Top Ad

header ads

ຄຳຕິດມານຳຫີນປູທາງ! ຄວາມຈິງເປັນແບບນີ້ນີ້ເອງ!!!



ເຫດການທີ່ເກີດຂຶ້ນສົດໆຮ້ອນໆນີ້ ທີ່ກຳລັງເປັນກະແສໃນສັງຄົມອອນໄລ ກ່າວເຖິງມີການປູທາງຢູ່ເຂດເມືອງໂພທອງ ແຂວງຈຳປາສັກ ແລ້ວປະຊາຊົນພົບເຫັນວ່າຫີນທີ່ມາປູທາງນັ້ນ ມີລັກສະນະຄ້າຍຄືຄຳ ເລີຍພາກັນໄປຊອກເກັບກັນເຕັມຈົນເດິກດື່ນ. ເລີຍຢາກເຕືອນສະຕິກັນກ່ອນຈະກາຍເປັນກະແສໃຫຍ່ກວ່ານີ້ ແລະອາດຜິດຫວັງເມື່ອນຳເອົາຄຳທີ່ເກັບໄດ້ໄປຂາຍ ຢາກລອງຕັ້ງສະຕິແລະຄຶດນຳກັນວ່າ:
1. ບໍລິສັດທີ່ເຮັດທາງ ເຂົາມີວິຊາການເປັນນັກທໍລະນີສາດຢູ່ແລ້ວ ຄົງຈະບໍ່ພາດງ່າຍໆເອົາຄຳມາປູທາງ
2. ຖ້າຫາກແມ່ນຄຳແທ້ ບໍລິສັດກ່ຽວຂ້ອງຄົງບໍ່ປ່ອຍໃຫ້ມາເກັບກັນແບບນີ້
ບາດນີ້ລອງມາເບິ່ງວ່າໃນຄວາມເປັນຈິງເຄີຍມີເຫດການແບບນີ້ເກີດຂຶ້ນບໍ່? ບໍ່ຕ້ອງເບິ່ງໃສໄກເລີຍ ໃນປີ 2014 ທີ່ຜ່ານມາ ຢູ່ປະເທດໄທກໍເປັນຂ່າວດັງ ອອກລາຍການເລື່ອງເລົ່າເຊົ້ານີ້ ທີ່ປະຊາຊົນໄປຫຸ້ມເກັບຄຳ ໃນຂະນະມີການປູພື້ນເດີ່ນຕະຫລາດແຫ່ງໜຶ່ງ. ເບິ່ງຈາກຮູບທີ່ມີການໂພສແລ້ວ ຄຶດວ່າມີຄວາມເປັນໄປໄດ້ສູງທີ່ຈະເປັນແຮ່ຊະນິດນຶ່ງຊື່ວ່າ ໄພໄຣທ໌ (Pyrite) ເຊິ່ງມີສີຄ້າຍຄືຄຳຫລາຍ ຈົນໃນຕ່າງປະເທດໃສ່ຊື່ວ່າ ຄຳຄົນໂງ່ (Fool's Gold) ສາເຫດຍ້ອນໃນສະໄຫມກ່ອນ ມີຄົນຄຶດວ່າມັນແມ່ນຄຳ ຈົນເອົາເຮືອຂ້າມທະເລໄປຂຸດມາຫລາຍພັນໂຕນ ສຸດທ້າຍຂາຍບໍ່ໄດ້ແຕ່ກໍຍັງບືນໄປຂຸດມາ. ໃນກໍລະນີທີ່ເມືອງໂພທອງນີ້ ກໍບໍ່ສາມາດສະຫລຸບໄດ້ວ່າແມ່ນຄຳແທ້ຫລືບໍ່ແມ່ນ ສະນັ້ນ, ຈຶ່ງຂໍຝາກວິທີພິສູດ ສຳລັບຄົນເຂດນັ້ນທີ່ໄປເກັບມາ ມີວິທີພິສູດສອງສາມແບບ ລອງເລືອກນຳໄປໃຊ້ເບິ່ງໄດ້.
- ວິທີ 1: ອາດຍາກແນ່ ເພາະຕ້ອງໃຊ້ກົດອາຊິດຊູນຟູລິກ ໂດຍໃຫ້ນຳກົດດັ່ງກ່າວມາຢອດໃສ່ກ້ອນສີຄຳນັ້ນ ຖ້າແມ່ນແຮ່ Pyrite ມັນຈະເກີດປະຕິກິລິຍາ ເຮັດໃຫ້ສີຄຳນັ້ນເປື່ອຍອອກໄປ ຖ້າເປັນແບບນີ້ກໍສະແດງວ່າບໍ່ແມ່ນຄຳ
- ວິທີ 2: ງ່າຍໆ ເອົາກ້ອນຄຳນັ້ນ ໄປຖູໃສ່ແຜ່ນກະເບື້ອງກະໂລ້ ທີ່ເປັນເຊລາມິກ ແບບພື້ນຜິວອ່າວຫຍາບ ຖ້າເປັນແຮ່ Pyrite ມັນຈະເປັນຜົງສີອອກດຳອົມຂຽວຂຸອອກມາ
- ວິທີ 3: ຕໍ່ເນື່ອງຈາກວິທີ 2 ເອົາຜົງນັ້ນໄປຈູດ ຖ້າເປັນ Pyrite ເມື່ອຈູດໄຟຈະໄດ້ກິ່ນກາສ SO4 ເຊິ່ງຄ້າຍກິ່ນກະທຽມ ລອງໄປພິສູດເບິ່ງເດີ້ວ່າເປັນແທ້ແນວໃດ. ຖ້າໃຜສົນໃຈແຮ່ Pyrite ລອງຊອກອ່ານເພີ່ມໄດ້ ເປັນແຮ່ທີ່ພົບໄດ້ທົ່ວໄປໃນເຂດນີ້ ເຊິ່ງບໍ່ມີລາຄາຫຍັງປານໃດ ສ່ວນໃຫຍ່ນຳໄປໃຊ້ເຮັດສີຍ້ອມ ແລະນ້ຳຫມຶກ
ນອກນັ້ນຍັງເຮັດນຳສີເຄືອບຮັກສາໄມ້ ແລະເຮັດຢາຂ້າເຊື້ອພະຍາດບາງຊະນິດ ແຕ່ຖ້າຈະເອົາໄປຂາຍແທ້ກໍຕ້ອງເປັນບໍ່ແຮ່ທີ່ມີປະລິມານຂອງແຮ່ນີ້ຫລາຍ ບໍ່ແມ່ນເຈືອປົນບາງໆແບບນີ້ ເຊິ່ງບໍ່ມີລາຄາຫຍັງເລີຍ.
 ປລ.ຂໍ້ມູນຈາກເພກວິທະຍາສາດ
Ad