Top Ad

header ads

ສຸດອື້ງ 7 ຂໍ້ດີ ຂອງການລ້າງໜ້າດ້ວຍນ້ຳມັນໝາກກອກ


ໃຜ​ຈະ​ຮູ້​ວ່າ​ການ​ລ້າງ​ໜ້າ​ດ້ວຍ​ນ້ຳ​ມັນ​ສະ​ກັດ​ຈາກ​ທຳມະຊາດ​ມີ​ຜົນ​ລັບ​ທີ່​ໜ້າ​ຕົກໃຈ ​ແລະ​ ເຕັມ​ໄປ​ດ້ວຍ​ປະໂຫຍດ​ຕໍ່​ ຜິວ​ທຸກ​ປະ​ເພດ​ການ​ນວດ​ຜິວ​ດ້ວຍ​ນ້ຳ​ມັນ​ຢ່າງ​ອ່ອນ​ໂຢນ​ເປັນ​ການ​ຊ່ວຍ​ ກະຕຸ້ນ​ການ​ໄຫຼ​ວຽນ​ຂອງ​ເລືອດ​ແລະ​ ເຮັດໃຫ້​ວິ​ຕາ​ມິນ​ທີ່​ຢູ່ໃນ​ນ້ຳ​ມັນ​ຊຶມ ​ລົງ​ສູ່​ຜິວ​ໄດ້​ຢ່າງ​ລ້ຳ​ເລິກ​ອີກ​ດ້ວຍ​ ຫຼາຍ​ຄົນ​​ວ່າ​ມັນ​ດີ​ແທ້ບໍ?​ ເຮົາ​ຈຶ່ງ​ນຳ​ 7 ຂໍ້​ດີ​ທີ່​ຢາກ​ໃຫ້​ສາວ​ໆ​ ໄດ້​ລອງ​ສຳ​ຜັດ​ມາ​ບອກ​ຕໍ່​ກັນ.​
1.ງ່າຍ​
ຂັ້ນ​ຕອນ​ບໍ່​ຊັບ​ຊ້ອນ​ຫຍັງ​ເລີຍ​ ພຽງແຕ່ປະສົມ​ນ້ຳ​ມັນ​ໝາກ​ກອກ​ແລະ​ນ້ຳ​ມັນ​ລະ​ຫຸ່ງ​ເຂົ້າ​ນຳກັນ​ໃນ​ປະລິມານ​ ທີ່​ເທົ່າ​ໆ​ກັນ​ທັງ​ສອງ​ຢ່າງ​ ແລ້ວ​ເທ​ນ້ຳ​ມັນ​ໃສ່​ມື​ປະ​ມານ​ 1/4 ຂອງ​ຝ່າ​ມື​ຈາກ​ນັ້ນ​ກໍ​ນຳ​ມາທາ​ເທິງ​ໃບ​ຫນ້າທີ່​ແຫ້ງ​ ປະ​ເອົາ​ໄວ້​ 1 ນາ​ທີ​ ແລ້ວ​ໃຊ້​ຜ້າ​ຊຸບ​ນ້ຳ​ຮ້ອນ​ບິດ​ໃຫ້​ໝາດ​ ນຳ​ມາປະ​ຄົບ​ຜິວ​ໜ້າ​ປະ​ມານ​ 30 ວິ​ນາ​ທີ​ ຈາກ​ນັ້ນ​ກໍ​ເຊັດ​ນ້ຳ​ມັນ​ອອກຈາກ​ຜິວ​ໃຫ້​ໝົດ.​
2.ເປັນ​ທຳມະຊາດ​
ໃຜ​ທີ່​ຢາກ​ຫຼີກ​ລ້ຽງ​ສານ​ເຄ​ມີ​ຕ່າງ​ໆ​ ກໍ່​ເໝາະ​ແລ້ວ​ຖ້າ​ຈະ​ໄດ້​ລອງ​ ເພາະ​ເຈົ້າ​ຈະ​ບໍ່​ພົບ​ກັບ​ສານ​ພາ​ລາ​ເບນ​, ສານ​ສັງ​ເຄາະ​ຕ່າງ​ໆ​ ຫຼຸດ​ການ​ສະ​ສົມ​ຂອງ​ສານ​ເຄ​ມີ​ໃນ​ຜິວທຸກ​ເທື່ອ​ທີ່​ລ້າງ​ໜ້າ​ກໍ່ບໍ່​ຕ້ອງ​ ກັງ​ວົນ​ວ່າ​ຈະ​ມີ​ສານ​ເຄ​ມີຕົກ​ຄ້າງ.​
3.ລາ​ຄາ​ບໍ່​ແພງ​
ບໍ່​ຕ້ອງ​ເສຍ​ເງີນ​ 2-3 ແສນ ໃນ​ການ​ຊື້​ນ້ຳ​ມັນ​ລ້າງ​ຫນ້າທີ່​ມີ​ລາ​ຄາ​ແພງ​ແລະ​ອາດ​ມີ​ສານ​ເຄ​ມີ​ທີ່​ ເຮັດໃຫ້​ຜິວ​ຂອງ​ເຈົ້າແພ້​ໄດ້​ ນ້ຳ​ມັນ​ໝາກ​ກອກ​ແລະ​ນ້ຳ​ມັນ​ລະ​ຫຸ່ງ​ເຮັດໃຫ້​ເຈົ້າ​ປະ​ຫຍັດ​ໄປ​ໄດ້​ຫຼາຍ​ ແຖມ​ຍັງ​ປອດໄພ​ກວ່າ​ອີກ.​


