Top Ad

header ads

ສາລະວັນເຮັດແທ້ທໍາຈິງກວດພົບໄມ້ຕົກຄ້າງຫລາຍພັນແມັດກ້ອນ....!

ຂປລ. ທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງໆສາລະວັນ ໄດ້ເປີດເຜີຍຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານ ທ້າຍອາທິດຜ່ານມານີ້ວ່າ: ພາຍຫລັງລົງກວດກາບັນດາໂຮງງານ ແລະ ຂຶ້ນບັນຊີຄືນໃໝ່ປະເພດໄມ້ຊະນິດຕ່າງໆ ຢູ່ 79 ແຫ່ງ; ໃນນັ້ນໂຮງງານທີ່ມີໄມ້ ຈຳນວນ 52 ແຫ່ງ; ມີ ໂຮງງານປຸງແຕ່ງໄມ້ 28 ແຫ່ງ, ໂຮງຊ່າງຫັດຖະກໍາແບບຄອບຄົວ 24 ແຫ່ງ ແລະ ພົບເຫັນໄມ້ຄ້າງຢູ່ສະໜາມສອງ 6 ຈຸດ ລວມທັງໝົດ ມີ 26.151,940 ກວ່າແມັດກ້ອນ, ໃນນີ້ ມີໄມ້ຄ້າງຢູ່ສະໜາມສອງ 4.565,310 ກວ່າແມັດກ້ອນ, ຢູ່ໂຮງງານ ແລະ ໂຮງຊ່າງຫັດຖະກໍາ 21.586,630 ກວ່າແມັດກ້ອນ. ໃນນັ້ນໄມ້ມີເອກະສານຖືກຕ້ອງ 13.597.537 ແມັດກ້ອນ; ບໍ່ມີເອກະສານຢັ້ງຢືນ 7.137,357 ແມັດກ້ອນ. ສ່ວນໄມ້ຕາມບັນຊີກ່ອນລົງກວດກາ ມີປະມານ 6.028,190 ກວ່າແມັດກ້ອນ, ແຕ່ກວດຕົວຈິງ ມີໄມ້ຢູ່ 7.173,370 ກວ່າແມັດກ້ອນ, ຜິດດ່ຽງກັບບັນຊີເດີມ 1.145,180 ກວ່າແມັດກ້ອນ. ສາເຫດພາໃຫ້ມີການຜິດດ່ຽງ ຍ້ອນການປະຕິບັດບໍ່ເປັນລະບົບ, ມີການເຄື່ອນຍ້າຍໄມ້, ການປຸງແຕ່ງໄມ້ ແລະ ອື່ນໆ.
ທ່ານ ກ່າວຕື່ມວ່າ: ຫລັງລັດຖະບານໄດ້ອອກຄໍາສັ່ງ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ທາງແຂວງກໍໄດ້ອອກຂໍ້ຕົກລົງຈັດຕັ້ງປະຕິບັດ ເພີ່ມທະວີຄວາມເຂັ້ມງວດຢ່າງຈິງເອົາຈັງ ແລະ ພ້ອມກັນແກ້ໄຂບັນຫາໃຫ້ໄດ້ຮັບຜົນດີ ແລະ ໃຫ້ມີປະສິດທິຜົນສູງ. ພ້ອມທັງຄົ້ນຄວ້າຫາວິທີແກ້ໄຂລົດໄມ້ທີ່ມາຈາກແຂວງໄກ້ຄຽງຈະມາຜ່ານດ່ານສາກົນຂອງແຂວງຕ້ອງແຈ້ງເອກະສານມາກ່ອນເພື່ອກວດກາຄວາມຖືກຕ້ອງ ແລະ ເວລາໄມ້ເຂົ້າມາຮອດຊາຍແດນຖ້າເຫັນວ່າຂັດກັບຄໍາສັ່ງ 15/ນຍ ແມ່ນບໍ່ໃຫ້ເຂົ້າຜ່ານແຂວງເດັກຂາດ.


ທີ່ມາຂອງຂ່າວ: ສຳນັກຂ່າວສານປະເທດລາວ

Ad