Top Ad

header ads

ປະໂຫຍດ 10 ຢ່າງ ຂອງ​ນ້ຳ​ຢາ​ບ້ວນປາກ ກັບ​ຜົນ​ລັບ​​ທີ່​ໄດ້​ໜ້າປະ​ຫຼາດ​ໃຈ​ສຸດໆ


ຢູ່​ບ້ານ​ຂອງ​ເຈົ້າ​ມີ​​ກ່ອງ​ຢາ​ສາ​ມັນ​ປະຈຳ​ ບ້ານ​​ບໍ? ເຖິງ​ວ່າ​ມີ​ແລ້ວ​ຈະ​ສະດວກ​ດີ ແຕ່​ທຸກ​ປີ​ຕ້ອງ​ມາ​ຄອຍ​ຖ້າ​ປ່ຽນ​ຢາ​ທີ່​ໝົດ​ອາຍຸ​ກໍ​ເປັນ​ເລື່ອງ​ທີ່​ ເປັນຕາລຳຄານ ​ແລ້ວ​ມີ​ຫຼາຍໆ​ຢ່າງ​ທີ່​ສາມາດ​ໃຊ້​ນ້ຳ​ຢາ​ບ້ວນປາກ​ແກ້​ບັນຫາ​ແທນ​ໄດ້! ຖ້າ​ໃຊ້​ພຽງແຕ່ບ້ວນປາກ ກໍເປັນຕາ​ເສຍດາຍ​ເກີນ​ໄປ! ມາ​ເບິ່ງປະໂຫຍດ 10 ຢ່າງ ຂອງ​ນ້ຳ​ຢາ​ບ້ວນປາກ​!!

1. ກຳ​ຈັດ​​ກິ່ນຂີ້ແຮ້: ພຽງແຕ່​ເທ​ນ້ຳ​ຢາ​ບ້ວນປາກ​ໃສ່​ສຳລີ ເຊັດ​ເບົາໆ​ ໄດ້ຜົນ​ລັບ​​​ດີກ​ວ່າ​​ໂຮ​ອອນ​ດັບ​​ກິ່ນ​ທັງຫຼາຍ​

2. ປິ່ນປົວ​ພະຍາດ​ຊາ: ພຽງ​ແຕ່​ແຊ່​ຕີນ​ໃນ​ນ້ຳ​ຢາ​ບ້ວນປາກ​ມື້​ລະເຄິ່ງຊົ່ວ​ໂມງ​ທຸກ​ມື້ ຈະ​ສາມາດ​ຊ່ວຍ​​ຮັກສາ​ອາການ​​ຊາ​ໄດ້ ແລະ ​ສາມາດ​ຕື່ມ​ນ້ຳ​ສົ້ມ​ສາຍ​ຊູລົ​​ງ​ໄປ​ດ້ວຍ​ເພື່ອ​ໃຫ້​ຜົນ​ລັບ​​​ດີກ​ວ່າ​ ເກົ່າ

3. ເຮັດ​ຄວາມ​ສະອາດ​ຫ້ອງ​ນ້ຳ: ເທ​ມັນ​ລົງ​ໃນ​ຊັກໂຄ​​ກ​ເພື່ອ​ເຮັດ​ຄວາມ​ສະອາດ ສາມາດ​ຊ່ວຍ​ກຳ​ຈັດ​​ກິ່ນ​ເໝັນ ເຮັດ​ໃຫ້​ຊັກ​ໂຄກ​ຄື​ໃໝ່​ອີກ​ເທື່ອ

4. ເຮັດ​ຄວາມ​ສະອາດ​ແຜ​​: ຖ້າ​ໄດ້​ຮັບ​ແຜ​​ຈາກການ​ບາດເຈັບ​ໂດຍ​ບໍ່​​ລະ​ວັງ ສາມາດ​ເທ​ນ້ຳ​ຢາ​ບ້ວນປາກ​​ໃສ່​ສຳລີ ແລ້ວ​ໃຊ້​ເຊັດບາດແຜ​​​ໄດ້ ສາມາດ​ຊ່ວຍ​ຂ້າ​ເຊື້ອ​ພະຍາດ

