Top Ad

header ads

ຢາບ້າຢານະຮົກ ເມົາຢາບ້າແລ້ວລົງມືກໍ່ເຫດຄາດຕະກຳແມ່ຂອງຕົນເອງ...


  ເມື່ອທ້າຍອາທິດຜ່ານມາໄດ້ເກີດເຫດການສະຫລົດໃຈຢູ່ແຂວງໄຊຍະບູລີ ຄືມີລູກຊາຍຄົນໜຶ່ງອາຍຸ 32 ປີ ເມົາຢາບ້າແລ້ວລົງມືກໍ່ເຫດຄາດຕະກຳແມ່ຂອງຕົນເອງ ດ້ວຍການໃຊ້ມີດປາດຄໍຈົນເສຍຊີວິດແລ້ວລູກຖືກເຈົ້າໜ້າທີ່ຈັບຕົວໄດ້ແບບທັນຄວັນໃນເວລາຕໍ່ມາ ແລະ ພາຍຫລັງເຫດການທີ່ບໍ່ເພິ່ງປາດຖະໜານີ້ເກີດຂຶ້ນ ກໍໄດ້ຖືກເຜີຍໄປໃນສື່ສັງຄົມອອນລາຍຢ່າງແຜ່ຫລາຍ ໂດຍສະເພາະແມ່ນເຟສບຸກ ເຊິ່ງມີທັງຜູ້ສະແດງຄວາມເສຍໃຈຕໍ່ຜູ້ເສຍຊີວິດ ແລະ ກໍໃຫ້ຜູ້ກະທຳຜິດໄດ້ຮັບໂທດຕາມລະບຽບກົດໝາຍມີຈຳນວນໜຶ່ງແມ່ນຊາບແຊງໃຫ້ຜູ້ທີ່ຜະລິດຂາຍຢານະຮົກດັ່ງກ່າວຈິບຫາຍວາຍວອດໃຫ້ເຈົ້າໜ້າທີ່ຈັບຕົວພວກມັນມາດຳເນີນຄະດີໂດຍໄວ ເພື່ອບໍ່ໃຫ້ມີຜູ້ຕ້ອງຕົກເປັນເຫຍື່ອຂອງຢາບ້າອີກ ເຊິ່ງກ່ອນໜ້ານີ້ກໍມີເຫດການສະເທືອນຂວັນເກີດຂຶ້ນຫລາຍກໍລະນີ ເປັນຕົ້ນພໍ່ເມົາຢາບ້າແລ້ວຂ້າລູກນ້ອຍຜົວເມົາຢາບ້າແລ້ວຂ້າເມຍ ລວມເຖິງການປຸ້ນຈີ້ຊີງຊັບຕ່າງໆນັບບໍ່ຖ້ວນ  ລ້ວນແຕ່ແມ່ນລິດຂອງຢາບ້າທັງນັ້ນ.


    ນອກຈາກນີ້ໃນແຕ່ລະມື້ຢູ່ຕາມໜັງສືພິມວິທະຍຸໂທລະພາບ ກໍມີການລາຍງານຂ່າວກ່ຽວກັບການຈັບກຸມ ຫລື ຕັດສິນລົງໂທດຜູ້ຄ້າຂາຍຢາເສບຕິດຢ່າງບໍ່ຂາດ. ນັ້ນສະແດງວ່າ: ຢາເສບຕິດມັນແຜ່ລາມໄປທຸກຂອກແຄແຈຮົ້ວ ນັບແຕ່ຕົວເມືອງຮອດຊົນນະບົດບາງຄັ້ງຜູ້ຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະດີຍ້ອນພົວພັນກັບຢາເສບຕິດກໍມີທັງພະນັກງານເຈົ້າໜ້າທີ່ທີ່ມີແນວຄິດຫວັງລວຍທາງລັດນີ້ກໍຂໍໃຫ້ເຈົ້າໜ້າທີ່ທຸກຂັ້ນ ແລະ ໝົດທຸກຄົນໃນສັງຄົມຈົ່ງເປັນເຈົ້າການ ເພື່ອສະກັດກັ້ນບໍ່ໃຫ້ຢານະຮົກນີ້ມາທຳລາຍອະນາຄົດລູກຫລານ ແລະ ຄວາມສະຫງົບສຸກຂອງບ້ານເມືອງ.

