Top Ad

header ads

ໂຕເລກ ແລະ ສະຖິຕິຕ່າງໆ ຫລັງຈາກຜ່ານຮອບນັອກເອົ້າ 16 ທີມມາ ຢູໂລ 2016



- ຝຣັ່ງເສດຍິງປະຕູຕັ້ງທຳອິດບໍ່ໄດ້ເລີຍຕະຫລອດ 4 ນັດທີ່ຜ່ານມາ

- ສະວິດເຊີແລນ ຕົກຮອບໂດຍບໍ່ເສຍໃຫ້ໃຜ ຊະນະ 3 ສະເໝີ 1

- ໄອ້ສແລນ ເປັນທີມດຽວທີ່ເກັບກີນຊີ້ດບໍ່ໄດ້

- ຄູ່ລະຫວ່າງ ໂຄເອເຊຍ ແລະ ໂປຕຸເກດ ບໍ່ມີການຍິງເຂົ້າກອບເລີຍຕະຫລອດ 90 ນາທີ

 ອິດຕາລີ່ຖືກຈັບລໍ້າໜ້າແຄ່ເທື່ອດຽວ ຕະຫລອດ 4 ນັດທີ່ຜ່ານມາ
ອັງກິດກາຍເປັນຊາດດຽວໃນຢູໂລ 2016 ທີ່ພິກກັບມາເອົາຊະນະໄດຫລັງຈາກທີ່ຖືກຍິງຂຶ້ນນຳກ່ອນ ພົບກັບ ໄອ້ສແລນ
ໂຄເບນ ຊິກລໍສັນ ຫົວຫອກ ໄອ້ສແລນ ຄືນັກເຕະຄົນດຽວທີ່ຍິງປະຕູໄດ້ຈາກການຍິງເຂົ້າກອບຄັ້ງທຳອິດໃນຢູໂລ 2016  
ໂປຕຸເກດ ຄືທີມອັນດັບ 3 ຈາກຮອບແບ່ງກຸ່ມ ທີມດຽວທີ່ຜ່ານເຂົ້າຮອບ ຄໍວໍເຕີ່ໄຟນໍ່

2   ສະເປນ ປາລາໄຊ 2 ນັດຕິດຕໍ່ກັນ ໃນຢູເປັນເທື່ອທຳອິດນັບຕັ້ງແຕ່ຢູໂລປີ 1988
ຈຸດໂທດ ລັອບບີ່ ເບດີ່ ດາວເຕະ ໄອແລນ ໃນນັດກັບຝຣັ່ງເສດ ຄືປະຕູທີ່ໄວທີ່ສຸດໃນຢູໂລ 2016 1,58 ນາທີ

3   ໄຊຊະນະເໜືອ ຮັງກາລີ່ ຊ່ວຍໃຫ້ ເບວຢ່ຽມ ຄົ້ວໄຊຊະນະ 3 ນັດຕິດຕໍ່ກັນໃນຢູໂລ 2016   
ຈຳນວນເຮັດເຂົ້າປະຕູໂຕເອງໃນເສິກຢູໂລ 2016 ຫລາຍທີ່ສຸດໃນປະຫວັດສາດການແຂ່ງຂັນ  
ເອເດັນ ອາຊາ ເພເມນເກີ່ເບວຢ່ຽມ ແອັດຊິດໃຫ້ເພື່ອຮ່ວມທີມໄປແລ້ວ 3 ປະຕູ ໃນຢູໂລ 2016 ຄອງຕຳແໜ່ງສູງສຸດຮ່ວມກັບ ເຄວິນ ເດິບອຍ

