ອາກອນມູນຄ່າເພີ່ມ ຫຼື VAT (Value Added Tax)
ແມ່ນການເກັບອາກອນຈາກການຂາຍສິນຄ້າ ຫຼື ການໃຫ້ບໍລິການໃນແຕ່ລະຂັ້ນຕອນການຜະລິດ
ແລະ ການຈຳໜ່າຍສິນຄ້າ ຫຼື ໃຫ້ບໍລິການ ທັງຜະລິດພາຍໃນປະເທດ ແລະ
ນຳເຂົ້າຈາກຕ່າງປະເທດ.
ເວົ້າໃຫ້ເຂົ້າໃຈງ່າຍໆກໍຄື VAT ແມ່ນອາກອນປະເພດໜຶ່ງທີ່ເກັບຈາກການຂາຍສິນຄ້າ
ຫຼື ການບໍລິການ. ໂດຍໃນປັດຈຸບັນແມ່ນເກັບໃນອັດຕາ 10% ຂອງລາຄາສິນຄ້າທີ່ຂາຍ
ຫຼື ໃຫ້ບໍລິການ ( ໂດຍຈະເລີ່ມຈັດຕັ້ງປະຕິບັດໃນວັນທີ 1 ພຶດສະພາ 2024
ເປັນຕົ້ນໄປ)
ເຖິງແມ່ນວ່າຈະມີການເກັບອາກອນຫລາຍປະເພດແຕ່ມັນກໍຍັງບໍ່ພຽງພໍໃນການຈ່າຍສະຫວັດດີການຂອງພົນລະເມືອງ
ແລະ ການບໍລິການສາທາລະນະອື່ນໆ.

ດັ່ງນັ້ນ ການເກັບອາກອນມູນຄ່າເພີ່ມ
ຈະຖືກຈັດສັນເພື່ອໄປໃຊ້ໃນສະຫວັດດີການດ້ານສາທາລະນຸປະໂພກ, ການສຶກສາ,
ສາທາລະນະສຸກ, ຄົມມະນາຄົມ ແລະ ອື່ນໆ. ຖ້າຫາກປຽບທຽບການເກັບ VAT
ໃນປະເທດອື່ນໆຈະເຫັນໄດ້ວ່າ
ປະເທດທີ່ພັດທະນາແລ້ວຫຼາຍປະເທດຈະມີການເກັບອັດຕາອາກອນມູນຄ່າເພີ່ມໃນລະດັບທີ່ສູງກວ່າລາວ.

ຊື່ງການເກັບອາກອນມູນຄ່າເພີ່ມ (VAT)
ລັດຖະບານໄດ້ມອບໃຫ້ຫົວໜ່ວຍທຸລະກິດທີ່ໄດ້ຈົດທະບຽນຖືກຕ້ອງ ແລະ
ເຂົ້າໃນລະບົບອາກອນມູນຄ່າເພີ່ມເປັນຜູ້ຈັດເກັບຈາກຜູ້ຊື້ສິນຄ້າແລະບໍລິການ
ຊື່ງຈະລວມໃນໃບບີນຂອງສີນຄ້າ,
ຫຼັງຈາກນັ້ນຫົວໜ່ວຍທຸລະກິດຕ້ອງໄດ້ນຳສົ່ງຈຳນວນເງິນດັ່ງກ່າວໃຫ້ແກ່ລັດຖະບານເພື່ອນຳໄປພັດທະນາແລະສ້າງສາປະເທດຊາດຕໍ່ໄປ.