Top Ad

header ads

ຮູ້ທັນ!! ສາ​ເຫດ​, ອາການ, ການ​ປິ່ນປົວ ແລະ ຂໍ້​ຄວນ​ຮູ້​ກ່ຽວກັບພະຍາດໄສ້ຕິ່ງອັກເສບ


ເວົ້າ​ເຖິງ​ເລື່ອງ​ພະຍາດ​ໄສ້​ຕິ່ງ​ອັກ​ເສບ​ ຫຼາຍ​ຄົນ​ອາດຈະ​ເຄີຍ​ຄຸ້ນ​ຫູ​ກັບ​ຊື່​ພະຍາດ​ຊະນິດ​ນີ້​ກັນ​ມາແດ່​ແລ້ວ​ ມື້​ນີ້​ເຮົາ​ຂໍ​ນຳ​​ຄວາມ​ຮູ້​ດີ​ໆ​ ກ່ຽວກັບ​ພະຍາດ​ໄສ້​ຕິ່ງ​ອັກ​ເສບ​ມາ​ຝາກ​ ຈະ​ເປັນ​ແນວໃດ​ດ້ວຍ​ນັ້ນ​ຕ້ອງ​ໄປ​ຕິດ​ຕາມ​ອ່ານ​ພ້ອມ​ໆ​ ກັນ​ເລີຍ​

ສາ​ເຫດ​ຂອງ​ການ​ເກີດ​ໄສ້​ຕິ່ງ​ອັກ​ເສບ​

ພະຍາດ​ໄສ້​ຕິ່ງ​ອັກ​ເສບ​ເກີດ​ຈາກ​ການ​ອຸດ​ຕັນ​ຂອງ​ໄສ້​ຕິ່ງ​ຈາກ​ອຸດຈາ​ລະ​ທີ່​ແຂງ​ໂຕ​ ໂດຍ​ມີ​ສິ່ງ​ແປກປອມ​ ພະຍາດ​ ຫລື​ ກ້ອນ​ເນື້ອງ​ອກ​ ໄປ​ເຮັດໃຫ້​ເກີດ​ການ​ອຸດ​ຕັນ​ ຈົນ​ເກີດ​ການ​ອັກ​ເສບ​ຂຶ້ນ​ມາ​

ອາການ​ຂອງ​ພະຍາດ​ໄສ້​ຕິ່ງ​ອັກ​ເສບ​

ສຳລັບ​ອາການ​ຂອງ​ພະຍາດ​ໄສ້​ຕິ່ງ​ອັກ​ເສບ​ໂດຍ​ສ່ວນ​ໃຫຍ່​ນັ້ນ​ຈະ​ມີ​ອາການ​ເຈັບທ້ອງ​ ແຕ່​ບໍ່​ສາມາດ​ບອກ​ຕຳແໜ່ງ​ທີ່​ເຈັບ​ໄດ້​ແບບ​ຊັດເຈນ​ ເນື່ອງ​ຈາກ​ບາງເທື່ອ​ອາດ​ເຈັບ​ອ້ອມ​ສະ​ບືກ່ອນ​ ມີ​ອາການ​ເຈັບ​ເປັນໄລຍະໆ​ ຫລື ​ຕະຫລອດ​ເວລາ​ກໍ​ໄດ້​ ແຕ່​ໂດຍ​ສ່ວນ​ໃຫຍ່​ແລ້ວ​ມັກ​ເຈັບ​ຕະຫລອດ​ເວລາ​ ຫຼັງ​ຈາກ​ນັ້ນ​ ອາການເຈັບ​ຈະ​ເລີ່ມ​ຍ້າຍ​ໄປ​ໃນ​ບໍລິເວນ​ທ້ອງ​ນ້ອຍ​ເບື້ງ​ຂວາ​ ເຊິ່ງ​ເວລາ​ນີ້​ຜູ້​ປ່ວຍ​ອາດ​ມີ​ໄຂ້​ຕ່ຳ​ໆ​ ລວມ​ຢູ່​ນໍາ​ ສຳລັບ​ຜູ້​ປ່ວຍ​ບາງຄົນ​ອາດ​ມີ​ອາການ​ບໍ່​ຄື​ດັ່ງ​ທີ່​ເຮົາ​ກ່າວ​ມາ​ເບື້ງ​ຕົ້ນ​ ເພາະ​ຂຶ້ນ​ຢູ່​ກັບ​ຕຳແໜ່ງ​ຂອງ​ໄສ້​ຕິ່ງ​ຊັ່ນ:​ ຜູ້​ປ່ວຍ​ອາດ​ມີ​ອາການເຈັບທາງ​ດ້ານ​ຂວາດ້ານເທິງ ຫລື ​ສູນກາງ​ກໍ​ເປັນ​ໄປ​ໄດ້​ ຫາກ​ປາຍ​ຂອງ​ໄສ້​ຕິ່ງ​ຍາວ​ໄປ​ເຖິງ​ບໍລິເວນ​ນັ້ນ​

