Top Ad

header ads

ລັດຮັບຮອງ 4 ກົດໝາຍ ສ່ວນໂຕເລກລັດຖະກອນປີ 2017 ຮັບ 5,000 ຄົນ.


ຜົນຂອງກອງປະຊຸມລັດຖະບານປະຈຳເດືອນກໍລະກົດ ໃນທ້າຍອາທິດຜ່ານມາ ໃນກອງປະຊຸມໄດ້ພິຈາລະນາ ແລະ ຕົກລົງ ເອົາ 4 ບັນຫາເຊັ່ນ:

ບັນຫາທີໜຶ່ງ ຮັບຮອງໂດຍຫຼັກການ 4 ຮ່າງກົດໝາຍຄື: ພິຈາລະນາ ແລະ ຮັບຮອງເອົາຮ່າງປະມວນກົດໝາຍອາຍາ (ສ້າງໃໝ່), ຮ່າງປັບປຸງກົດໝາຍວ່າດ້ວຍທະນາຍຄວາມ ແລະ ສະພາທະນາຍຄວາມ, ຮ່າງປັບປຸງກົດໝາຍວ່າດ້ວຍການລ້ຽງສັດ ແລະ ສັດຕະວະແພດ ແລະ ຮ່າງປັບປຸງກົດໝາຍວ່າດ້ວຍການປ້ອງກັນ ແລະ ກັກກັນພືດ;

ບັນຫາທີສອງ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງໂດຍຫຼັກການຮ່າງດຳລັດຂອງລັດຖະບານ 2 ສະບັບຄື: ຮ່າງດຳລັດວ່າດ້ວຍການຄຸ້ມຄອງສູນຂໍ້ມູນຂ່າວສານ ແລະ ຮ່າງດຳລັດວ່າດ້ວຍການສຶກສາສົງພ້ອມທັງຊີ້ນຳໃຫ້ພາກສ່ວນກ່ຽວຂ້ອງນຳໄປປັບປຸງຕື່ມ ແລະ ຮຽບຮຽງຄືນບັນດາຄຳສັບ;

ບັນຫາທີສາມ ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດລາຍງານກ່ຽວກັບການສືບຕໍ່ຄົ້ນຄວ້າ ຄະນະກຳມະການລະດັບຊາດ ຈາກຫ້ອງວ່າການໄປຂຶ້ນກັບກະຊວງອື່ນເຊັ່ນ: ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງແຫ່ງຊາດ, ຄະນະກຳມາທິການເພື່ອແມ່ ແລະ ເດັກແຫ່ງຊາດ ແລະ ອົງການກາແດງລາວ.

ບັນຫາທີສີ່ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາສະພາບລວມ ການຄຸ້ມຄອງລັດຖະກອນ ປະຈຳສົກປີ 2015-2016 ແລະ ແຜນຄວາມຕ້ອງການລັດຖະກອນໃນປີ 2017 ຕໍ່ບັນຫາດັ່ງກ່າວກອງປະຊຸມໄດ້ມີທິດຊີ້ນຳຄື: ເຫັນດີອະນຸມັດໂກຕ້າລັດຖະກອນໃໝ່ປະຈຳປີ 2017 ຈຳນວນທັງໝົດ 5,000 ຄົນ ທັງນີ້ກໍ່ເພື່ອເປັນການທົດແທນຄືນຈຳນວນພະນັກງານບຳນານ ແລະ ພະນັກງານທີ່ເສຍຊີວິດ.


Ad