4   ເຢຍລະມັນບໍ່ເສຍປະຕູໃຫ້ໃຜເລີຍຕະຫລອດທັງ 4 ນັດທີ່ຜ່ານມາ ດີທີ່ສຸດນັບຕັ້ງແຕ່ແຂ່ງຂັນຢູໂລມາ
ໄຊຊະນະເໜືອ ຮັງກາລີ່ ຂອງເບວຢ່ຽມ 4-0 ຄືສະກໍທີ່ຂາດລອຍທີ່ສຸດຂອງຢູໂລ 2016
ຫາກນັບສະເພາະ 90 ນາທີ ໂປຕຸເກດເກັບຜົນສະກໍສະເໝີມາຕະຫລອດ 4 ນັດເຊັ່ນດຽວ ໄອ້ສແລນ ແລະ ສະເປນ ທີ່ອອກສະຕາສ ດ້ວຍຜູ້ຫລິ້ນຊຸດເກົ່າທຸກນັດ
ສະເປນ ເສຍປະຕູໃນຢູໂລ 2016 ເຖິງ 4 ລູກຫລາຍກວ່າ ໄອແລນເໜືອອີກ 3 ລູກ
ໄອ້ສແລນ ແລະ ເວວ ຄືສອງຊາດທີ່ຍິງປະຕູໄດ້ທຸກນັດຕະຫລອດ 4 ນັດທີ່ຜ່ານມາ
ເອເດັນ ອາຊາ ມີສ່ວນຮ່ວມກັບປະຕູທີ່ເບວຢ່ຽມ ເຮັດໄດ້ເຖິງ 4 ລູກຫລາຍກວ່າຜູ້ຫລິ້ນຄົນໃດໆໃນຢູໂລ 2016

5    ຈຳນວນປະຕູທີ່ ມາລີໂອ ໂກເມສ ເຮັດໃຫ້ເຢຍລະມັນ ໃນຢູໂລສູງສຸດຕະຫລອດການທຽບເທົ່າ ເຢເກັ້ນ ຄິ້ນສມັນ
  

6    ໂລເບີດ ເລວານດັອດສກີ່ ຍິງປະຕູບໍ່ໄດ້ໃຫ້ໂປແລນ ບໍ່ໄດ້ຕິດຕໍ່ກັນ 6 ນັດ ໃນເສິກຢູໂລຮອບສຸດທ້າຍ   
ຈຳນວນໃບເຫລືອງທີ່ ມາກ ແຄເທັ່ນເບີກ ຜູ້ຕັດສິນສັນຊາດອັງກິດ ແຈກໃຫ້ບັນດາຜູ້ຫລິ້ນສະເລ່ຍ 1 ນັດໃນຢູໂລ 2016 12 ໃບ - 2 ນັດສູງສຸດໃນບັນຜູ້ຕັດສິນທຸກຄົນ

7    ນັດທີ່ຮັງກາລີ່ ເສບໃຫ້ ເບວຢ່ຽມ 0-4 ມີການແຈກໃບເຫລືອງ 7 ໃບຫລາຍທີ່ສຸດໃນຢູໂລ 2016 ເທົ່າກັບນັດລະຫວ່າງ ແອວເບເນຍ ກັບ ສະວິດເຊີແລນ ແຕ່ນັດຫລັງມີໃບແດງນຳອີກດ້ວຍ

8    ຈຳນວນປະຕູທີ່ ເບວຢ່ຽມ ຍິງໄດ້ຕະຫລອດ 4 ນັດທີ່ຜ່ານມາ ຫລາຍທີ່ສຸດໃນທົນນາເມັ້ນແຕ່ໃນທາງກັບກັນນັ້ນຄືປະຕູທັງໝົດ ທີ່ ຮັງກາລີ່ ເສຍໃນຢູໂລ 2016

9    ຕະຫລອດ 4 ນັດຢູໂລ  2016 ໄອແລນ ຍິງເຂົ້າກອບພຽງແຕ່ 9 ເທື່ອ ໜ້ອຍກວ່າທຸກທີມໃນທົນນາເມັ້ນ
    9 ນັດຫລັງສຸດໃນຢູໂລ ຮອບສຸດທ້າຍ ໂທມັດມຸນເລີ່ ຍິງໃຫ້ເຢຍລະມັນໄດ້ແຄ່ປະຕູດຽວ ທັ້ງທີ່ຍິງໃນບານໂລກ 10 ລູກຈາກ 13 ນັດ

