Top Ad

header ads

ສະຖານທູດຈີນ ປະຈຳລາວ ມອບເຄື່ອງຊ່ວຍເຫລືອ ໃຫ້ກະຊວງ ການຕ່າງປະເທດ


ຂປລ. ພິທີ​ ມອບ-​ຮັບ ​ເຄື່ອງ​ຊ່ວຍ​ເຫລືອ ຈາກ​ສະຖານ ​ເອກ​ອັກຄະ​ລັດຖະທູດ ປະຈຳ ສປປ ລາວ ມອບ​ໃຫ້​ແກ່ ກະຊວງ ​ການ​ຕ່າງ​ປະ​ເທດ ຈັດ​ຂຶ້ນ​ໃນ​ວັນ​ທີ 24 ມິຖຸນາ 2016  ​ໂດຍ​ທ່ານ ກວນ ຮົ່ວ​ປິ່ງ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ ສປ ຈີນ ປະຈຳ​ລາວ ​ເປັນ​ຜູ້​ມອບ ​ແລະ ຮັບ​ໂດຍ ທ່ານ​ນາງ ຄຳ​ເພົາ ​ເອີ​ນທະ​ວັນ ຮອງ​ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ​ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ ​ເຂົ້າ​ຮ່ວມ​ເປັນ​ສັກ​ຂີພຍານ.
ການ​ຊ່ວຍ​ເຫລືອ​ຄັ້ງ​ນີ້ ມີ​ພາຫະນະ​ຈຳນວນ 2 ຄັນ ​ແລະ ອຸປະກອນ​ຮັບ​ໃຊ້ ​ຫ້ອງການຈຳນວນໜຶ່ງ ​ເພື່ອ​ເປັນ​ການສະ​ເຫລີ​ມສະຫລອງ ວັນ​ສ້າງ​ຕັ້ງ ​ສາຍ​ພົວພັນ​ການ​ທູດ ລາວ-​ຈີນ ຄົບຮອບ 55 ປີ ​ທັງ​ເປັນ​ການ​ ປະກອບສ່ວນ​ສຳຄັນ​ເຂົ້າ​​ໃນ ການ​ຊຸກຍູ້ການ​ປະຕິບັດ​ ວຽກງານ ຂອງ​ກະຊວງ​ ການ​ຕ່າງປະ​ເທດ. ອຸປະກອນ​ດັ່ງກ່າວ, ຈະ​ຖືກ​ນຳ​ໃຊ້​ເຂົ້າ​ໃນ ການ​ປະຕິບັດ​ວຽກງານ ຂອງ​ກະຊວງ​ ການ​ຕ່າງປະ​ເທດ ​ເພື່ອ​ຊຸກຍູ້​ສົ່ງ​ເສີມ ການ​ພົວພັນ​ ຕ່າງປະ​ເທດ​ ​ເວົ້າ​ລວມ, ​ເວົ້າ​ສະ​ເພາະ​ແມ່ນ​ເພື່ອ​ເສີມ​ຂະຫຍາຍ ການ​ພົວພັນ​ຮ່ວມ​ມື ລະຫວ່າງ ສປປ ລາວ ​ແລະ ສປ ຈີນ.
​ໃນ​ໂອກາດ​ດັ່ງກ່າວ, ທ່ານ​ນາງ ຄຳ​ເພົາ ​ເອີນ​ທະ​ວັນ ​ໄດ້​ສະ​ແດງ​ ຄວາມ​ຂອບ​ໃຈ ຕໍ່​ລັດຖະບານ​ ສປ ຈີນ ກໍ​ຄື  ສະຖານ​ເອກ​ອັກ ຄະ​ລັດຖະທູດ ປະຈຳ ສປປ ລາວ ທີ່​ຍາມ​ໃດ​ກໍ​​ເປັນ​ຫ່ວງ​ເປັນ​ໃຍ ​ໃຫ້ການ​ຊ່ວຍ​ເຫລືອ ສປປ ລາວ ມາ​ໂດຍ​ຕະຫລອດ ອັນ​ໄດ້​ເຮັດ​ໃຫ້​ສາຍ​ພົວພັນ ​ລະຫວ່າງ​ ສອງ​ປະ​ເທດ ​ໄດ້​ຮັບ​ການ​ເພີ່ມ​ພູນ ​ຄູ​ນສ້າ​ງຍິ່ງ​ຂຶ້ນ.

ທີ່ມາແຫຼ່ງຂ່າວ:​ ສຳນັກຂ່າວສານປະເທດລາວ
Ad