່າ

ເບີມືຖືສາຍຕົງ : 020 23451624- 020 55330065

ໂທສາຍດ່ວນ: 1624

Ad