Top Ad

header ads

ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ປະທານສະພາສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ



ໃນຕອນເຊົ້າຂອງວັນທີ 23 ເມສາ 2024 ທີ່ ນະຄອນຫຼວງພະນົມເປັນ ຣາຊະ ອານຈັກ ກໍາປູເຈຍ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກ ກຳປູເຈຍ ໃນໂອກາດເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ. 


ໃນໂອກາດນີ້ ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການຕ້ອນຮັບອັນອົບອຸ່ນຄັ້ງນີ້ ແລະ ຊົມເຊີຍຢ່າງສຸດໃຈ ມາຍັງ ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານສະພາສູງ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນວັນທີ 3 ເມສາ 2024 ທີ່ຜ່ານມາ




ພ້ອມດຽວກັນນັ້ນ ສອງຝ່າຍ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍ ໂດຍສະເພາະລະຫວ່າງຂະແໜງການນິຕິບັນຍັດ ຂອງສອງປະເທດ ທັງຍັງສະແດງຄວາມດີໃຈ ທີ່ອົງການນິຕິບັນຍັດທັງສອງຝ່າຍ ໄດ້ມີການແລກປ່ຽນການຢ້ຽມຢາມໄປມາຫາສູ່ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ສອງຝ່າຍ ຍັງໄດ້ຊົມເຊີຍຄວາມຄືບໜ້າຂອງ ລັດຖະບານສອງປະເທດ ທີ່ໄດ້ມີການລົງນາມໃນເອກະສານທີ່ສໍາຄັນຮ່ວມກັນ ໃນໂອກາດທີ່ ສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນທ້າຍເດືອນມີນາ 2024 ທີ່ຜ່ານມາ 

ພ້ອມທັງສະແດງຄວາມຫວັງຢ່າງຍິ່ງວ່າ ບັນດາການຕົກລົງດັ່ງກ່າວຂອງສອງລັດຖະບານ ຈະໄດ້ຮັບການສືບຕໍ່ຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ ໂດຍສະເພາະກໍ່ແມ່ນການແກ້ໄຂບັນດາຈຸດຄົງຄ້າງຂອງເສັ້ນຊາຍແດນ ລາວ-ກໍາປູເຈຍ ທີ່ຍັງເຫຼືອ 14% ໃຫ້ສໍາເລັດໂດຍໄວ ເພື່ອນໍາເອົາຜົນປະ ໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ.

 ໃນໂອກາດດຽວກັນນີ້ ພະນະທ່ານ ທອງລຸນ ສີສຸລິດ ກໍ່ໄດ້ນໍາເອົາຄວາມຢ້ຽມ ຢາມຖາມຂ່າວຂອງ ທ່ານປະທານສະພາແຫ່ງຊາດ ແລະ ການນໍາລັດຖະ ບານ ແຫ່ງ ສປປ ລາວ ມາຍັງ ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ ເພື່ອນມິດທີ່ສະໜິດສະໜົມ ຂອງປະຊາຊົນລາວ ແລະ ໄດ້ເຊື້ອເຊີນ ສົມເດັດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງສະພາສູງກຳປູເຈຍ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາອັນເໝາະສົມ. 

ໃນຂະນະດຽວກັນ ສົມເດັດ ອັກຄະ ມະຫາ ເສນາ ບໍດີ ເຕໂຈ ຮຸນ ແຊນ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການພົບປະກັບ ພະນະທ່ານ ທອງລຸນ ສີສຸລິດ ໃນໂອກາດນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເດີນທາງຢ້ຽມຢາມລັດຖະກິດ ທີ່ ຣາຊະອານາຈັກ ກໍາປູເຈຍ ໃນຄັ້ງນີ້

Ad