4.ດີ​ຕໍ່​ສຸຂະພາບ​
ນ້ຳ​ມັນ​ລະ​ຫຸ່ງ​ຈະ​ຊ່ວຍ​ກຳຈັດ​ຄາບ​ສົກກະປົກ​ທີ່ກໍ​ຢູ່ເທີ່ງ​ຜິວ​ແລະ​ນ້ຳ​ ມັນ​ສ່ວນ​ເກີນ​ໄດ້​ຢ່າງ​ດີ​ ແຕ່​ຖ້າ​ໃຊ້​ພຽງ​ຢ່າງ​ດຽວ​ກໍ​ອາດ​ເຮັດໃຫ້​ຜິວ​ແຫ້ງ​ໄດ້​ ດັ່ງ​ນັ້ນ​ຈຶ່ງ​ຕ້ອງ​ປະສົມ​ກັບ​ນ້ຳ​ມັນໝາກ​ກອກ​ເພື່ອ​ຕື່ມ​ຄວາມ​ຊຸ່ມ​ຊື່ນ​ ເຂົ້າໄປ​ ຊຶ່ງ​ນ້ຳ​ມັນ​ໝາກ​ກອກ​ຈະ​ຊ່ວຍ​ຕ້ານ​ອະ​ນຸ​ມູນ​ອິດສະ ຫລະ​ແລະ​ປັບ​ສະພາບ​ຜິວ​ໃຫ້​ຜິວ​ດີ​ຂຶ້ນ​ພາຍ​ໃນ​ສອງ​ອາທິດ​.
5.ຜິວ​ສະ​ອາດ​​
ຫຼັງ​ຈາກ​ເຮັດ​ຄວາມ​ສະ​ອາດ​ດ້ວຍ​ນ້ຳ​ມັນ​ສອງ​ຊະນິດ​ນີ້​ ຜົນ​ລັບ​​ຄື​ຊ່ວຍ​ກຳຈັດ​ຄາບ​ມັນ​ແລະ​ສິ່ງ​ສົກກະປົກ​ໄດ້​ຢ່າງ​ລ້ຳ​ເລິກ​ ແຖມ​ຍັງ​ເໝາະ​ກັບ​ທຸກ​ສະພາບ​ຜິວ​ ບໍ່​ເວັ້ນ​ແຕ່ຜິວ​ທີ່​ມີ​ບັນ ຫາ​ແລະ​ແນ່ນອນ​ວ່າ​ບໍ່​ເຮັດໃຫ້​ຜິວ​ແພ້.​
6.ເພີ່ມ​ຄວາມ​ຊຸ່ມ​ຊື່ນ​
ຢ່າງ​ທີ່​ບອກ​ວ່າ​ນ້ຳ​ມັນ​ໝາກ​ກອກ​ຈະ​ເປັນ​ຕົວ​ຊ່ວຍ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ ໃຫ້​ຜິວ​ແລະ​ຍັງມີ​ສານ​ອາຫານ​ຫລວງ​ຫລາຍ​ທີ່​ເຮັດໃຫ້​ຜິວ​ພັນ​ ມີນ້ຳມີນວນສົດຊື່ນ​ ທີ່​ສຳຄັນ​ເຄັດ​ລັບ​ນີ້​ເປັນ​ເຄັດ​ລັບ​ຄວາມ​ງາມ​ເກົ່າ​ແກ່​ຂອງ​ຊາວ​ອີ​ຢິບ​​ ແລະ​ຊາວ​ໂຮ​ມັນ​ ເພາະ​ມັນ​ເຮັດໃຫ້​ຜິວ​ນຽນ​ນຸ່ມ​ ແລະ ​ຢືດ​ຫຢຸ່ນ​ຢ່າງ​ດີ.​
7.ປອດໄພ​
ນັ້ນ​ກໍ່​ເພາະ​ເປັນ​ນ້ຳ​ມັນ​ທຳມະຊາດ​ສະ​ກັດ​ມາ​ຈາກ​ພືດ​ລ້ວນ​ໆບໍ່​ມີ​ສານ​ເຄ ​ມີ​ເຈືອປົນ​ ການເຮັດ​ຄວາມ​ສະ​ອາດ​ດ້ວຍ​ນ້ຳ​ມັນ​ທັງ​ສອງ​ຢ່າງ​ນີ້​ຈຶ່ງ​ມີ​ແຕ່​ຄວາມ​ປອດໄພ ​ຕໍ່​ຜິວ​ພັນ​ ແຖມ​ຍັງ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ​ດ້ວຍ​.





ທີ່ມາ http://news.com.la/detail/15371
Ad