Top Ad

header ads

ໂອປ໊າ! ເຈາະເລິກຊີລີ້ເກົາຫລີ descendants of sun ເປັນຫຍັງຈຶ່ງດັງລະເບີດທົ່ວອາຊີ


ນາທີນີ້ສາວນ້ອຍສາວໃຫຍ່ທົ່ວອາຊີຄົງຈະບໍ່ມີໃຜບໍ່ຮູ້ຊີລີ້ເກົາຫລີເລື່ອງdescandants of sun ທີ່ເວົ້າເຖິງການພົບຮັກຂອງນາຍທະຫານຢູຊີຈິນແລະນາງແພດອາສາ ຄັງໂມຍອນ ເຊິ່ງຮັບບົດເປັນພະເອກໂດຍຊົງຈຸງກິ ພະຮອງຫນ້າຮັກຈາກເລື່ອງບັນດິດຫນ້າໃສຫົວໃຈວ່າວຸ້ນ(ແປຈາກພາສາໄທ) ແລະນາງເອກຊອງເຮຄຽວ ທີ່ຫລາຍຄົນຄົງຈະຮູ້ຈັກຈາກເລື່ອງfull house ເຮືອນຮັກ ທີ່ພັກໃຈ(ແປເປັນພາສາລາວ) ກະແສລະຄອນເລື່ອງນີ້ໂດ່ງດັງຮຸນແຮງປານນ້ຳແກ່ງໄຫລຊັດລົງພູເພາະສ້າງເຣດຕິ້ງສູງທີ່ສຸດໃນຮອບ6ປີຂອງໂທລະພາບ ສ.ເກົາຫລີຊ້ອງKBS ແລະໂດ່ງດັງໄປທົ່ວອາຊີ ຈົນປະເທດຈີນອອກມາປະກາດວ່າ ຊົງຈຸງກິ(ພະເອກ) ເປັນຜູ້ຊາຍອັນຕະລາຍ ທີ່ເຮັດໃຫ້ແມ່ບ້ານແມ່ເຮືອນຫລົງໄຫລຈົນຜິດກັບລູກກັບຜົວ, ຜູ້ຊາຍບາງຄົນເປັນບ້າຫນັກຈົນເຖິງຂັ້ນໄປໄສຍະກຳໃຫ້ມີຫນ້າຕາຄື ນາຍທະຫານຢູຊີຈິນວ່າຊັ້ນ! ແຕ່ສຳລັບນາຍົກລັດຖະມົນຕີປະເທດເພື່ອນບ້ານແມ່ນອອກມາຍ້ອງຍໍຊົມເຊີຍລະຄອນເລື່ອງນີ້ເພາະສະທ້ອນໃຫ້ເຫັນຄວາມຮັກຊາດ,ຄວາມເສຍສະຫລະ,ຄວາມສາມັກຄີທີ່ຜູ້ຊົມຄວນນຳມາເປັນແບບຢ່າງ. ເຫດຜົນທີ່ເຮັດໃຫ້ລະຄອນເລື່ອງນີ້ເປັນທີ່ນິຍົມແມ່ນອັນດັບທຳອິດ ຈີນອະນຸຍາດໃຫ້ນຳລະຄອນເລື່ອງນີ້ເຂົ້າເຜີຍແຜ່ໃນອິນເຕີເນັດ ຫລັງຈາກທີ່ມີການເລືອກເຟັ້ນແລະປະກາເຫ້າມບໍ່ໃຫ້ມີຊີລີ້ເກົາຫລີເຂົ້າມາເຜີຍແຜ່ພາຍໃນປະເທດເພື່ອບໍ່ຢາກໃຫ້ໄວຫນຸ່ມມົວເມົາ. ປະການທີສອງແມ່ນມີຜູ້ຂຽນບົດທີ່ເກັ່ງນັ້ນຄື ຊອງເຮຍອນ ທີ່ສາມາດແຕ່ງເລື່ອງທີ່ມີເນື້ອໃນດີສາມາດສະທ້ອນບັນກາວິຊາຊີບ,ຈັນຍາບັນ,ຄວາມຮັກອອກມາໄດ້ຢ່າງສົມບູນແບບບໍ່ແມ່ນນ້ຳເນົ່າຍຸງລາຍຄືເລື່ອງອື່ນໆ ບວກກັບພາບແສງສີສຽງທີ່ງົດງາມແລະຄວາມຕັ້ງໃຈຂອງນັກສະແດງທີ່ຂົນກັນມາເກີນຮ້ອຍ(ໄດ້ຂ່າວວ່າຜູ້ກຳກັບສັ່ງຄັດ100ຄັ້ງກວ່າຈະໄດ້ສາກຈູບສຸດໂຣແມນຕິກ) ທີ່ສຳຄັນກໍຄືສະເຫນ່ອັນຮ້າຍກາດຂອງພະເອກຊົງຈຸງກິແລະຕົວລະຄອນອື່ນໆທີ່ເຮັດໃຫ້ສາວໆຫລົງຮັກກັນທົ່ວອາຊີນັ້ນເອງ. ສາວລາວສາມາດຮັບຊົມຊີລີ້ເລື້ອງນີ້ໄດ້ຕາມອິນເຕີເນັດເຝແຕ່ຕ້ອງທຳໃຈອ່ານແຕ່ສັບໄຕເຕີເປັນພາສາອັງກິດແຮະ!ແຮະ! ອັນຢອງຮີຄາເຊໂຍ! ບ່າຍໆຜູ້ຂຽນຂອງໄປເບິ່ງຊີລີ້ຕອນຕໍ່ໄປກ່ອນເດີ.






Ad