ຂປລ. ບັນດາສະມາຊິກ ພັກ-ພະນັກງານ-ລັດຖະກອນ ພາຍໃນສຳນັກ ຂ່າວສານປະເທດລາວ ໄດ້ເຊື່ອມຊຶມ
ມະຕິກອງປະຊຸມໃຫ່ຍ ຄັ້ງທີ X ຂອງພັກ ໃນວັນທີ 24 ມິຖຸນາ 2016 ນີ້ ໂດຍການເຜີຍແຜ່ຂອງ ທ່ານ ສູນ
ທອນ ຄັນທະວົງ ຫົວໜ້າອຳນວຍການ ຂ່າວສານປະເທດລາວ, ທັງນີ້ ກໍເພື່ອເປັນການ ເພີ່ມຄວາມຮັບຮູ້,
ເຂົ້າໃຈ ແລະ ກຳແໜ້ນຕໍ່ແນວທາງ ນະໂຍບາຍຂອງພັກ ເພື່ອນຳໄປຈັດຕັ້ງ ຜັນຂະຫຍາຍ ຢ່າງມີປະສິດທິຜົນ.
ໃນໂອກາດນີ້, ທ່ານ ສູນທອນ ຄັນທະວົງ ໄດ້ຍົກໃຫ້ເຫັນເຖິງ ຜົນສໍາລັດຂອງ ການຈັດຕັ້ງປະຕິບັດ ມະຕິ
ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ,ບັນດາຄາດໝາຍສູ້ຊົນ ທີ່ກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງ
ອອກ ສຳລັບ
ໄລຍະປີ 2030, 2025, 2020 ແລະ ໜ້າທີ່ວຽກງານຈຸດສຸມ ໃນແຕ່ລະຂົງເຂດທີ່ຕ້ອງຈັດຕັ້ງ ປະຕິບັດໃນຊຸມ
ປີຕໍ່ໜ້າ 2016-2020, ຜົນງານ ແລະ ໄຊຊະນະ ທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ
ທັງຊາດ ຍາດມາໄດ້ ໃນໄລຍະຜ່ານມາ.
ຕະຫລອດໄລຍະ 5 ປີຜ່ານມາ ໃນແຕ່ລະທຸກຂົງເຂດ ວຽກງານໄດ້ຮັບ ການປັບປຸງ ແລະ ເຕີບໃຫຍ່ຂະຫຍາຍຕົວ ທັງດ້ານປະລິມານ ແລະ ຄຸນນະພາບ ໂດຍຕິດພັນກັບ ວຽກງານກໍ່ສ້າງ ຮາກຖານການເມືອງ ແລະ ພັດທະນາ ຊົນນະບົດຮອບດ້ານ, ສ້າງລະບົບການເມືອງ ປະຊາທິປະໄຕ ປະຊາຊົນລາວ ໃຫ້ມີຄວາມເຂັ້ມແຂງ ແຕ່ຮາກຖານຂຶ້ນມາ, ເສດຖະກິດແຫ່ງຊາດ ໄດ້ຮັບການ ຂະຫຍາຍຕົວ ດ້ວຍຈັງຫວະໄວ, ຕໍ່ເນື່ອງ, ດຳເນີນໄປຢ່າງຖືກທິດ ແລະ ສືບຕໍ່ຮັບປະກັນ ໃຫ້ປະເທດມີ ສະຖຽນລະພາບ ທາງດ້ານການເມືອງ, ມີຄວາມສະຫງົບ, ຍຸຕິທຳ ແລະ ສີວິໄລ./.
ບົດຄວາມຈາກ:ປະເທດລາວ