ການ​ປິ່ນປົວພະຍາດ​ໄສ້​ຕິ່ງ​ອັກ​ເສບ​

ການ​ປິ່ນປົວພະຍາດ​ໄສ້​ຕິ່ງ​ອັກ​ເສບ​ ບໍ່​ວ່າ​ໄສ້​ຕິ່ງ​ຈະ​ແຕກ​ ຫລື ​ບໍ່​ກໍ​ຕາມ ​ກໍ​ສາມາດ​ເລີ່ມການຮັກສາ​ໄດ້​ດ້ວຍ​ການ​ຜ່າ​ຕັດ​ ສຳລັບ​ໃນ​ຜູ້​ປ່ວຍ​ທີ່​ໄສ້​ຕິ່ງ​ແຕກ​ ແພດ​ຈະ​ຕ້ອງ​ໃຫ້​ຢາ​ປະຕິ​ຊີວະ​ນະ​ຊ່ວຍ​ ທັງ​ນີ້​ຫາກ​ຜູ້​ປ່ວຍ​ບໍ່​ໄດ້ຮັບ​ການ​ຮັກສາ​ທີ່​ຖືກ​ຕ້ອງ​ຢ່າງ​ທັນ​ທ່ວງ​ທີ​ ກໍ​ອາດ​ເກີດ​ພະຍາດ​ແຊກ​ຊ້ອນ​ໄດ້​ເຊັ່ນ​: ໄສ້​ຕິ່ງ​ກາຍ​ເປັນ​ຝີ​ໃນ​ທ້ອງ​ ຫລື ​ໄສ້​ຕິ່ງ​ແຕກ​ມີ​ໜອງ​ອອກ​ມາ​ພາຍ​ໃນ​ບໍລິເວນທ້ອງ​ ຊຶ່ງ​ອາດ​ເຮັດໃຫ້​ຜູ້​ປ່ວຍ​ເສຍຊີວິດ​ໄດ້​

ຂໍ້​ຄວນ​ຮູ້​! ກ່ຽວກັບ​ພະຍາດ​ໄສ້​ຕິ່ງ​ອັກ​ເສບ​

ໃນ​ກໍລະນີ​ທີ່​ຜູ້​ປ່ວຍ​ມີ​ອາການ​ເຈັບທ້ອງ​ເລີ່ມຕົ້ນ​ ແຕ່​ບໍ່​ຮູ້​ເຖິງ​ສາ​ເຫດ​ຂອງ​ອາການ​ປວດ​ທີ່​ສະແດງ​ອອກ​ມາ​ ບໍ່​ຄວນກິນ​ຢາ​ແກ້​ປວດ​ເຂົ້າໄປ​ ແຕ່​ແນະ​ນຳ​ໃຫ້​ຮີບ​ໄປ​ພົບ​ແພດ​ເພື່ອ​ເລີ່ມການ​ກວດ​ພິຈາລະນາ​ພະຍາດ​ເສຍ​ກ່ອນ​ ເພາະ​ຫາກ​ຜູ້​ປ່ວຍ​ກິນ​ຢາ​ແກ້​ປວດ​ເຂົ້າໄປ​ ຈະ​ເຮັດໃຫ້​ແພດ​ພິຈາລະນາ​ພະຍາດ​ໄດ້​​ຍາກ​ ເນື່ອງ​ຈາກ​ຢາ​ແກ້​ປວດ​ທີ່​ຜູ້​ປ່ວຍກິນ​ເຂົ້າໄປ​ນັ້ນ​ຈະ​ໄປ​ປິດ​ບັງ​ອາການ​ຂອງ​ພະຍາດ​ ໂດຍ​ສະເພາະ​ໃນ​ຊ່ວງ​ທີ່​ຜູ້​ປ່ວຍ​ເຈັບທ້ອງ​ຫລາຍ​ຕິດ​ຕໍ່​ກັນ​ດົນ​ເປັນ​ເວລາ​ຫລາຍກວ່າ​ 6 ຊົ່ວ​ໂມງ​ ຍາດພີ່ນ້ອງ ​ຫລື ​ຄົນ​ອ້ອມ​ຂ້າງ​ຜູ້​ປ່ວຍ​ຄວນ​ຮີບ​ພາ​ຜູ້​ປ່ວຍ​ໄປ​ພົບ​ແພດ​ແຕ່​ໂດຍ​ໄວ​ ເພາະ​ໂດຍ​ສ່ວນ​ໃຫຍ່​ແລ້ວ​ ຖ້າ​ມີ​ອາການ​ເຈັບດັ່ງ​ກ່າວ​ແລ້ວ​ບໍ່​ໄດ້​ເປັນ​ພະຍາດ​ໄສ້​ຕິ່ງ​ອັກ​ເສບ​ ກໍ​ມັກ​ເປັນ​ອາການ​ຮ້າຍແຮງ​ຂອງ​ພະຍາດ​ອື່ນ​ໆ​ ຢູ່​ສະເໝີ​

ການ​ຮູ້​ທັນ​ພະຍາດ​ໄສ້​ຕິ່ງ​ອັກ​ເສບ​ ນອກ​ຈາກ​ຈະ​ຊ່ວຍ​ໃຫ້​ທ່ານລອດ​ພົ້ນ​ຈາກ​ອາການ​ເຈັບປວດ ​ແລະ ​ທໍລະມານ​ຂອງ​ພະຍາດ​ແລ້ວ​ ຍັງ​ຊ່ວຍ​ໃຫ້​ທ່ານ​ຮູ້​ເຖິງ​ວິທີ​ການ​ເບິ່ງ​ແຍງໂ​ຕ​ເອງ​ທີ່​ຖືກ​ຕ້ອງ​ໃນ​ກໍລະນີ​ທີ່​ມີ​ອາການ​ເຈັບທ້ອງ​ທີ່ສົງ​ໄສ​ວ່າ​ໜ້າ​ຈະ​ເປັນ​ພະຍາດ​ໄສ້​ຕິ່ງ​ອັກ​ເສບ​ ລວມທັງ​ວິທີ​ການ​ຮັກສາ​ທີ່​ບໍ່​ກໍ່​ໃຫ້​ເກີດ​ຜົນ​ເສຍ​ຕາມ​ມາ​ພາຍ​ຫລັງ​ອີກ​ດ້ວຍ​


ແຫຼ່ງຂ່າວ ຄິດອອກ.ຄອມ
Ad