11    ຈຳນວນຄັ້ງທີ່ ຄຣິດເຕຍໂນ່ ໂລນັນໂດ່ ຊຸບຕາ ໂປຕຸເກດ ຖືກຈັບລໍ້າໜ້າໃນຢູໂລ 2016 ຫລາຍກວ່າຜູ້ຫລິ້ນຄົນອື່ນໆ

12    ອັນບາໂລ ໂມລາຕ່າ ສະເປນ ແລະ ອາລອນ ກຸນນາສັນ ໄອ້ສແລນ ຄືຜູ້ຫລິ້ນທີ່ເຮັດຟາວຫລາຍທີ່ສຸດໃນທົນນາເມັ້ນນີ້ 12 ເທື່ອ

13    ແມ້ວ່າຈະທະລຸເຂົ້າຮອບ 8 ທີມສຸດທ້າຍແຕ່ ອິຕາລີ່ ຄືທີມທີ່ນັກເຕະຖືກໃບເຫລືອງຫລາຍທີ່ສຸດໃນທົນນາເມັ້ນ 13 ໃບ
    ແຮລີ່ ເຄນ ຫົວຫອກອັງກິດ ມີໂອກາດສັບໄກ 13 ເທື່ອໃນຢູໂລແຕ່ຍິງປະຕູບໍ່ໄດ້ເລີຍ
    ນິໂຄລ່າ ລິດໂຊລີ່ ( ອິດຕາລີ່ ) ແລະ ມິໂລລັດ ມາຊິດ ( ເຊີເບຍ ) ຄືຜູ້ຕັດສິນຫລາຍທີ່ສຸດໃນທົນນາເມັ້ນນີ້ 13 ໃບ

15    ເກມໃນຮອບ ຄໍວໍເຕີ່ໄຟນໍ່ ລະຫວ່າງ ເວວ ແລະ ເບວຢ່ຽມ ຈະເປັນການພົບກັນຂອງ ສອງທີມທີ່ຍິງປະຕູຫລາຍທີ່ສຸດໃນທົນນາເມັ້ນ ( ເບວຢ່ຽມ 8 - ເວວ 7 )

16    ໂລເບີດ ເລວານດັອດສະກີ່ ຫົວຫອກ ໂປແລນ ຄືຄົນທີ່ເອີ້ນຟາວໄດ້ຫລາຍທີ່ສຸດໃນຢູໂລ 2016 ( 16 ເທື່ອ )

17    ສະວິດເຊີແລນຖືກຈັບລໍ້າໜ້າ 1 7 ເທື່ອຫລາຍທີ່ສຸດໃນຢູໂລ 2016
    ໂຄເອເຊຍ ມີໂອກາດຈົບສະກໍ ໃນນັດພົບກັບ ໂປຕຸເກດ ຫລາຍເຖິງ 17 ເທື່ຶອ ແຕ່ບໍ່ສາມາດສົ່ງບານເຂົ້າກອບໄດ້ເລີຍ

20    ອັນເນສ ອັນຄໍສັນ ມືກາວ ໄອ້ສແລນ ເຊັບໄປແລ້ວ 20 ເທື່ອສູງສຸດໃນຢູໂລ 2016

21    ຈຳນວນຄັ້ງທີ່ ເຢຍລະມັນ ປ່ອຍໃຫ້ຄູ່ແຂ່ງລຸ້ນປະຕູໃນຢູໂລ 2016 ໜ້ອຍທີ່ສຸດໃນທົນນາເມັ້ນ

