Top Ad

header ads

ອີເນສຕາຮັບສະເປນເຈິຫີນເກມກັບອັດຊູຣີຮອບ 16 ທີມ



ອັນເດຣສ ອີເນສຕາ ກອງກາງດາວດັງຂອງທີມຊາດສະເປນຍອມຮັບວ່າທີມຕົນເອງຕ້ອງພົບກັບຫີນແນ່ນ່ອນສຳລັບເກມທີ່ຈະດວນກັບອີຕາລີວັນຈັນນີ້ພ້ອມກັບຍົກ “ອັດຊູຣີ” ພັດທະ ນາຈາກແຕ່ກ່ອນຫຼາຍເທົ່າ.

ອັນເດຣສ ອີເນສຕາ ກອງກາງເທັກນິກຂອງທີມຊາດສະເປນເຊື່ອວ່າທີມຂອງຕົນເອງຈະຕ້ອງພົບກັບງານມະຫາຫີນກັບບົດທົດສອບທີ່ຍາກລຳບາກແນ່ນອນສຳລັບເກມ ຢູໂຣ 2016 ຮອບ 16 ທີມສຸດທ້າຍນັດທີ່ທັບ “ກະທິງ” ຈະຕ້ອງພົບກັບອີຕາລີວັນຈັນທີ 27 ມິຖຸນານີ້.

ຖືເປັນການຣີແມັດຮອບຊິງຊະນະເລີດໃນ ຢູໂຣ 2012 ເຊິ່ງເທື່ອນັ້ນສະເປນເປັນຝ່າຍຊະນະອີຕາລີແບບຖະລົ່ມ 4-0 ແລະ ເຖິງວ່າຫຼາຍຝ່າຍເບິ່ງວ່າ “ກະທິງໂຫດ” ອາດຈະເປັນຝ່າຍຊະນະອີກໃນເກມວັນຈັນນີ້ແຕ່ວ່າ ອີເນສຕາ ເບິ່ງວ່າເກມນີ້ຕ່າງອອກໄປຈາກເກມຮອບຊິງເມື່ອ 4 ປີກ່ອນແນ່ນອນ.

“ພວກເຂົາເປັນຄູ່ແຂ່ງທີ່ເກັ່ງ ເປັນຄູ່ຕໍ່ກອນທີ່ຍາກ ເຊິ່ງມັນເປັນເກມທີ່ເຮົາຕ້ອງທຸ່ມສຸດໂຕແບບເຕັມຮ້ອຍຖ້າວ່າເຮົາຍັງຕ້ອງການໄປຕໍ່ໃນຢູໂຣຄັ້ງນີ້ ຖ້າບໍ່ນັບລວມເກມຮອບຊິງເມື່ອ 4 ປີກ່ອນທຸກເທື່ອທີ່ເຮົາເຈິກັນຖືເປັນເກມທີ່ສູສີຫຼາຍ”.

“ອີຕາລີມີນັກເຕະເກັ່ງໆຫຼາຍຄົນ ມີເກມຮັບທີ່ດີເລີດເຊິ່ງເຮົາກໍຮູ້ດີມາດົນແລ້ວ ແລະ ຕອນນີ້ພວກເຂົາກໍພັດທະນາຂຶ້ນມາອີກໃນເລື່ອງຂອງການຄອງບານ ແລະ ຄອງເກມ ພວກເຂົາດີຂຶ້ນຫຼາຍ ເຊິ່ງມັນຍິ່ງເຮັດໃຫ້ເກມວັນຈັນນີ້ຍາກຂຶ້ນສຳລັບເຮົາ” ອີເນສຕາ ກ່າວ.
ຂ່າວຈາກ:​ຄິດອອກ
Ad