          ກໍດັ່ງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ມີຄຳເຫັນໃນພິທີຈູດທຳລາຍຢາເສບຕິດໃນວັນສາກົນຕ້ານຢາເສບຕິດ ເມື່ອບໍ່ດົນມານີ້ວ່າ: ບັນຫາຢາເສບຕິດເປັນບັນຫາໜຶ່ງທີ່ເປັນອັນຕະລາຍຢ່າງຮ້າຍແຮງຕໍ່ມະນຸດເປັນອຸປະສັກກົດໜ່ວງຖ່ວງດຶງການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດເປັນບໍ່ເກີດແຫ່ງການກໍ່ອາດຊະຍາກຳການສໍ້ລາດບັງຫລວງ ທັງຍັງໄດ້ນຳເອົາຄວາມຫາຍະນະມາສູ່ຊີວິດ ແລະ ຄອບຄົວຜູ້ຕົກເປັນທາດຂອງມັນ. ເພື່ອສະກັດກັ້ນ ແລະ ຕ້ານປາກົດການຫຍໍ້ທໍ້ດັ່ງກ່າວໃຫ້ໝົດໄປນັ້ນ ນັບແຕ່ນີ້ເປັນຕົ້ນໄປ ລັດຖະບານຈຶ່ງຮຽກຮ້ອງມາຍັງທຸກພາກສ່ວນເອົາໃຈໃສ່ສະກັດກັ້ນຕ້ານຢາເສບຕິດເປັນພັນທະ ແລະ ໜ້າທີ່ຂອງທຸກພາກສ່ວນໃນສັງຄົມ ເພື່ອພ້ອມກັນສ້າງເປັນຂະບວນຕ້ານ ແລະ ສະກັດກັ້ນການລະບາດຂອງຢາເສບຕິດໃຫ້ກວ້າງຂວາງພ້ອມທັງປັບປຸງກົງຈັກການຈັດຕັ້ງຂອງອົງການກວດກາ ແລະ ຄວບຄຸມຢາເສບຕິດຂັ້ນຕ່າງໆ ເພື່ອເຮັດໃຫ້ວຽກງານກວດກາ ແລະ ຄວບຄຸມຢາເສບຕິດມີປະສິດທິຜົນ. ໂຄສະນາ ແລະ ສຶກສາອົບຮົມດ້ວຍຫລາຍຮູບການຫລາຍວິທີ ເພື່ອປູກຈິດສຳນຶກໃຫ້ຄົນໃນສັງຄົມເຫັນໄດ້ເຖິງພິດໄພ ແລະ ຜົນຮ້າຍຂອງຢາເສບຕິດໄດ້ຮັບຮູ້ ແລະ ເຂົ້າໃຈລະບຽບກົດໝາຍມະຕິຄຳສັ່ງຂໍ້ຕົກລົງຕ່າງໆຂອງພັກ-ລັດ ພ້ອມທັງດຳເນີນມາດຕະການຢ່າງເຂັ້ມງວດຕໍ່ຜູ້ກະທຳຜິດເພີ່ມທະວີປາບປາມພວກຂາຍຢາເສບຕິດຢູ່ຕາມທ້ອງຖິ່ນຕ່າງໆຢ່າງເຂັ້ມງວດຊອກຮູ້ບັນດາເປົ້າໝາຍລາຍໃຫຍ່ ນັບທັງຄົນລາວ ແລະ ຕ່າງປະເທດທີ່ເຄື່ອນໄຫວຈຳໜ່າຍຄ້າຂາຍຢາເສບຕິດສານເຄມີຢູ່ພາຍໃນ ແລະ ລຳລຽງຂົນສົ່ງເຂົ້າ-ອອກ ສປປ ລາວ ເພື່ອແກ້ໄຂໃຫ້ໄດ້ຢ່າງເດັດຂາດ.


ທີ່ມາ ລາວພັດທະນາ
Ad