Top Ad

header ads

5 ວິທີເອົາຊະນະປັນຫາກິ່ນປາກເພື່ອສ້າງບຸກຄະລິກທີ່ດີ



ເລື່ອງຂອງສຸຂະພາບຊ່ອງປາກເປັນສິ່ງທີ່ຫຼາຍໆຄົນມັກລະເລີຍຈົນສຸດທ້າຍກາຍມາເປັນເປັນປັນຫາກິ່ນປາກທຳລາຍບຸກຄະລິກມື້ນີ້ເຮົາມີ 5 ວິທີມາແນະນຳໃນການຊ່ວຍດູແລປັນ ຫາກິ່ນປາກ.





•    ຖູແຂ້ວແລ້ວໃຊ້ໄໝຂັດແຂ້ວ ຖູແຂ້ວ ແລະ ໃຊ້ໄໝຂັດແຂ້ວເພື່ອທຳຄວາມສະອາດບໍລິເວນຜິວແແຂ້ວ,ຊອກແຂ້ວ ແລະ ລ່ອງເຫືອກຢ້າງ ໜ່ອຍມື້ລະ 2 ເທື່ອທັງນີ້ບໍ່ຄວນລືມຖູລິ້ນນຳເພາະລີ້ນມີຮອຍແສກເຊື້ອໂລກ ຈະເກາະໄດ້ງ່າຍໂດຍຈະພົບເຫັນເປັນຄາບສີຂາວອົມເຫຼືອງນັ້ນເອງ
•    ບ້ວນປາກດ້ວຍນ້ຳສະອາດຫຼັງອາຫານທຸກຄັ້ງ ເປັນວິທີການທີ່ງ່າຍ ແລະ ສະດວກສາມາດເຮັດໄດ້ຢູ່ຕະຫຼອດເທົ່າທີ່ຕ້ອງການເພື່ອລົດປະລິມານເສດອາຫານ ແລະ ເຊື້ອໂລກລວມໄປເຖີງເປັນການຫຼຸດກິ່ນໄດ້ໃນລະດັບ ໜື່ງຫຼືຈະໃຊ້ການຈິບນ້ຳເປັນໄລຍະລະຫວ່າງມື້ກໍ່ໄດ້
•    ໃຊ້ນ້ຳຢາບ້ວນປາກ ເປັນວິທີຊ່ວຍເສີມຫຼັງການທຳຄວາມສະອາດແຂ້ວຕາມປົກກະຕິເພາະນີ້ເປັນການຫຼຸດການເກາະໃໝ່ຂອງເຊື້ອໂລກກັບ ຜິວແຂ້ວລວມເຖີງກິ່ນຂອງນ້ຳຢາບ້ວນປາກຍັງຊ່ວຍກົບກິ່ນປາກໃນ ລະດັບໜຶ່ງ
•    ຫຼີກລ້ຽງອາຫານບາງຊະນິດ ອາຫານເຄື່ອງດື່ມຫຼືຢາສູບທີ່ມີກິ່ນແຮງເຊັ່ນ:ທຸລຽນ,ກະທຽມ, ເຄື່ອງເທດ,ຂອງດອງ,ເຄື່ອງດື່ມປະສົມແອວກໍຮໍ ແລະ ຢາສູບສີ່ງເຫຼົ່ານີ້ເປັນສາເຫດຂອງກິ່ນປາກທັງນັ້ນ
•    ພົບທັນຕະແພດເປັນປະຈຳ(ໝໍແຂ້ວ) ຄວນນັດພົບທັນຕະແພດຕາມໄລຍະເວລາທີ່ເໝາະສົມໂດຍທົ່ວໄປປະມານ 6 ເດືອນຕໍ່ຄັ້ງ ແລະ ອາດລວມກັບຮັກສາສຸຂະພາບໃຫ້ແຂງແຮງເພື່ອຫຼຸດປປັນຫາໃນຊ່ອງປາກ ນຳອີກ.

ໝາຍເຫດ: ຂະໜົມອົມຫຼືໝາກຝຣັ່ງດັບກິ່ນປາກບໍ່ໄດ້ຊ່ວຍດັບກິ່ນປາກໂດຍກົງແຕ່ຈະຊ່ວຍກະຕຸ້ນໃຫ້ມີການເຄື່ອນໄຫວໃນຊ່ອງປາກ,ການໄຫຼວຽນຂອງນ້ຳລາຍທີ່ອາດຊະລ້າງກິ່ນ ແລະ ເສດອາຫານອອກບາງສ່ວນໂດຍ ຄວນເລືອກສູດທີ່ບໍ່ມີນ້ຳຕານເພື່ອຫຼຸດການເກີດໂລກໃນຊ່ອງປາກ






ທີ່ມາ http://news.com.la/detail/15428

Ad