Top Ad

header ads

ສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 61 ປີ ຢ່າງຟົດຟື້ນ



ວັນທີ 15 ກໍລະກົດນີ້, ສູນກາງສະຫະພັນແມ່ຍິງລາວ, ໄດ້ຈັດງານໂຮມຊຸມນຸມໃຫຍ່ ເພື່ອສະ ເຫລີມສະຫລອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 61 ປີ ຂຶ້ນທີ່ຫໍວັດທະນະທຳແຫ່ງຊາດ, ດ້ວຍບັນຍາກາດຟົດຟື້ນ, ໂດຍການເຂົ້າຮ່ວມຂອງທ່ານນາງ ຄຳເມີງ ວໍລະຈິດ ພັນລະຍາປະທານປະເທດ, ມີທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

ໃນພິທີທ່ານປະທານສູນກາງສະຫະພັນແມ່ຍິງລາວ ໄດ້ຫວນຄືນມູນເຊື້ອຂອງເອື້ອຍນ້ອງສະ ຫະພັນແມ່ຍິງລາວ, ໃນຂະບວນການປະຕິວັດປົດປ່ອຍຊາດ ແລະ ສ້າງສາພັດທະນາປະເທດຊາດ ໂດສັງເຂບວ່າ: ໂດຍສັງເຂບ, ພ້ອມທັງເນັ້ນໜັກບາງຕອນວ່າ: ໃນວັນທີ 20 ກໍລະກົດ 1955, ພັກໄດ້ສ້າງຕັ້ງໜ່ວຍ

ຄົ້ນຄວ້າວຽກງານແມ່ຍິງຂຶ້ນຢູ່ເຂດທີ່ໝັ້ນຂອງການປະຕິວັດແຂວງຫົວພັນ, ຊຶ່ງເປັນຕົ້ນກຳເນີດຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວໃນປັດຈຸບັນ, ໂດຍໄດ້ແຕ່ງຕັ້ງໃຫ້ທ່ານນາງ ຄຳຫລ້າ ວົງສັກ ເປັນຫົວໜ້າ, ທ່ານນາງ ຄຳສຸກ ວົງວິຈິດ ເປັນຮອງ ແລະ ທ່ານນາງ ຄຳແພງ ບຸບຜາ ເປັນກຳມະການ. ນັບແຕ່ມື້ນັ້ນມາ ພັກໄດ້ມອບໝາຍໜ້າທີ່ຕົ້ນຕໍໃຫ້ແກ່ອົງການຈັດຕັ້ງແມ່ຍິງເຄື່ອນໄຫວປະຕິບັດໜ້າທີ່ເບິ່ງແຍງ,ລ້ຽງດູ, ລຳລຽງສະບຽງອາຫານ, ອາວຸດ, ເຄື່ອງນຸ່ງຫົ່ມໃຫ້ພະນັກງານ, ນັກຮົບຢູ່ແນວໜ້າ, ພ້ອມທັງ ປຸກລະດົມຂົນຂວາຍຊາວໜຸ່ມ, ລູກຫລານອອກຮັບໃຊ້ປະເທດຊາດ ປຸກລະດົມຂະບວນການແມ່ຍິງປະຕິບັດວຽກງານຢູ່ແນວຫລັງ, ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ,ປະຢັດເຂົ້າປາອາຫານເພື່ອສົ່ງໄປແນວໜ້າ ແລະ ປະຕິບັດວຽກງານຕາມການຈັດຕັ້ງມອບໝາຍດ້ວຍຄວາມຮັບຜິດຊອບສູງ. ແມ່ຍິງຍັງໄດ້ມີຫົວຄິດປະດິດສ້າງ ໃຊ້ທຸກວິທີເພື່ອຊຸກເຊື່ອງ, ຕິດຕໍ່, ສົ່ງຂ່າວ ໃຫ້ພະນັກງານທະຫານປະຕິວັດ ທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ແລະ ໃນເຂດຄວບຄຸມຂອງສັດຕູດ້ວຍຫລາຍວິທີທີ່ສະຫລຽວສະຫລາດ ແລະ ອົງອາດກ້າຫານ.
 

ຕະຫລອດ 61 ປີຜ່ານມາ, ສະມາຊິກສະຫະພັນແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າສ່ວນຫລາຍ ໄດ້ຮັບການພັດທະນາທຸກດ້ານ ເຮັດໃຫ້ແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຮັກສາ ແລະ ເສີມຂະຫຍາຍໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ, ມີລະດັບການສຶກສາ, ລະດັບວິຊາສະເພາະໃນຂັ້ນຕ່າງໆຕອບສະໜອງກັບໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ແມ່ຍິງຈຳນວນໜຶ່ງ ເປັນພະນັກງານເຕັກນິກ, ພະນັກງານວິຊາການ,ນັກຄົ້ນຄວ້າ, ນັກວິສະວະກອນ, ນັກທຸລະກິດ, ຜູ້ປະກອບການໃນຂະແໜງການຕ່າງໆ, ພ້ອມໄດ້ຮັບນາມມະຍົດເປັນສາດສະດາຈານ, ຮອງສາດສະດາຈານ, ສິລະປິນແຫ່ງຊາດ, ນັກສິລະປິນດີເດັ່ນ,ຄູປະຊາຊົນ, ຄູແຫ່ງຊາດ ແລະ ອື່ນໆຢ່າງຫລວງຫລາຍ. ນອກຈາກນີ້ ບົດບາດຂອງແມ່ຍິງລາວຍັງສາມາດທຽບເທົ່າກັບເພດຊາຍ, ພ້ອມທັງມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.


ຂໍ້ມູນຈາກ: ໜັງສືພິມລາຍວັນ ລາວພັດທະນາ
Ad