22    ໄອແລນເໜືອ ມີໂອກາດລຸ້ນປະຕູແຄ່ 22 ເທື່ອໜ້ອຍທີ່ສຸດໃນບັນດາທີມທີ່ລົງສະໜາມ 4 ນັດ
    ອິດຕາລີ່ ໃຊ້ຜູ້ຫລິ້ນໄປແລ້ວໃນຢູໂລ 2016 22 ຄົນຫລາຍທີ່ສຸດໃນຢູໂລ 2016 ເຫລືອງພຽງ ເຟເດລິໂກ່ ມາເຄັດຕິ ຜູ້ຮັກສາປະຕູມືສາມເທົ່ານັ້ນທີ່ຍັງບໍ່ໄດ້ສຳຜັດເກມ
    ເຄວິນ ເດິ ບອຍ ສ້າງສັນໂອກາດໃຫ້ເພື່ອຮ່ວມທີມ ເບວຢ່ຽມ ໄປແລ້ວ 22 ເທື່ອ ຫລາຍກວ່າຜູ້ຫລິ້ນທຸກຄົນໃນຢູໂລ 2016

27%    ລອຍ ຮັອດສັນ ນຳ ອັງກິດ ຄົ້ວໄຊຊະນະ ໃນທົນນາເມັ້ນໃນລະດັບ ເມເຈີ່ແຄ່ 3 ຈາກ 11 ນັດຄິດສະເລ່ຍເປັນ 27 ເປີເຊັນເທົ່ານັ້ນ

31    ຄຣິດເຕຣຍໂນ່ ໂລນັນໂດ່ ງ້າງຕີນສັບໄກໃນຢູໂລ 2016 ໄປແລ້ວ 31 ເທື່ອຫລາຍກວ່າຜູ້ຫລິ້ນຄົນອື່ນໆ

32    ຈຳນວນຄັ້ງທີ່ເບວຢ່ຽມ ຍິງເຂົ້າກອບຄູ່ແຂ່ງໃນຢູໂລ 2016 ເຊິ່ງປ່ຽນເປັນປະຕູໄດ້ 8 ປະຕູ

33    ເຄວິນ ເດິ ບອຍ ມີສ່ວນຮ່ວມ 33 ຈາກ 100 ປະຕູເຮັດໄດ້ໃນຍຸກຂອງ ມາກ ວິວມອສ ( ຍິງ 13 ແອດຊິດ 20 )

36    ບາສຕຽນ ສະໄວສະໄຕເກີ່ ລົງສະໜາມໃຫ້ເຢຍລະມັນ ໃນເມເຈີ່ ທົນນາເມັ້ນໄປແລ້ວ 36 ນັດ ມີພຽງ ມິໂລສະລາບ ໂຄເຊ່ ທີ່ເໜືອກວ່າ 37 ນັດ

38    ອັງກິດເຮັດຟາວຄູ່ແຂ່ງ 38 ເທື່ອໜ້ອຍທີ່ສຸດໃນຢູໂລ 2016 ເຊັ້ນດຽວກັບ ໄອແລນເໜືອ 38 ເທື່ອເທົ່າກັນ

64%    ຈຳນວນເປີເຊັນການຄອງບານທີ່ ເຢຍລະມັນ ເຮັດໄດ້ຕະຫລອດ 4 ນັດທີ່ຜ່ານມາ ສູງສຸດໃນຢູໂລ 2016

66    ໂຄເອເຊຍ ເຮັດຟາວຄູ່ແຂ່ງຫລາຍທີ່ສຸດ 66 ເທື່ອຫລາຍທີ່ສຸດໃນຢູໂລ 2016

68    ອິດຕາລີ່ຄືທີມທີ່ໄດ້ຟາວຫລາຍທີ່ສຸດໃນທົນນາເມັ້ນ 68 ເທື່ອ

79    ໄອ້ສແລນ ປ່ອຍໃຫ້ຄູ່ແຂ່ງມີລຸ້ນປະຕູເຖິງ 79 ເທື່ອ ຕະຫລອດ 4 ນັດທີ່ຜ່ານມາສູງສຸດ ໃນຢູໂລ 2016

