Top Ad

header ads

ຍອດຜູ້ຫາຍສາບສູນຂອງທະຫານອາເມລິກາໃນປາງສົງຄາມ ຢູ່ ສປປ ລາວ




ຍອດຜູ້ຫາຍສາບສູນຂອງທະຫານອາເມລິກາໃນປາງສົງຄາມ ຢູ່ ສປປ ລາວຍັງເຫລືອ 302 ຄົນ, ພົບແລ້ວ 271 ຄົນ
----------------------
ຂປລ. ໃນລະຫວ່າງວັນທີ 10-12 ມິຖຸນາ 2016 ທີຜ່ານມາ, ຄະນະຊີ້ນຳຝ່າຍລາວຮັບຜິດຊອບວຽກງານການສຳຫຼວດ ແລະຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ(MIA),ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດນຳໂດຍທ່ານ ແສງເພັດຮຸ່ງບຸນຍວງຮອງລັດຖະມົນຕີກະຊວງການຕ່າງປະເທດ,ພ້ອມດ້ວຍຄະນະ,ໄດ້ເດີນທາງໄປຢ້ຽມຢາມການປະຕິບັດງານຮ່ວມລາວ-ອາເມລິກາຢູ່ພາກສະໜາມ, ຊຶ່ງຢູ່ໃນໄລຍະການສຳຫຼວດ ແລະຂຸດຄົ້ນໃນຄັ້ງທີ4 ປະຈຳສົກປີ2015-2016ຢູ່ຊຽງຂວາງ ແລະຫົວພັນ.
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມການປະຕິບັດວຽກງານຕົວຈິງຂອງການຂຸດຄົ້ນຢູ່ຈຸດກໍລະນີ 1541 ຢູ່ເຂດບ້ານນາກູດ, ເມືອງຫ້ຽມ, ແຂວງຫົວພັນ ແລະຢ້ຽມຢາມການປະຕິບັດງານຂອງຄະນະວິຊາການຮ່ວມລາວ-ອາເມລິກາຢູ່ເມືອງຄຳ ແຂວງຊຽງຂວາງ,ໂດຍໄດ້ມີການພົບປະ ແລະ ໂອ້ລົມກັບບັນດາພະນັກງານວິຊາການປະຈຳພາກສະໜາມກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ ແລະອຳນາດການປົກຄອງທ້ອງຖິ່ນ. ຈຸດປະສົງຂອງການລົງຢ້ຽມຢາມພາກສະໜາມໃນຄັ້ງນີ້ແມ່ນເພື່ອເປັນການກະຕຸກຊຸກຍູ້ໃຫ້ກຳລັງໃຈໃຫ້ແກ່ອ້າຍນ້ອງທີ່ກຳລັງປະຕິບັດໜ້າທີ່ ແລະ ທັງເປັນການສະແດງໃຫ້ເຫັນຄວາມຈິງໃຈຂອງລັດຖະບານ ແຫ່ງ ສ.ປປ ລາວ, ທີ່ມີຕໍ່ວຽກງານການສຳຫຼວດ ແລະຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະສິ່ງເສດເຫຼືອຂອງທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ(MIA).
ການຮ່ວມມືສອງຝ່າຍລາວ-ອາເມລິກາໃນຕະຫຼອດໄລຍະເວລາ 30 ກວ່າປີຂອງການດຳເນີນວຽກງານດັ່ງກ່າວ,ໄດ້ຮັບຜົນສຳເລັດຫຼາຍກວ່າ 50% ຂອງຈຳນວນຜູ້ຫາຍສາບສູນທັງໝົດ 573 ຄົນແລະ ໄດ້ຄົ້ນພົບຊີ້ນສ່ວນທີ່ໄດ້ຮັບການຢັ້ງຢືນໄປແລ້ວຈຳນວນ 271 ຄົນໂດຍທີ່ຍອດຜູ້ຫາຍສາບສູນຂອງທະຫານອາເມລິກາຢູ່ ສປປ ລາວຍັງເຫຼືອຈຳນວນ 302 ຄົນ. ລັດຖະບານລາວຢືນຢັນວ່າຈະສືບຕໍ່ໃຫ້ການຮ່ວມມືໃນວຽກງານດັ່ງກ່າວຕາມຄວາມອາດສາມາດຕົວຈິງເພື່ອນຳເອົາສິ່ງເສດເຫຼືອຂອງທະຫານອາເມລິກາທີ່ເສຍສາບສູນໃນປາງສົງຄາມຢູ່ລາວສົ່ງຄືນໃຫ້ຄອບຄົວຂອງເຂົາເຈົ້າ.
ເວົ້າລວມແລ້ວ, ການຮ່ວມມືໃນດ້ານນີ້ໄດ້ຮັບຜົນສຳເລັດອັນດີເປັນກ້າວໆມາກໍ່ຍ້ອນຄວາມເອົາໃຈໃສ່ຢ່າງຈິງໃຈຂອງລັດຖະບານ ແລະ ເຈົ້າໜ້າທີ່ຂອງລາວທຸກໆຂັ້ນແຕ່ສູນກາງຫາທ້ອງຖິ່ນ ແລະການຮ່ວມມືອັນດີຂອງພໍ່ແມ່ປະຊາຊົນບັນດາເຜົ່າ,ສິ່ງເຫຼົ່ານີ້ໄດ້ສະແດງໃຫ້ເຫັນເຖິງນະໂຍບາຍມະນຸດສະທຳອັນສະເໝີຕົ້ນສະເໝີປາຍຂອງລັດຖະບານແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວທີ່ມີຕໍ່ປະຊາຊົນອາເມລິກາ, ໂດຍສະເພາະຕໍ່ຄອບຄົວຍາດພີ່ນ້ອງຂອງຜູ້ທີ່ຫາຍສາບສູນໃນປາງສົງຄາມ.

ພາບຂ່າວຈາກ Page :Pathedlao
Ad