Top Ad

header ads

ສາຍການບິນແອເອເຊຍເປີດຖ້ຽວບິນໃໝ່ວຽງຈັນ-ບາງກອກ ໃນລາຄາພຽງ 280.000 ກີບຕໍ່ຖ້ຽວ



ວັນທີ 1 ກໍລະກົດນີ້ສາຍການບິນແອເອເຊຍ ປະເທດໄທໄດ້ຈັດພິທີເປີດຖ້ຽວບິນປະຖົມມະ ເລິກ ວຽງຈັນ-ບາງກອກ ຂຶ້ນທີ່ນະຄອນຫລວງວຽງຈັນໂດຍມີທ່ານ ທັດສະພົນ ແບເລເວວ ປະທານເຈົ້າໜ້າທີ່ບໍລິຫານ ສາຍການບິນໄທແອເອເຊຍທ່ານວັນເພັງ ຈັນທະພອນ ຫົວໜ້າກົມການບິນພົນລະເຮືອນພ້ອມດ້ວຍເອກອັກຄະລັກສະທູດໄທ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳ ນວນຫລາຍ.

          ປະທານເຈົ້າໜ້າທີ່ບໍລິຫານສາຍການບິນໄທແອເອເຊຍ ກ່າວວ່າ: ສຳລັບຖ້ຽວບິນວຽງຈັນ-ບາງກອກ ສາມາດຈອງປີ້ໃນລາຄາປະຢັດທີ່ສຸດພຽງ 35 ໂດລາສະຫະລັດ ຫລື 280.000 ກີບ/ຖ້ຽວແຕ່ມື້ນີ້ຈົນເຖິງວັນທ້າຍເດືອນພະຈິກ 2016ເພື່ອເປັນທາງເລືອກໃໝ່ໃນການເດີນທາງທີ່ປະຢັດເວລາ ແຕ່ຄ່າ
ເດີນທາງບໍ່ແພງສຳລັບປະຊາຊົນກໍຄືນັກທ່ອງທ່ຽວສາມາດເຂົ້າມາທ່ຽວ ແລະ ເຮັດທຸລະກິດການຄ້າ-ການລົງທຶນໃນສອງປະເທດສະດວກສະບາຍຍິ່ງຂຶ້ນ, ພ້ອມນີ້ ຍັງເປັນການກະຕຸ້ນເສດຖະ ກິດ ແລະ ຄວາມສຳພັນອັນແໜ້ນແຟ້ນຂອງສອງປະເທດອີກດ້ວຍ. ມາຮອດປັດຈຸບັນ ກຸ່ມສາຍການ ບິນແອເອເຊຍ ໄດ້ມີຖ້ຽວບິນ 3 ເສັ້ນ ທາງບິນໃນສປປ ລາວຄື: ວຽງຈັນ-ກົວລາລຳເປີ ຈຳນວນ 3 ຖ້ຽວຕໍ່ອາທິດຫລວງພະບາງ-ບາງກອກ ທີ່ຫາກໍເປີດຖ້ຽວບິນໄປເມື່ອທ້າຍເດືອນມີນາຜ່ານມານີ້ ແລະ ວຽງຈັນ-ບາງກອກ (ໄທແອເອເຊຍ ຖ້ຽວບິນ FD) ມື້ລະ 1 ຖ້ຽວບິນເຊິ່ງເປັນການເພີ່ມເຄືອຂ່າຍບິນເຊື່ອມໂຍງການບິນກັບອາຊຽນທີ່ແຂງແກ່ນຂຶ້ນ ແລະ ເຮັດໃຫ້ການໄປມາຫາສູ່ເຊິ່ງກັນ ແລະ ກັນຂອງປະຊາຊົນສອງປະເທດ ມີຄວາມສະດວກຍິ່ງຂຶ້ນ. ທ່ານປະທານກ່າວຕື່ມວ່າ: ສຳລັບຖ້ຽວບິນວຽງຈັນ-ກົວລາລຳເປີ ແມ່ນຈະບິນ 3 ຖ້ຽວຕໍ່ອາທິດຄື: ວັນອັງຄານພະຫັດ ແລະ ເສົາ ເວລາ 9:40-13:25 ແລະ ກົວລາລຳເປີ-ວຽງຈັນ ແມ່ນ 7:25-9:10 ທຸກວັນອັງຄານພະຫັດ ແລະ ເສົາສ່ວນຖ້ຽວບິນຫລວງພະບາງ-ບາງກອກ ແມ່ນຈະບິນທຸກໆວັນ ໃນເວລາ 16:45-18:05 ແລະ ບາງກອກ-ຫລວງພະບາງ ເວລາ 14:10-15:30 ແລະ ຖ້ຽວບິນວຽງຈັນ-ບາງກອກ ເວລາ 14:15-15:35 ແລະ ບາງກອກ-ວຽງຈັນ ເວລາ 12:05-13:25 ຂອງທຸກໆວັນ.

ທີ່ມາ:​ໜັງສືພິມລາຍວັນ ລາວພັດທະນາ
Ad