ສາວໆທີ່ປະສົບບັນຫາສົບແຫ້ງມັກຄິດວ່າການທາລິປ (Lip Balm) ຈະຊ່ວຍໃຫ້ຊຸ່ມຊື່ນຂຶ້ນແຕ່ຮູ້ ຫຼື ບໍ່ວ່າຄວາມຈິງແລ້ວລິປນີ້ລະຄືໜຶ່ງສາເຫດທີ່ເຮັດໃຫ້ ປາກແຫ້ງດັ່ງນັ້ນເຮົາມີ 3 ວິທີເບິ່ງແຍງ ແລະ ບຳລຸງຮັກສາທີ່ຈະແນະນຳດັ່ງຕໍ່ໄປນີ້
ກວດສ່ວນປະກອບຂອງລິບ: ຂັ້ນທຳອິດຄືກວດເບິ່ງສ່ວນປະກອບຂອງລິບທີ່ເຮົາໃຊ້ຢູ່ເປັນປະຈຳຈະ ເຫັນວ່າມີນ້ຳມັນໝື່ນໆທີ່ມັກໃຊ້ເປັນສ່ວນປະກອບຂອງລິບ ເຊິ່ງ ສິ່ງນັ້ນລະທີ່ມັນບໍ່ເໝາະກັບສະພາບຜິວ ແລະ ເປັນສາເຫດທີ່ເຮັດໃຫ້ຮີມສົບຂອງເຮົາແຫ້ງແຕກໄດ້ ດັ່ງນັ້ນຄວນປັດສະຈາກລິປທີ່ມີ ສ່ວນປະກອບຂອງສິ່ງມັນນັ້ນສາ.
ລະວັງນິໄສມັກເລຍສົບ: ຄົນທີ່ມັກເລຍສົບລະວັງໃຫ້ດີໃນວິນາທີທີ່ເລຍມັນຄືການຫົດນ້ຳ ໄປທີ່ຮີມສົບແຫ້ງໆນັ້ນ ແລະນັ້ນຈະຍິ່ງເຮັດ ໃຫ້ສົບແຫ້ງຫຼາຍຍິ່ງຂຶ້ນເຊັ່ນດຽວ ກັບການດື່ມເຄື່ອງດື່ມຄວນໃຊ້ ຫຼອດດູດເພື່ອເປັນການປ້ອງກັນ ຮີມສົບແຫ້ງອີກທາງໜຶ່ງດ້ວຍ.
ໃຊ້ cleansing ສຳລັບ ປາກໂດຍສະເພາະ: ເຖິງຈະໃຊ້ cleansing ເຮັດຄວາມສະອາດຢູ່ ແລ້ວແຕ່ຖ້າບໍ່ໃຊ້ cleansing ເຮັດ ຄວາມສະອາດລິປນັ້ນອາດເປັນ ໜຶ່ງສາເຫດທີ່ເຮັດໃຫ້ຮີມສົບແຫ້ງໄດ້ຄາບລິປທີ່ຕິດຢູ່ຕາມຮ່ອງ ຮີມ ສົບປາກຈົນເຮັດໃຫ້ທ່ານຢາກຂັດ ມັນອອກ ແຕ່ຢ່າເດັດຂາດພຽງ ທ່ານໃຊ້ນ້ຳມັນອອຍເຊັດຄ່ອຍໆ ເທົ່ານີ້ຄາບລິປກໍຫຼຸດອອກມາແລ້ວພ້ອມຍັງຖະໜອມຮີມສົບປາກອີກດ້ວຍ.
ຂໍ້ມູນຈາກ: ຄິດອອກ