82%    ເຢຍລະມັນ ຊະນະ 14 ຈາກ 17 ນັດຫລັງສຸດໃນເມເຈີ່ທົນນາເມັ້ນ ຫລື ຄິດເປັນ 82 ເປີເຊັນ

83    ຈຳນວນເຢຍລະມັນ ໄດ້ສ້າງໂອກາດ ງ້າງຕີນສັບໄກໃນຢູໂລ 2016

88    ຈຳນວນປະຕູທີ່ເກີດຂຶ້ນທັງໝົດຈາກ 77 ນັດທີ່ຜ່ານມາ

90    ຕະຫລອດ 90 ນາທີ ກັບ ໂຄເອເຊຍ ຄຣິດເຕຍໂນ່ ໂລນັນໂດ່ ຊຸບເປີສະຕາ ໂປຕຸເກດ ບໍ່ໄດ້ມີໂອກາດງ້າງຕີນສັບໄກເລີຍ

92%    11 ຈາກ 12 ປະຕູ ທີ່ຝຣັ່ງເສດ ຍິງໄດ້ໃນຢູໂລ ເກີດຂຶ້ນໃນເຄິງຫລັງຄິດເປັນ 92 ເປີເຊັນ

117    ປະຕູທີ່ ລິກາໂດ່ ກົວເລດມ່າ ຍິງໃຫ້ໂປຕຸເກດ ເອົາຊະນະ ໂຄເອເຊຍ ໃນນາທີທີ່ 117 ຄືລູກຍິງທີ່ທີ່ດົນທີ່ສຸດໃນທົນນາເມັ້ນ

174    ຕະຫລອດ 44 ນັດທີ່ຜ່ານມາມີໃບເຫລືອງ 174 ໃບຫລືຄິດໄລ່ສະເລ່ຍຖືກນັດລະ 3-73 ໃບ

351    ໂປແລນ ຮັກສາສະຖິຕິກີນຊີ້ດ 351 ນາທີກະທັງຖືກເຊີດານ ສະກີລີ່ ຍິງຕີສະເໝີໃຫ້ສະວິດເຊີແລນ ໃນຮອບ 16 ທີມສຸດທ້າຍ

444    ຈຳນວນເທື່ອທີ່ໂທນີ່ ໂຄ້ດ ມິດຟິວ ເຢຍລະມັນ ຈ່າຍບານຫລາຍກວ່າຜູ້ຫລິ້ນຄົນອື່ນໆໃນຢູໂລ 2016

480    ເຢຍລະມັນບໍ່ເສຍປະຕູໃນເມເຈີ່ ທົນນາເມັ້ນດົນ 480 ນາທີ ນັບຕັ້ງແຕ່ຖືກອອດສະກາ ບິງໃນບານໂລກ 2014 ຮອບຮອງຊະນະເລີດ

2008    ປະຕູຂອງ ລິກາໂດ່ ກົວເລດມ່າ ດາວເຕະ ໂປຕຸເກດ ໃນນັດກັບໂຄເອເຊຍ ຄືປະຕູທຳອິດ ໃນຊ່ວງຕໍ່ເວລານັບຕັ້ງແຕ່ ອັງເຄວ ອາຊາວິນ ຍິງໃຫ້ລັດເຊຍໃນຟຢູໂລ 2008

76,165    ຈຳນວນຜູ້ທີ່ເຂົ້າຊົມນັດ ອິດຕາລີ່ 2-0 ສະເປນ ສູງທີ່ສຸດໃນຢູໂລ 2016 ນັບຈົນເຖິງຕອນນີ້


ແຫລ່ງຂ່າວໄດ້ມາຈາກ : http://sport.sanook.com
Ad