Top Ad

header ads

ອັດສະຈັນ​! ພຽງແຕ່ກິນໝາກແຄງ​ເປັນ​ປະຈຳ​ ກໍ​ມີ​ໂອ​ກາດ​ຫາຍ​ຈາກ​ 4 ໂລກຮ້າຍ​ນີ້​!!



ອັດສະຈັນ​! ພຽງແຕ່ກິນໝາກແຄງ​ເປັນ​ປະຈຳ​ ກໍ​ມີ​ໂອ​ກາດ​ຫາຍ​ຈາກ​ 4 ໂລກຮ້າຍ​ນີ້​!!
"ໝາກ​ແຄງ​​" ຜັກ​ພື້ນ​ບ້ານ​ທີ່​ທຸກ​ຄົນ​ຕ່າງ​ຮູ້​ຈັກ​ດີ​ ເພາະ​ພົບ​ໄດ້​ໃນ​ອາຫານ​​ຫຼາຍ​ຊະນິດ​ ເຊັ່ນ​ ໃນ​ແກງ​ ໃນ​ຜັດ​ຫຼືກິນ​ກັບ​ນ້ຳ​ພິກ​ ແຕ່​ເຖິງ​ຈະ​ຄຸ້ນ​ເຄີຍ​ຫຼາຍຊ້ຳໃດ​ ກໍ​ຍັງມີ​ອີກ​ຫຼາຍ​ຄົົນທີ່​ບໍ່​ມັກລົດ​ຂົມ​ຂອງ​ໝາກ​ແຄງ​​ ແຕ່​ເຫັນ​ຂົມ​ໆ​ແບບ​ນີ້​ ຮູ້​ບໍ​ວ່າ​ "ໝາກ​ແຄງ​​" ປະໂຫຍດ​ຫຼວງຫຼາຍ​

ໂດຍ​ນັກ​ວິໄ​ຈ​ຂອງ​ຄະນະ​ເພ​ດ​ສາດ​ ໄດ້​ວິ​ໄຈເລື່ອງ​"ສັບພະຄຸນ​ວິ​ເສດ​ຂອງ​ໝາກ​ແຄງ​​" ແລະ​ພົບ​ວ່າ​ໝາກ​ແຄງ​​ມີ​ປະໂຫຍດ​ຫຼາຍ

ເນື່ອງ​ຈາກ​ມີ​ລິດ​ຊ່ວຍ​ຫຼຸດ​ອະ​ນຸ​ມູນ​ອິດສະຫລະ​ ຊ່ວຍ​ຫຼຸດ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ​ຂອງ​ຜູ້​ປ່ວຍ​ເບົາ​ຫວານ​ ມີ​ເສັ້ນ​ໃຍ​ທີ່​ຊ່ວຍ​ດູດ​ຊັບ​ໄຂ​ມັນ​ສ່ວນ​ເກີນ​ໄດ້​ດີ​ ເຮັດໃຫ້​ໝາກ​ແຄງ​​ສາມາດ​ປິ່ນປົວພະຍາດ​ທັງ​ 4 ໂລກນີ້​ໄດ້​​

1. ໂລກ​ເບົາ​ຫວານ​
ໝາກ​ແຄງ​​ມີ​ສານ​ "ເພກ​ຕິນ​" ທີ່​ຊ່ວຍ​ຄວບ​ຄຸມ​ລະ​ດັບ​ນ້ຳ​ຕານ​ໃນ​ຜູ້​ປ່ວຍ​ໂລກ​ເບົາ​ຫວານ​ ໂດຍ​ສານ​ນີ້​ຈະ​ມີ​ຫນ້າທີ່​ຊ່ວຍ​ເຄືອບ​ຜິວ​ໃນ​ລຳ​ໄສ້​ ເຮັດໃຫ້​ອາຫານ​ເຄື່ອນ​ຕົວ​ຜ່ານ​ລຳ​ໄສ້​ໄດ້​ຊ້າ​ ຈຶ່ງ​ຊ່ວຍ​ດູດ​ຊຶມ​ແປ້ງ​ແລະ​ນ້ຳ​ຕານ​ທີ່​ຍ່ອຍ​ແລ້ວ​ໄດ້​ຊ້າລົງ​ ເຮັດໃຫ້​ລະ​ດັບ​ຂອງ​ນ້ຳ​ຕານ​ໃນ​ເລືອດ​ຄົງ​ທີ່​

