Top Ad

header ads

ຮູ້ທັນ! ສະກັດກັ້ນຄ່າໄຟສູງດ້ວຍວິທີງ່າຍໆ


ເອົາລະ! ມາຕິດຕາມກະແສຄ່າໄຟຟ້າແພງຂຶ້ນກັນດີກວ່າ.ໃນເມື່ອເຮົາບໍ່ສາມາດປ່ຽນແປງຫຍັງໄດ້ ທາງດຽວກໍຄືຊ່ວຍກັນປະຢັດພະລັງງານເພື່ອປ້ອງກັນພາວະການເງິນຊ໋ອດຍ້ອນຄ່າໄຟແພງ ແລະທີ່ສຳຄັນຄືມີສະຕິຮູ້ທັນພະນັກງານໄຟຟ້າ ໂດຍການຕິດຕາມການມາຈົດຕົວເລກໃນກົງເຕີຂອງທ່ານໃນແຕ່ລະເດືອນ ຕົວຢ່າງ: ພະນັກງານຈະມາຈົດວັນທີ 15ທຸກໆເດືອນ ໃນວັນທີ 13 ຫລື14 ທ່ານກໍໄປຖ່າຍຮູບຕົວເລກກົງເຕີ້ໄວ້ເພື່ອສັງເກດວ່າຕົວເລກໃກ້ຄຽງກັນກັບບິນທີ່ພະນັກງານຄິດໄລ່ຫລືບໍ່? ເຮັດວິທີນີ້ຊ່ວຍໄດ້ເພາະປ້ອງກັນປະກົດການຫຍໍ້ທໍ້ທີ່ວ່າ ພະນັກງານບາງຄົນມາຈົດຕົວເລກກົງເຕີ້ຊ້າ ເຮັດໃຫ້ຕົວເລກນັບມື້ນັບສູງຂຶ້ນ ແລະຕົວຄູນກໍຍິ່ງແພງ ອາດເປັນສາເຫດຫນຶ່ງຂອງຄ່າໄຟທີ່ຖີບຕົວສູງຂຶ້ນຢ່າງຫນ້າຕົກໃຈ ຍົກຕົວຢ່າງ: ທ່ານໃຊ້ໄຟຟ້າແຕ່ 0-25 kwh ແມ່ນຈ່າຍ 348ກີບ/khw , ໃຊ້ 151khwຂຶ້ນໄປ ແມ່ນຈ່າຍ 999ກີບ/kwh. ທີ່ສຳຄັນສາມາດເກັບໄວ້ເປັນຫລັກຖານໄປແຈ້ງຕໍ່ເຈົ້າຫນ້າທີ່ກໍລະນີບິນຄ່າໄຟຟ້າບໍ່ຈະແຈ້ງ
Ad