5. ກຳຈັດ​ຂີ້​ຮັງ​ແຄ: ໝັກ​ຜົມ​ດ້ວຍ​ນ້ຳ​ຢາ​ບ້ວນປາກ ໂດຍ​ໃຫ້​ສຳຜັດ​ກັບ​ໜັງ​ຫົວ ໃຊ້​ຜ້າ​​ຂົນ​ໜູ​ພັນ​ໄວ້ ຈະ​ໄດ້​ຜົນ​​ດີີ​ທີ່​ເຈົ້າ​ຄາດ​ບໍ່​ເຖິງ

6. ກຳຈັດ​ເຫັບ : ພຽງແຕ່ໃຊ້​ນ້ຳ​ຢາ​ບ້ວນປາກ​ອາບນ້ຳ​ໃຫ້​ໝາ ຫຼື ​ສີດ​ໄປ​ໃສ່​ຕົວ​ມັນ ໄດ້ຜົນ​ລັບ​​ດີກ​ວ່າ​ຜະລິດ​ຕະ​ພັນ​ກຳຈັດ​ເຫັບ​ຫຼາຍ​ເທົ່າ​​ຕົວ

7. ໃຊ້​ເຊັດ​ໜ້າ: ໃຊ້​ເຊັດ​ໜ້າ​ເຊົ້າ​ແລງ ສາມາດ​ຊ່ວຍ​ຫຼຸ​​ດ​ການ​ເກີດ​ສິວ ຫຼື ຮັກສາ​ອາການ​ສິວ​ໄດ້

8. ໃຊ້​ແຊ່​ແປ​​ງ​ຖູແຂ້ວ: ແປ​​ງ​ຖູແຂ້ວ​ມີ​ແບັກ​ທີເຣຍຕົກ​ຄ້າງ​ຢູ່​ ການ​ແຊ່​ແປ​​ງຖູ​ແຂ້ວ​ໃນ​ນ້ຳ​ຢາ​ບ້ວນປາກ​ຈະ​ຊ່ວຍ​ກຳຈັດ​ແບັກ​ທີ​​ເຣຍ​ໄດ້

9. ໃຊ້​ເຊັດ​ໜ້າ​ຈໍຄອມພິວເຕີ: ນ້ຳ​ຢາ​ບ້ວນປາກ​ມີ​ປະ​ສິດທິ​ພາບ​ໃນ​ການ​ລົບ​ຮອຍ​ນິ້ວ​ມື​ ແລະ ​​ຄາບ ເຮັດ​ໃຫ້​ສິ່ງ​ສົກກະປົກ​ບໍ່​ສາມາດ​ເກາະ​ຕິດ​ໄດ້​ງ່າຍ

10. ກຳ​ຈັດ​​ກິ່ນທີ່ບໍ່ມັກ: ພຽງ​ແຕ່​ເທ​ນ້ຳ​ຢາ​ບ້ວນປາກ​ພຽງ​ນ້ອຍໆ​ລົງ​ເທິງ​​ເຈ້ຍ​ທິດ​ຊູ ແລ້ວ​ໃສ່​ໄວ້​ໃນ​ຖັງ​ຂີ້​ເຫຍື້ອ ກໍ​ສາມາດ​ເຮັດ​ໃຫ້​​ກິ່ນ​ແປ​​ກໆ​ຫາຍ​ໄປ​ໄດ້

ນ້ຳ​ຢາ​ບ້ວນປາກ ມີ​ສ່ວນ​ປະສົມ​ທີ່​ຊ່ວຍ​ໃນ​ການ​ກຳຈັດ​ແບັກ​ທີ​​ເຣຍ ຫຼັງ​ຈາກ​ນີ້​ນອກຈາກ​ໃຊ້​ບ້ວນປາກ​ແລ້ວ ຍັງ​ສາມາດ​ລອງ​ເອົາ​ມາ​ໃຊ້​ປະໂຫຍດ​ຢ່າງ​ອື່ນ​ໄດ້​ອີກ! ທັງ​ສາມາດ​​ປະຫ​ຍັດ​ເງີ​​ນ ແລະ ​ພັດທະນາ​ຄຸນ​ນະ​ພາບ​ຊີວິດ​ໃຫ້​ດີ​ຂຶ້ນ​ໄດ້!



ຂໍ້ມູນຈາກ: ຄິດອອກ
Ad