2. ໂລກ​ກະເພາະ​
ໝາກ​ແຄງ​​ຊ່ວຍ​ຮັກສາ​ແຜ​ໃນ​ກະເພາະ​ອາຫານ​ ໂດຍ​ມີ​ລິດ​ຕ້ານ​ການ​ເກີດ​ແຜໃນ​ກະເພາະ​ອາຫານ​ທີ່​ເກີດ​ຈາກ​ການ​ໃຊ້​ຢາ​ ທາດເຫຼົ້າແລະ​ຄວາມ​ຄຽດ​ໄດ້​

3. ໂລກ​ຂາດ​ສານ​ອາຫານ​
ໝາກ​ແຄງ​​ມີ​ສານ​ຈຳ​ພວກ​ "ໄຟ​ໂຕ​ນິວ​ທຽນ​" ທີ່​ຈະ​ຊ່ວຍ​ຮ່າງກາຍ​ໃນ​ສະພາ​ວະ​ຂາດ​ສານ​ອາຫານ​ ໃຫ້​ສາມາດ​ກັບ​ມາ​ເຮັດວຽກ​ໄດ້​ຢ່າງ​ປົກກະຕິ​

4. ໂລກ​ໄຂ​ມັນ​ອຸດ​ຕັນ​ໃນ​ເສັ້ນ​ເລືອດ​
ໝາກ​ແຄງ​​ມີກຸ່ມ​ສານ​ "ທໍ​ໂວ​ໄຊ​"  ຊຶ່ງ​ຊ່ວຍ​ຫຼຸດ​ລະ​ດັບ​ຄຼໍ​ເລດ​ເຕີລໍໃນ​ກະ​ແສ​ເລືອດ​ໄດ້​ ແລະ​ກະຕຸ້ນ​ໃຫ້​ຕັບ​ນຳ​ຄຼໍ​ເລດ​ເຕີລໍໃນ​ເລືອດ​ໄປ​ໃຊ້​ໄດ້​ຫຼາຍ​ຂຶ້ນ​ ລວມ​ທັງ​ຢັບ​ຢັ້ງ​ການ​ດູດ​ຊຶມ​ກັບ​ຂອງ​ຄຼໍ​ເລດ​ເຕີລໍໃນ​ລຳ​ໄສ້​ດ້ວຍ​ ຈຶ່ງ​ຊ່ວຍ​ປ້ອງ​ກັນ​ໂລກ​ໄຂ​ມັນ​ອຸດ​ຕັນ​ໃນ​ເສັ້ນ​ເລືອດ​ໄດ້​ອີກ​ທາງ​ໜຶ່ງ​

ຜັກ​ພື້ນ​ບ້ານ​ທີ່​ຫາ​ກິນໄດ້​ທົ່ວ​ໄປ​ ແຕ່​ປະໂຫຍດ​ບໍ່​ທຳມະດາ​​ ຮູ້​ແບບ​ນີ້​ເທື່ອ​ໜ້າ​ກໍ​ຢ່າຖິ້ມ​ໝາກ​ແຄງ​​ເມັດ​ນ້ອຍ​ໆ​ ຖິ້ມ​ໄວ້​ຂ້າງ​ຈານ​ອີກ​ ຝືນ​ໃຈ​ກິນ ທ່ອງ​ໄວ້​ເພື່ອ​ສຸຂະພາບ

ທີ່ມາ ຄິດອອກ​
Ad