Top Ad

header ads

ເລື່ອນຊັ້ນ ພົນຕີ-ພົນຈັດຕະວາ ແລະ ພັນເອກ ນາຍຕຳຫຼວດຂັ້ນສູງກະຊວງ ປກສ

 


ໃນຕອນບ່າຍມື້ນີ້ ກະຊວງປ້ອງກັນຄວາມສະຫງົບໄດ້ປະກາດການເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ, ເປັນກຽດເຂົ້າຮ່ວມຂອງ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ມີຮອງລັດຖະມົນ, ມີຄະນະກົມໃຫຍ່, ຫ້ອງວ່າການ, ຄະນະພັກ-ຄະນະບັນຊາ ກົມກອງອ້ອມຂ້າງ ແລະ ນາຍຕໍາຫຼວດຜູ້ທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ທ່ານ ດອນ ໄພວົງ ຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດຳລັດຂອງ ປະທານປະເທດແຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດ ຊັ້ນ ພົນຈັດຕະວາ ຂຶ້ນ ຊັ້ນ ພົນຕີ ມີ 3 ສະຫາຍ ຄື: ພົນຕີ ປອ ສຸວັນນີ ສີສຸພາບມີໄຊ ຫົວໜ້າກົມໃຫຍ່ການເມືອງ ປກສ, ພົນຕີ ຈູມມະນີ ວົງມະນີ ຫົວໜ້າກົມໃຫຍ່ສັນຕິບານ ແລະ ພົນຕີ ສຸລິນະ ແກ້ວປະເສີດ ຫົວໜ້າຫ້ອງວ່າການ ກະຊວງ ປກສ.

ເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ມີ 10 ສະຫາຍ ຄື: ພົນຈັດຕະວາ ປອ ຫຸມພັນ ຜິວເຂັມພອນ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ພົນຈັດຕະວາ ລັດສະໝີ ໄຊຍະຄໍາ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ພົນຈັດຕະວາ ສີວັນທາ ເພຍສະຂາ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ,

ພົນຈັດຕະວາ ພູທອນ ພົນໂພສີລາຫົງ ຮອງຫົວໜ້າກົມໃຫຍ່ພະລາທິການ, ພົນຈັດຕະວາ ບຸນລຽນ ສະອາດສີ ຫົວໜ້າກົມກວດກາ-ກວດການ ປກສ, ພົນຈັດຕະວາ ຈັນພອນເພັດ ຄໍາສີ ຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ,

ພົນຈັດຕະວາ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ພົນຈັດຕະວາ ສົມຄິດ ດວງພະຈັນ ຫົວໜ້າກອງບັນຊາການ ປກສ ແຂວງວຽງຈັນ, ພົນຈັດຕະວາ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ແລະ ພົນຈັດຕະວາ ທີບພະຈັນ ໂພໄຊ ຫົວໜ້າກອງບັນຊາການ ປກສ ແຂວງ ຄຳມ່ວນ.

ເລື່ອນຊັ້ນ ພັນໂທ ຂຶ້ນ ຊັ້ນ ພັນເອກ ຈຳນວນ 49 ສະຫາຍ, ຍິງ 4 ສະຫາຍ. ໃຫ້ກຽດປະດັບຊັ້ນ ພົນຕີ ແລະ ພົນຈັດຕະວາ ໂດຍ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ປະດັບຊັ້ນ ພັນເອກ ໂດຍ ພົນໂທ ກົງທອງ ພົງວິຈິດ ຮອງລັດຖະມົນຕີ ກະຊວງ ປກສ.

ພາບ-ຂ່າວ: ສິລິພອນ

Ad