Top Ad

header ads

ສາລະວັນ ພ້ອມເປີດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ


ຂປລ. ​ແຂວງ​ສາລະ​ວັນ ຈະ​ເປີດກອງປະຊຸມສະພາປະຊາຊົນ ເຂດ 14 ຄັ້ງປະຖົມມະລຶກ ໃນວັນທີ 29-30 ມິຖຸນາ 2016 ນີ້, ​ເຊິ່ງກອງປະຊຸມດັ່ງກ່າວ ແມ່ນເຫດການທີ່ສຳຄັນທາງດ້ານປະຫວັດສາດ, ມີຄວາມໝາຍທາງດ້ານການເມືອງຢ່າງໜັກແໜ້ນ ຢັ້ງຢືນເຖິງຄວາມເປັນເອກະພາບ ແລະ ຄວາມ ເຊື່ອໜັ້ນ ຂອງປວງຊົນຊາວແຂວງສາລະວັນ.
ທ່ານ ຄຳເຫລັກ ອິນດາວົງ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງ ຄະນະຮັບຜິດຊອບກະກຽມ ກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນ ເຂດ 14 ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນວັນທີ 27 ມິຖຸນາ ນີ້​ ວ່າກອງປະຊຸມຈະໄດ້ຮັບຮອງເອົາ ແລະ ພິຈະລະນາ ຫລາຍບັນຫາ ທີ່ສຳຄັນຕ່າງໆ ໂດຍມີ 11 ຫົວຂໍ້ໃຫຍ່ ຮັບຟັງການລາຍງານ ຈາກຄະນະກຳມະການເລືອກຕັ້ງ ຂັ້ນແຂວງກ່ຽວກັບຜົນ ການເລືອກຕັ້ງ ແລະ ຢັ້ງຢືນຄຸນລັກສະນະຂອງສສຂ, ຈະໄດ້ເລືອກຕັ້ງເອົາ ປະທານສະພາປະຊາຊົນແຂວງ ແລະ ຮອງປະທານສະພາແຂວງ, ພິຈາລະນາ ໂຄງປະກອບຕ່າງໆ ຂອງສະພາປະຊາຊົນແຂວງສາລະວັນ, ພິຈາລະນາຮັບຮອງເອົາແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ແຫ່ງລັດ 5 ປີຂອງແຂວງ, ແຜນການ 5 ປີກ່ຽວກັບການດຳເນີນງານຂອງສະພາປະຊາຊົນແຂວງ ແລະ ບັນຫາສຳຄັນພື້ນຖານ ຂອງແຂວງ.
ພ້ອມນີ້ກອງປະຊຸມຈະໄດ້ເປີດໂອກາດໃຫ້ຄະນະພັກທຸກຂັ້ນອຳນາດການປົກຄອງຕະຫລອດເຖິງພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ສະແດງຄວາມຄິດເຫັນ ຜ່ານລະບົບໂທລະສັບສາຍດ່ວນ ຂອງຫ້ອງວ່າການສະພາ ເຂດ 14 ​ໄດ້ຕື່ມຕາມໝາຍເລກ 034 211 024​ ໃນໂມງລັດຖະການ.

ທີ່ມາແຫຼ່ງຂ່າວ: ສຳນັກຂ່າວສານປະເທດລາວ
Ad