Top Ad

header ads

ລາວ-ສິງກະໂປຈະສືບຕໍ່ຊອກຫາຊ່ອງທາງການລົງທຶນໃນຂະແໜງການຕ່າງໆຢູ່ລາວ

ລາວ-ສິງກະໂປຈະສືບຕໍ່ຊອກຫາຊ່ອງທາງການລົງທຶນໃນຂະແໜງການຕ່າງໆຢູ່ລາວ
----------------------------------------
ຂປລ. ໃນວັນທີ 07 ມິຖຸນາ 2016 ທີ່ສຳນັກງານນາຍົກລັດຖະມົນຕີ ນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຄໍານັບ ຂອງ ທ່ານ ໂດມິນິກ ໂກຮ( Dominic Goh )ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ສິງກະໂປ ປະຈຳລາວ.
ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີໄດ້ສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ Dominic Goh ທີ່ໄດ້ມາປະຕິບັດໜ້າທີ່ຢູ່ ສປປ ລາວ ເຊິ່ງຈາກອະດີດເຖິງປັດຈຸບັນ ສປປ ລາວ ແລະ ສິງປະໂປມີສາຍພົວພັນການຮ່ວມມືມາແຕ່ດົນນານ ແລະ ປະກອບສ່ວນເຂົ້າສໍາຄັນເຂົ້າໃນການພັດທະນາຢ່າງກວ້າງໃນ ສປປ ລາວໂດຍສະເພາະວຽກງານພັດທະນາຊັບພະຍາກອນມະນຸດ, ຂົງເຂດອາຊຽນ ແລະ ອື່ນໆ.

ເວລາກັນນີ້ ທ່ານ Dominic Goh ກໍໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ແລະ ຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະລັດຖະບານ ຊຸດທີ 8 ເຊິ່ງ ທ່ານ ຮອງນາຍົກລັດຖະມົນຕີ ແລະ ທ່ານ ເອກອັກຄະລັດຖະທູດ ສິງກະໂປ ຕ່າງກໍໄດ້ຕີລາຄາສູງ ທີ່ເຫັນວ່າ ພາຍຫລັງສະພາແຫ່ງຊາດໄດ້ຮັບຮອງເອົາຄະນະລັດຖະບານຊຸດໃໝ່ ລັດຖະບານ ກໍໄດ້ເອົາໃຈໃສ່ວາງແຜນຈຸດສຸມທີ່ຄະນະລັດຖະບານຊຸດນີ້ ຈະນຳໄປຈັດຕັ້ງປະຕິບັດ ໃນຊຸມປີຕໍ່ໜ້າ, ການປັບປຸງກົງຈັກຈຳນວນໜຶ່ງ ແລະ ແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງຈະແຈ້ງເພື່ອໃຫ້ສອດຄ່ອງຕາມຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາໃນໄລຍະໃໝ່. ພ້ອມນີຍັງໄດ້ແລກປ່ຽນຄຳຄິດຄຳເຫັນນຳກັນ ໃນບາງບັນຫາ ເປັນຕົ້ນ ການຮ່ວມມືກັນໃນຂົງເຂດການເກັບລາຍຮັບ, ການສ້າງຊັບພະຍາກອນມະນຸດ, ການລົງທຶນເຂົ້າໃສ່ຂະແໜງການຕ່າງໆ ທີ່ນັກທຸລະກິດສິງກະໂປ ໃຫ້ຄວາມສົນໃຈ ເຊັ່ນ: ການຜະລິດເຂົ້າເປັນສິນຄ້າ, ການຄົມມະນາຄົມຂົນສົ່ງ ແລະ ອື່ນໆ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມເຊື່ອໝັ້ນວ່າ ທັງສອງຝ່າຍ ລາວ-ສິງກະໂປ ຈະພ້ອມກັນເພີ່ມທະວີສາຍພົວພັນການຮ່ວມມື ແລະ ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂົງເຂດພາກພື້ນ ກໍ່ຄືອາຊຽນ ແລະ ເວທີສາກົນ.
Ad