
ນ້ຳມັນໝາກພ້າວ ແຫຼ່ງທັງຫມົດສານອາຫານມີປະໂຫຍດທີ່ລາຄາຖືກແສນຖືກ ໃນນ້ຳມັນໝາກພ້າວອຸດົມໄປ
ດ້ວຍໄຂມັນອິ່ມຕົວ ແຮ່ທາດສຳຄັນ ແລະ ວິຕາມິນທີ່ມີປະໂຫຍດຕໍ່ຮ່າງກາຍຫຼາຍຢ່າງເຊັ່ນ ການຊ່ວຍປ້ອງກັນການ
ເກີດພະຍາດມະເຮັງບາງຊະນິດ ຫລືຊ່ວຍເລື່ອງການຊະລໍໄວ ເພາະໄຂມັນອິ່ມຕົວທີ່ໄດ້ຈາກນ້ຳມັນໝາກພ້າວນີ້ ມີສານ
ຊ່ວຍຕ້ານອະນຸມູນອິດສະຫລະຊ່ວຍລຸດຣິ້ວຮອຍ ເຮັດໃຫ້ຜິວແຂງແຮງບໍ່ໄວຕໍ່ແສງແດດ.
ການໃຊ້ນ້ຳມັນໝາກພ້າວໃນການຫຼຸດຣິ້ວຮອຍ ສາມາດເຮັດໄດ້ 2 ວິທີຄື: ການຮັບປະທານແລະການໃຊ້ທາຜິວ.
ການຮັບປະທານນ້ຳມັນໝາກພ້າວ
ການຮັບປະທານນ້ຳມັນໝາກພ້າວ ຄວນທານໃນປະມານທີ່ພໍເໝາະ ໂດຍຜູ້ໃຫຍ່ຮັບປະທານກ່ອນອາຫານ ມື້ລະ 1-3 ບ່ວງໂຕະ ແລະ ເດັກຮັບ ປະທານມື້ລະ 1-2 ບ່ວງຊາ ໂດຍສະເລຍກິນເທື່ອລະນ້ອຍຈົນຄົບຕາມກຳນົດແຕ່ລະມື້.
ການໃຊ້ນ້ຳມັນໝາກພ້າວທາຜິວ
ນ້ຳມັນໝາກພ້າວຈະເຮັດຫນ້າທີ່ຕໍ່ຕ້ານອະນຸມູນອິດສະຫລະ ຫຼຸດການເກີດຣິ້ວຮອຍຫ່ຽວຢົ່ນ ປ້ອງກັນຮອຍໝອງຄ້ຳ ຊ່ວຍຮັກສາຄວາມຊຸ່ມຊື້ນ ນ້ຳມັນໝາກພ້າວຈະເຮັດໃຫ້ຜິວຮຽບນຽນຣິ້ວຮອຍນ້ອຍລົງເມື່ອໃຊ້ເປັນ ປະຈຳຢ່າງຕໍ່ເນື່ອງ.
ວິທີໃຊ້
1. ໃຊ້ສຳລີຊຸບນ້ຳອຸ່ນແລ້ວບີບນ້ຳອອກ ຢົດນ້ຳມັນໝາກພ້າວ 2-3 ຢົດລົງເທິງສຳລີ ແລ້ວນຳມາທາໃຫ້ທົ່ວໃບໜ້າ ໂດຍບໍ່ຕ້ອງລ້າງອອກ ຫລື
2. ປະສົມກັບຄຣີມບຳລຸງຫລືໃຊ້ນ້ຳມັນໝາກພ້າວທາບາງໆ ແທນຄຣີມບຳລຸງເລີຍກໍໄດ້.
ເຄັດລັບເສີມດວງ
ໃຜທີ່ມີຣິ້ວຮອຍຫລືຣອຍຕີນກາກໍຢ່າຊະລ່າໃຈໄປ ຟ້າວກຳຈັດມັນອອກໄປຊະ ເພາະນອກຈາກຈະເອີ້ນຄວາມຫມັ້ນໃຈກັບຄືນມາໄດ້ແລ້ວ ຍັງເຮັດ ໃຫ້ໂຫວງເຮັ້ງຂອງເຈົ້າດີຂຶ້ນດ້ວຍ ເພາະຕາມຫຼັກໂຫວງເຮັ້ງບອກວ່າ ຖ້າຫາງຕາມີຮອຍຢົ່ນບໍ່ເປັນລະບຽບຫລືມີຕີນກາໃຕ້ຕາ ຕຳລາລະບຸວ່າ ໂຫວງເຮັ້ງຈະຊ້ຳໃຈເລື່ອງລູກ ຖ້າຜູ້ຊາຍມີຮອຍຢົ່ນຝັ່ງຊ້າຍຫລາຍ ໝາຍເຖິງ ຈະຊ້ຳໃຈເລື່ອງລູກຊາຍ ຖ້າຢົ່ນຝັ່ງຂວາຫລາຍກໍຈະຊ້ຳໃຈເລື່ອງລູກສາວຫລາຍ ສະນັ້ນການແກ້ໄຂຫລືຫຼຸດຮອຍຕີນກາ ກໍຈະເຮັດໃຫ້ໂຫວງເຮັ້ງຂອງເຮົາດີຂຶ້ນ.
ທີ່ມາ ຄິດອອກ