ວັນທີ02/04/2024 ເວລາ 19:21ໂມງ.

ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສ ປປ ລາວ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1623 ວ່າມີເຫດລົດ6ລໍ້+ຄົນຍ່າງ(ເສຍຊິວິດ)

+ຈຸດເກີດເຫດສົ້ນຂົວຊໍາເຄ້ ບ້ານຊຳເຄ້ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ

ໜ່ວຍກູ້ໄພອອກກວດສອບເຫດພົບຜູ້ເສຍຊີວິດ1ຄົນ
ເປັນເພດຊານ ອາຍຸ25ປີ ບ້ານນາບຽນ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ.
ເບື້ອງຕົ້ນແມ່ນ:ໜ້າເອິກຍຸບ,ແຂນຫັກເບື້ອງຊ້າຍ,ຄໍຫັກ,ບາດຈີກຢູ່ຄາງ ບາດແຜຖະຫຼອກຕາມຕົນໂຕ.

ດັ່ງນັ້ນຫນ່ວຍກູ້ໄພ1623 ຈຶ່ງໄດ້ນຳສົ່ງສົບຜູ້ເສຍຊິວິດໄປວັດໂນນສະຫວ່າງເພື່ອໃຫ້ພີ່ນ້ອງເຮັດພິທີທາງສາສະຫນາ.

