Top Ad

header ads

ຊັອກ!!ເມສຊີອຳລາຟ້າ-ຂາວຫຼັງບໍ່ໄດ້ແຊມໂກປາ



ເອເອຟພີ ສື່ຊື່ດັງຕີຂ່າວ ລີໂອເນວ ເມສຊີ ກັບຕັນທີມຊາດອາເຈັນຕິນາອາດຈະປະກາດອຳລາທີມຊາດແລ້ວຫຼັງຈາກທີ່ເຂົາເອິກຫັກບໍ່ໄດ້ແຊມ ໂກປາ ອາເມຣິກາ 2016 ເຮັດໃຫ້ເປັນຮອງແຊມລະດັບເມເຈີ 3 ເທື່ອຕິດ.

ອາເຈັນຕິນາດວນຈຸດໂທດເສຍໃຫ້ຊີລີ 2-4 ໃນເສິກ ໂກປາ ອາເມຣິກາ ເຊັນເຕນາຣິໂອ 2016 ຮອບຊິງຊະນະເລີດເມື່ອວັນພະຫັດທີ່ຜ່ານມາໂດຍ ເມສຊີ ຍິງຈຸດໂທດເປັນຄົນທຳອິດຫຼັງຈາກ ອາຕູໂຣ ວິດາວ ພາດໃຫ້ ຊີລີ ໄປກ່ອນສ່ວນອີກຄົນທີ່ພາດຂອງອາເຈັນຕິນາແມ່ນ ລູຄັສ ບີຢາ ເຮັດໃຫ້ອາເຈັນຕິນາເສຍຮອບຊິງທົວນາເມັນໃຫຍ່ 3 ລາຍການຕິດກັນຕັ້ງແຕ່ບານໂລກ 2014, ໂກປາ ອາເມຣິກາ 2015 ແລະ ໂກປາ ອາເມຣິກາ ເຊັນເຕນາຣິໂອ.

“ມັນທຳໃຈຍາກ ມັນບໍ່ແມ່ນເວລາມານັ່ງຄິດວິເຄາະຫຍັງ ຕອນຢູ່ໃນຫ້ອງແຕ່ງໂຕຂ້ອຍນັ່ງຄິດວ່າຂ້ອຍກັບທີມຊາດມັນຈົບແລ້ວ ນີ້ແມ່ນຄວາມຮູ້ສຶກຂອງຂ້ອຍຕອນນີ້ ມັນເປັນຄວາມເສຍໃຈຄັ້ງໃຫຍ່ ແລະ ຂ້ອຍພາດຈຸດໂທດທີ່ສຳຄັນຫຼາຍ ຂ້ອຍພະຍາຍາມຢ່າງໜັກເພື່ອໃຫ້ໄດ້ແຊມກັບອາເຈັນຕິນາ ແຕ່ຂ້ອຍກໍເຮັດບໍ່ສຳເລັດ ຂ້ອຍເຮັດບໍ່ໄດ້”.

ຫຼັງເກມ ເຊຄິໂອ ກຸນ ອາເກວໂຣ ຫົວຫອກຮ່ວມຊາດຈາກ ແມນຊີຕີ ບອກວ່າບໍ່ເຄີຍເຫັນສະພາບຫ້ອງແຕ່ຕົວເຕັມໄປດ້ວຍຄວາມຫໍ່ຫ່ຽວແບບນີ້ ຂະນະທີ່ ເຊຄິໂອ ໂຣເມໂຣ ນາຍທະວານທີ່ເຊບລູກຍິງ ອາຕູໂຣ ວິດາວ ມືສັງຫານຄົນທຳອິດເຊື່ອວ່າ ເມສຊີ ເວົ້າໄປຕາມອາລົມ “ຂ້ອຍວ່າ ລີໂອ ເວົ້າໄປຕາມອາລົມເພາະເຂົາພາດໂອກາດຄັ້ງສຳຄັນ”.

ທັງນີ້ ລີໂອເນວ ເມສຊີ ປັດຈຸບັນອາຍຸ 29 ປີລົງຫຼິ້ນໃຫ້ກັັບທີມຊາດໄປທັງໝົດ 112 ນັດກາຍເປັນດາວຍິງສູງສຸດຕະຫຼອດການຂອງ “ຟ້າ-ຂາວ” ດ້ວຍຈຳນວນ 55 ລູກ.
CR: http://kidork.com/
Ad