Top Ad

header ads

ສູດ​ລັບ​ເບິ່ງ​ແຍງ​ຜິວ​ສຳລັບ​ສາວ​ໜ້າ​ມັນ​ ດ້ວຍ​ຂອງ​ 10 ຢ່າງ​ນີ້!!!​


ສູດ​ລັບ​ເບິ່ງ​ແຍງ​ຜິວ​ສຳລັບ​ສາວ​ໜ້າ​ມັນ​ ດ້ວຍ​ຂອງ​ 10 ຢ່າງ​ນີ້!!!​ສູດ​ທີ່​ເວົ້າ​ນັ້ນ​ຄື​ການ​ມາກ​ໜ້າ​ນັ້ນ​ເອງ​ ໂດຍ​ເທື່ອ​ນີ້​ໄດ້​ຄິດ​ສູດ​ທີ່​ໄດ້​ຈາກ​ທຳມະຊາດ​ ເພາະ​ການ​ໃຊ້​ຂອງ​ທີ່​ໄດ້​ຈາກ​ທຳມະຊາດ​ນັ້ນ​ ຊ່ວຍ​ໃຫ້​ໃບ​ໜ້າ​ຂອງ​ເຮົາ​ຮັບ​ວິ​ຕາ​ມິນ​ຕ່າງ​ໆ​ໄດ້​ອີກ​ດ້ວຍ.​
ນອກ​ຈາກ​ນີ້​ການ​ມາ​ກ​ໜ້າ​ເອງ​ນັ້ນ​ ຍັງ​ບໍ່​ມີ​ສານ​ເຄ​ມີ​ ສ່ວນ​ຫຼັກ​ໆ​ຄື​ວິທີ​ການ​ຂອງ​ແຕ່​ລະ​ຄົນ​ອາດ​ແຕກ​ຕ່າງ​ກັນ​ອອກ​ໄປ​ ແລ້ວ​ຢູ່ທີ່ການເລືອກ​ໃຊ້​.
ທາງເຮົາມີ​ວິທີ​ການ​ເລືອກ​ມາ​ສອນ​ ທາງເຮົາໄດ້​ລວບລວມ​ຂອງ​ດີ​ 10 ຢ່າງ​ ສຳລັບ​ໜຸ່ມ​ສາວ​ທີ່​ໜ້າ​ມັນ​ ທີ່​ສາມາດ​ຫາ​ນຳ​ມາ​ໃຊ້​ໄດ້​ເອງ​ຈາກ​ຄົວຂອງ​ເຮົາ​ໄດ້​ອີກ​ດ້ວຍ​ ແລະ ​ຍັງ​ສາມາດ​ຫາ​ຊື້​ໄດ້​ງ່າຍ​ໃນ​ຕະຫຼາດ​ທົ່ວ​ໆ​ໄປ.


1. ໝາກເລັ່ນ​ເໝາະ​ກັບ​ຄົນ​ຜິວ​ມັນ​ຫຼາຍ​ທີ່ສຸດ​ ໂດຍ​ສ່ວນ​ຫຼາຍ​ຈະ​ໃຊ້​ປະສົມ​ກັບ​ນ້ຳ​ເຜີ້ງ​ ຊ່ວຍ​ຫຼຸດ​ຄວາມ​ມັນ​ເທິງ​ໃບ​ໜ້າ​ໄດ້​ຢ່າງ​ດີ​.​

2. ໄຂ່​ຂ່າວ​ຊ່ວຍ​ດູດ​ຊຶມ​ນ້ຳ​ສ່ວນ​ເກີນ​ອອກ​ ມາກ​ໃຫ້​ທົ່ວ​ແລ້ວ​ລ້າງ​ດ້ວຍ​ນ້ຳ​ອຸ່​ນ.

3. ແອັບ​ເປີ້ນ​ສຸດ​ຍອດ​ຫມາກໄມ້​ ເພາະ​ຫາກ​ເອົາ​ມາ​ມາກ​ໜ້າ​ແລ້ວ​ ຈະ​ຊ່ວຍຮັກສາ​ສິວ​ອັກ​ເສບ​ໄດ້​ອີກ​ດ້ວຍ​.

4. ນ້ຳໝາກ​ນາວ​ມີ​ກົດ​ວິ​ຕາ​ມິນ​ຊີ​ ຊ່ວຍ​ເອົາ​ຄວາມ​ມັນ​ເທິງ​ໃບ​ໜ້າ​ອອກ​ມາ​ໄດ້​ຢ່າງ​ແນ່ນອນ​.

5. ແປ້ງ​ສາລີ​ຊ່ວຍ​ດູດ​ຊຶມ​ຄວາມ​ມັນ​ເທິງ​ໃບ​ໜ້າ​ໄດ້​ ແຕ່​ຈະ​ເຮັດໃຫ້​ໜ້າ​ແຫ້ງ​ຕຶງ​ໄດ້​ ດັ່ງ​ນັ້ນ​ບໍ່​ຄວນ​ເຮັດ​ດົນ​ຈົນ​ເກີນ​ໄປ.​

6. ໂຍເ​ກິດ​ທາເທິງ​ໃບ​ໜ້າ​ຖິ້ມ​ໄວ້​ 15 ນາ​ທີ​ແລ້ວ​ລ້າງ​ອອກ​.

7. ໝາກແຕງ​ນອກ​ຈາກ​ຊ່ວຍ​ຫຼຸດ​ຄວາມ​ມັນ​ແລ້ວ​ ການ​ມາກ​ໜ້າ​ດ້ວຍ​ວິທີ​ນີ້ຍັງ​ເປັນ​ການ​ໃຫ້​ອາຫານ​ຜິວ​ໜ້າ​ອີກ​ດ້ວຍ.​
8. ໝາກຫຸ່ງສຸກ​ບໍ່​ພຽງ​ແຕ່ຊ່ວຍ​ຫຼຸດ​ຄວາມ​ມັນ​ແຕ່ຍັງ​ຊ່ວຍ​ ຫຼຸດ​ຈຸດ​ດ່າງ​ດຳ​ໄດ້​ດີ​ອີກ​.

9. ແອັບ​ເປີ້ນ​ໄຊ​ເດີຫຼຸດ​ສິວ​ເທິງ​ໃບ​ໜ້າ​ ແລະ ​ຫຼຸດ​ຄວາມ​ມັນ​ນັ້ນ​ເອງ.​

10. ນົມ​ສົມ​ມີ​ກົດ​ທຳມະຊາດ​ ແລະ ຍັງ​ຊ່ວຍຫຼຸດ​ຄວາມ​ມັນ​ອີກ​ດ້ວຍ.
ຄົບ​ແລ້ວ​​ 10 ຢ່າງ​ຂອງ​ໃນຄົວ​ທີ່ຊ່ວຍລົ​ດ​ໜ້າ​ມັນ​ ສາວ​ໆ​ຄົນ​ໃດ​ຢາກ​ລອງ​ ກໍ​ສາມາດ​ເຮັດ​ໄດ້​ ເພາະ​ມັນ​ປອດ​ສານ​ພິດ​ບໍ່​ເປັນ​ພິດ​ຕໍ່​ຜິວ​ໜ້າ​.


ບົດຄວາມຈາກ:​ຄິດອອກ
Ad